ສະໂຄລ ເຈລະຈາຮັບວຽກເປັນຜູ້ຈັດການທີມລີກວັນ
October 12, 2017 - 4:26 PM

ພອລ ສະໂຄລ ຕຳນານ ກອງກາງຂອງ ແມນເຊສເຕີ ຢູໄນເຕັດ ກຳລັງເຂົ້າຮັບການ ສຳພາດວຽກ ເພື່ອໄປເປັນຜູ້ ຈັດການທີມ ໂອລແຮມ ແອັດ ເລຕິກ ທີມໃນລະດັບລີກວັນ ຕາມລາຍງານຂອງ ບີບີຊີ ເຣ ດິໂອ ແມເຊສເຕີ ສື່ທ້ອງຖິ່ນ ອັງກິດ.
ນັບຕັ້ງແຕ່ເຊົາຫຼິ້ນບານ ອາຊີບໃນປີ 2013 ສະໂຄລ ກໍ ເຮັດວຽກໃຫ້ກັບໂທລະພາບ ມາໂດຍຕະຫຼອດ ແລະ ລາວກໍ ຍັງເປັນເຈົ້າຂອງ ຊັລຟອດ ຊິຕີ ທີມລະດັບນອກລີກຮ່ວມກັບ ໄຣອັນ ກິ໊ກ, ນິກກີ້ ບັດ, ແກຣີ ເນວິລ ແລະ ຟິລ ເນວິລ ນຳ ອີກ.
ແນວໃດກໍຕາມ ຫຼ້າສຸດ ບີ ບີຊີ ເຣດິໂອ ແມນເຊສເຕີ ເປີດ ເຜີຍວ່າ ສະໂຄລ ຈະລອງຫັນ ມາຮັບວຽກຄຸມທີມ ເຊິ່ງທີ່ແທ້ ສະໂຄລ ກໍເປັນກອງເຊຍຂອງ ໂອລແຮມ ຢູ່ແລ້ວ ໂດຍທີມດັ່ງ ກ່າວເຄີຍລົງຫຼິ້ນໃນພຣີເມຍ ລີກ ໃນລະດູການ 1992-93 ກັບ 1193-94. ຂະນະທີ່ປັດຈຸ ບັນພວກເຂົາເປັນອັນດັບທີ 19 ຂອງລີກ ວັນ ຫຼັງເກັບໄປ 100 ຄະແນນ ຈາກການລົງຫຼິ້ນ 11 ນັດ ຫຼາຍກວ່າເຂດຕົກຊັ້ນພຽງ 1 ຄະແນນເທົ່ານັ້ນ.