ອິດສະລາແອນປະທ້ວງໃຫຍ່ໄລທ່ານ ເນທັນຢາຮູ ຮຽກຮ້ອງປ່ອຍຕົວປະກັນ

ອິດສະລາແອນປະທ້ວງໃຫຍ່ໄລທ່ານ ເນທັນຢາຮູ ຮຽກຮ້ອງປ່ອຍຕົວປະກັນ - F240331YCG203 e1711910723981 - ອິດສະລາແອນປະທ້ວງໃຫຍ່ໄລທ່ານ ເນທັນຢາຮູ ຮຽກຮ້ອງປ່ອຍຕົວປະກັນ
ອິດສະລາແອນປະທ້ວງໃຫຍ່ໄລທ່ານ ເນທັນຢາຮູ ຮຽກຮ້ອງປ່ອຍຕົວປະກັນ - kitchen vibe - ອິດສະລາແອນປະທ້ວງໃຫຍ່ໄລທ່ານ ເນທັນຢາຮູ ຮຽກຮ້ອງປ່ອຍຕົວປະກັນ

       ປະຊາຊົນອິດສະລາແອນຫລາຍໝື່ນຄົນ ລວມທັງຝ່າຍຄ້ານ ແລະ ສະມາຊິກຄອບຄົວຕົວປະກັນທີ່ຢູ່ເຂດກາຊາ ພາກັນໄປຊຸມນຸມຢູ່ໜ້າອາຄານລັດຖະສະພາໃນນະຄອນເຢລູຊາເລັມໃນວັນທີ 31 ມີນາ ເພື່ອຮ່ວມປະທ້ວງໃຫຍ່ ທ່າມກາງການຮຽກຮ້ອງໃຫ້ລັດຖະບານ ແລະ ນາຍົກລັດຖະມົນຕີ ເບນຈາມິນ ເນທັນຢາຮູ ລາອອກ ເພື່ອເປີດທາງໃຫ້ມີການເລືອກຕັ້ງໃໝ່ ແລະ ຮຽກຮ້ອງໃຫ້ບັນລຸຂໍ້ຕົກລົງຢຸດຍິງກັບຮາມັດ ເພື່ອນໍາໄປສູ່ການປ່ອຍຕົວປະກັນທັງໝົດຢູ່ກາຊາ.

      ການປະທ້ວງຄັ້ງນີ້ຖືເປັນການປະທ້ວງຄັ້ງໃຫຍ່ທີ່ສຸດນັບແຕ່ສົງຄາມເລີ່ມຂຶ້ນຈາກການໂຈມຕີຂອງກຸ່ມຮາມັດໃນວັນທີ 7 ຕຸລາ 2023 ເຊິ່ງຮອດປັດຈຸບັນຍັງມີຕົວປະກັນທີ່ຖືກກັກຂັງຢູ່ກາຊາ 130 ກວ່າຄົນ.

ອິດສະລາແອນປະທ້ວງໃຫຍ່ໄລທ່ານ ເນທັນຢາຮູ ຮຽກຮ້ອງປ່ອຍຕົວປະກັນ - Visit Laos Visit SALANA BOUTIQUE HOTEL - ອິດສະລາແອນປະທ້ວງໃຫຍ່ໄລທ່ານ ເນທັນຢາຮູ ຮຽກຮ້ອງປ່ອຍຕົວປະກັນ
ອິດສະລາແອນປະທ້ວງໃຫຍ່ໄລທ່ານ ເນທັນຢາຮູ ຮຽກຮ້ອງປ່ອຍຕົວປະກັນ - Visit Laos Visit SALANA BOUTIQUE HOTEL - ອິດສະລາແອນປະທ້ວງໃຫຍ່ໄລທ່ານ ເນທັນຢາຮູ ຮຽກຮ້ອງປ່ອຍຕົວປະກັນ

     ໂດຍຜູ້ຈັດການປະທ້ວງຄືກຸ່ມແນວຮ່ວມຕໍ່ຕ້ານລັດຖະບານອິດສະລາແອນ ເຊິ່ງລວມທັງກຸ່ມ Kaplan Force ແລະ ກຸ່ມ Brothers in Arms ວາງແຜນຈະຈັດປະທ້ວງໃຫຍ່ຕໍ່ເນື່ອງເປັນເວລາ 4 ວັນ ເພື່ອສະແດງຄວາມບໍ່ພໍໃຈຕໍ່ຄວາມລົ້ມເຫລວໃນການປະຕິບັດໜ້າທີ່ຂອງລັດຖະບານ ເນທັນຢາຮູ ໂດຍສະເພາະກໍລະນີການຊຸກຍູ້ກົດໝາຍຍົກເວັ້ນການເກນທະຫານສໍາລັບເຍົາວະຊົນຊາວຢິວນິກາຍອໍໂທດອກ (Ultra-Orthodox) ເຊິ່ງຜູ້ຊຸມນຸມເບິ່ງວ່າເປັນທ່າທີທີ່ບໍ່ໄດ້ຄໍານຶງເຖິງປະຊາຊົນທີ່ໄດ້ຮັບຜົນກະທົບຈາກສົງຄາມກັບກຸ່ມຮາມັດ.

      ທ່ານ ຢາອີ ລາປິດ ຜູ້ນໍາຝ່າຍຄ້ານ ກ່າວຕໍ່ຜູ້ຊຸມນຸມວ່າ: ທ່ານ ເນທັນຢາຮູ ໃຫ້ຄວາມສໍາຄັນຕໍ່ການຮັກສາພັນທະມິດໃນລັດຖະບານປະສົມຂອງທ່ານຫລາຍກວ່າການຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກສົງຄາມ.

     ທັງນີ້, ການປະທ້ວງໂດຍລວມຢູ່ໜ້າລັດຖະສະພາເປັນໄປຢ່າງສະຫງົບ, ແຕ່ບໍລິເວນນອກພື້ນທີ່ພົບວ່າມີກຸ່ມຜູ້ປະທ້ວງບາງຄົນພະຍາຍາມສ້າງຄວາມວຸ້ນວາຍ ດ້ວຍການປິດຖະໜົນ ແລະ ຂົວ ແລະ ຈູດໄຟເຜົາສິ່ງຂອງ ເຮັດໃຫ້ຕໍາຫລວດຕ້ອງເຂົ້າຄວບຄຸມສະຖານະການ ແລະ ເກີດການປະທະ ແລະ ມີການຈັບຜູ້ປະທ້ວງຢ່າງໜ້ອຍ 1 ຄົນ.

ອ້າງອີງ:

ອິດສະລາແອນປະທ້ວງໃຫຍ່ໄລທ່ານ ເນທັນຢາຮູ ຮຽກຮ້ອງປ່ອຍຕົວປະກັນ - 5 - ອິດສະລາແອນປະທ້ວງໃຫຍ່ໄລທ່ານ ເນທັນຢາຮູ ຮຽກຮ້ອງປ່ອຍຕົວປະກັນ
ອິດສະລາແອນປະທ້ວງໃຫຍ່ໄລທ່ານ ເນທັນຢາຮູ ຮຽກຮ້ອງປ່ອຍຕົວປະກັນ - 4 - ອິດສະລາແອນປະທ້ວງໃຫຍ່ໄລທ່ານ ເນທັນຢາຮູ ຮຽກຮ້ອງປ່ອຍຕົວປະກັນ
ອິດສະລາແອນປະທ້ວງໃຫຍ່ໄລທ່ານ ເນທັນຢາຮູ ຮຽກຮ້ອງປ່ອຍຕົວປະກັນ - 3 - ອິດສະລາແອນປະທ້ວງໃຫຍ່ໄລທ່ານ ເນທັນຢາຮູ ຮຽກຮ້ອງປ່ອຍຕົວປະກັນ