ແຜ່ນດິນໄຫວຢູ່ໄຕ້ຫວັນ ເບື້ອງຕົ້ນມີຜູ້ເສຍຊີວິດ 7 ຄົນ ແລະ ບາດເຈັບ 700 ກວ່າຄົນ
April 3, 2024 - 4:44 PM

ສຳນັກຂ່າວ BBC News ຕ່າງປະເທດລາຍງານວ່າ: ຈາກເຫດການແຜ່ນດິນໄຫວໃນຕອນເຊົ້າຂອງວັນທີ 3 ເມສາ 2024 ມີຄວາມຮຸນແຮງ 7.4 ຣິກເຕີ ຢູ່ໄຕ້ຫວັນ ຈຸດສູນກາງແມ່ນຢູ່ນອກແຄມຝັ່ງທະເລໃນຂອງໃນເມືອງຮົວຫລຽນ ເກາະໄຕ້ຫວັນ, ຫ່າງປະມານ 18 ກິໂລແມັດ. ລາຍງານເບື້ອງຕົ້ນມີຜູ້ເສຍຊີວິດ 7 ຄົນ, ບາດເຈັບຫລາຍກວ່າ 700 ຄົນ ແລະ ຍັງມີຄົນຕິດຢູ່ຊາກອາຄານ 77ຄົນ ແລະ ມີການສັ່ນສະເທືອນຕາມມາອີກຫລາຍກວ່າ 100 ຄັ້ງ.
ນອກນີ້ ຍັງມີອາຄານທີ່ຢູ່ອາໄສ ໄດ້ຮັບຄວາມເສຍຫາຍຢ່າງໜ້ອຍ 26ຫລັງ ສ່ວນໃຫຍ່ຢູ່ໃນເມືອງຮົວຫລຽນ. ປັດຈຸບັນ ເຈົ້າໜ້າທີ່ກູ້ໄພ ແລະ ໜ່ວຍງານທີ່ກ່ຽວຂ້ອງເລັ່ງປະຕິບັດການຄົ້ນຫາຜູ້ລອດຊີວິດ ແລະ ຊ່ວຍເຫລືອ ຜູ້ໄດ້ຮັບຜົນກະທົບ ຢ່າງຮີບດ່ວນ.