ທະນາຄານກາງ 10 ປະເທດອາຊຽນ ເຫັນດີສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖິ່ນໃນພາກພື້ນ ແລະ ອາຊຽນ
April 3, 2024 - 2:27 PM

ວັນທີ 2 ເມສາ 2024, ຄະນະນໍາກະຊວງການເງິນ ສປປ ລາວ ນໍາໂດຍ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ (ທຫລ) ໄດ້ເປັນປະທານຮ່ວມກອງປະຊຸມລະດັບຮອງລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ (AFCDM) ແລະ ກອງປະຊຸມລະດັບຮອງຜູ້ວ່າການທະນາຄານອາຊຽນ (ACDM) ຢູ່ນະຄອນຫລວງພະບາງ ສປປ ລາວ.
ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຕິດພັນກັບຂະແໜງການເງິນ ໄດ້ຮັບຮອງແຜນວຽກບູລິມະສິດດ້ານເສດຖະກິດຂອງອາຊຽນ (PED) ເພື່ອນໍາສະເໜີໃຫ້ບັນດາປະເທດສະມາຊິກອາຊຽນຮັບຊາບ ໂດຍໄດ້ກຳນົດເອົາ 3 ແຜນຍຸດທະສາດຫລັກ ປະກອບມີ: ການເຊື່ອມໂຍງ ແລະ ການເຊື່ອມຈອດດ້ານເສດຖະກິດ, ການສ້າງອະນາຄົດແບບຍືນຍົງ ແລະ ທຸກພາກສ່ວນມີສ່ວນຮ່ວມ ແລະ ການຫັນປ່ຽນເພື່ອກ້າວໄປສູ່ດີຈິຕອນໃນອະນາຄົດ. ອີງໃສ່ແຜນຍຸດທະສາດດັ່ງກ່າວ, ຂະແໜງການທະນາຄານ ໄດ້ສຸມໃສ່ການແກ້ໄຂຄວາມຫລຸດໂຕນການເຂົ້າເຖິງແຫລ່ງທຶນ ແລະ ການເສີມສ້າງໃຫ້ເຂົ້າເຖິງການບໍລິການທາງການເງິນໃນກຸ່ມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອເພີ່ມທະວີຄວາມເຂັ້ມແຂງທາງດ້ານການເງິນໃນພາກພື້ນ ແລະ ແຜນວຽກ LCT Framework ໃນກອງປະຊຸມ ACDM.
ໃນກອງປະຊຸມ AFCDM ໄດ້ຮັບຊາບຄວາມຄືບໜ້າ ແລະ ແຜນການຈັດຕັ້ງປະຕິບັດຕາມບົດລາຍງານຂອງຄະນະກຳມະການທັງໝົດ (Working Committees) ເຊິ່ງໄດ້ເນັ້ນເຖິງຄວາມພະຍາຍາມຂອງອາຊຽນ ໃນການຊຸກຍູ້ໃຫ້ວຽກງານການເງິນ-ທະນາຄານ ໃຫ້ມີຄວາມເຂັ້ມແຂງ ແລະ ສາ ມາດເຊື່ອມໂຍງເຂົ້າກັນຫລາຍຂຶ້ນໃນທ່າມກາງສະພາບການເໜັງຕີງ ແລະ ຄວາມບໍ່ແນ່ນອນຂອງການເງິນໃນໂລກ, ພ້ອມນີ້, ບັນດາທ່ານຮອງຜູ້ວ່າການ ແລະ ຜູ້ຕາງໜ້າຈາກທະນາຄານກາງ 10 ປະເທດອາຊຽນ ໄດ້ເຫັນດີຮ່ວມກັນໃນການຮັບຮອງຜົນສຳເລັດບັນດາໜ້າວຽກຕົ້ນຕໍ ຂອງຄະນະກຳມະການເຊື່ອມໂຍງການເງິນອາຊຽນ ລວມທັງທິດທາງແຜນການໃນຕໍ່ໜ້າ ໂດຍສະເພາະແມ່ນ ວຽກງານການສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖິ່ນໃນພາກພື້ນ, ການທົບທວນບັນດາໜ້າວຽກຕົ້ນຕໍຂອງຄະນະກຳມະການ ເພື່ອໃຫ້ສອດຄ່ອງຕາມແຜນປະຊາສະມາຄົມເສດຖະກິດອາຊຽນ ປີ 2025 (AECPost 2025).