ລາວ-ຈີນ ສືບຕໍ່ເປັນຄູ່ຄ້າທີ່ໃຫຍ່ອັນດັບສອງຂອງ ສປປ ລາວ

ລາວ-ຈີນ ສືບຕໍ່ເປັນຄູ່ຄ້າທີ່ໃຫຍ່ອັນດັບສອງຂອງ ສປປ ລາວ -                     - ລາວ-ຈີນ ສືບຕໍ່ເປັນຄູ່ຄ້າທີ່ໃຫຍ່ອັນດັບສອງຂອງ ສປປ ລາວ
ລາວ-ຈີນ ສືບຕໍ່ເປັນຄູ່ຄ້າທີ່ໃຫຍ່ອັນດັບສອງຂອງ ສປປ ລາວ - kitchen vibe - ລາວ-ຈີນ ສືບຕໍ່ເປັນຄູ່ຄ້າທີ່ໃຫຍ່ອັນດັບສອງຂອງ ສປປ ລາວ
ຕອບສະໜອງຕາມຄໍາເຊີນຂອງ ທ່ານ ຫວາງ ອີ້, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ  ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມເຮັດວຽກ ຢູ່ ສປ ຈີນ ໃນວັນທີ 2-4 ເມສາ 2024, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງປະເທດ ກໍຄື ການພົວພັນຮ່ວມມືຂອງສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ໃຫ້ເລິກເຊິ່ງກວ່າເກົ່າ.

ວັນທີ 3 ເມສາ 2024, ທ່ານ ສະເຫລີມໄຊ ກົມມະສິດ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ຫວາງອີ້ ທີ່ເມືອງ ສົງໂຈວ໌, ເຂດກວາງຊີ, ສປ ຈີນ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ສືບຕໍ່ແລກ ປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແຕ່ສູນກາງລົງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ, ພິເສດໄດ້ເປັນເອກະພາບກັນໃນການລົງເລິກຈັດຕັ້ງປະຕິບັດ “ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບໃໝ່ (ແຕ່ປີ 2024-2028)” ທີ່ການນໍາສູງສຸດຂອງສອງປະເທດໄດ້ລົງນາມຮ່ວມກັນ ໃນທ້າຍປີ 2023 ທີ່ຜ່ານມາ ໃຫ້ເປັນຮູບປະທໍາ, ສອງຝ່າຍ ສະແດງຄວາມຍິນດີ ແລະ ເພິ່ງພໍໃຈຕໍ່ ໝາກຜົນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ດ້ານອື່ນໆ ທີ່ໄດ້ກັບຄືນສູ່ສະພາບປົກກະຕິ ແລະ ມີທ່າອ່ຽງເພີ່ມຂຶ້ນ, ເຊິ່ງ ສປ ຈີນ ສືບຕໍ່ເປັນຄູ່ຄ້າທີ່ໃຫຍ່ອັນດັບສອງຂອງ ສປປ ລາວ ແລະ ການລົງທຶນຂອງ ສປ ຈີນ ຢູ່ ລາວ ແມ່ນຈັດຢູ່ອັນດັບໜຶ່ງ.

ພ້ອມນັ້ນ, ສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຈີນ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອເພີ່ມທະວີການຮ່ວມມືສອງຝ່າຍໃນດ້ານຕ່າງໆ ໃຫ້ແຕກດອກອອກຜົນຂຶ້ນເລື້ອຍໆ ໂດຍຈະຖືເອົາແຜນແມ່ບົດການຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ (2024-2028) ແລະ ເປັນບ່ອນອີງໃນການຮ່ວມມືຕົວຈິງ ໃນແຕ່ລະດ້ານ ໂດຍສະ ເພາະການຮ່ວມມືເພື່ອພັດທະນາໂຄງການທີ່ປິ່ນອ້ອມທາງລົດໄຟ ລາວ-ຈີນ ໃຫ້ມີບາດກ້າວຂະຫຍາຍ ຕົວໃໝ່ດ້ວຍຄຸນນະພາບໃໝ່ ຮັບປະກັນຜົນປະໂຫຍດໃຫ້ແກ່ສອງປະເທດ, ສອງຝ່າຍ ຍັງໄດ້ແລກ ປ່ຽນ ຄໍາຄິດຄໍາເຫັນຕໍ່ກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ ພ້ອມທັງເຫັນດີຈະສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຕໍ່ໜ້າ.

ລາວ-ຈີນ ສືບຕໍ່ເປັນຄູ່ຄ້າທີ່ໃຫຍ່ອັນດັບສອງຂອງ ສປປ ລາວ - Visit Laos Visit SALANA BOUTIQUE HOTEL - ລາວ-ຈີນ ສືບຕໍ່ເປັນຄູ່ຄ້າທີ່ໃຫຍ່ອັນດັບສອງຂອງ ສປປ ລາວ
ລາວ-ຈີນ ສືບຕໍ່ເປັນຄູ່ຄ້າທີ່ໃຫຍ່ອັນດັບສອງຂອງ ສປປ ລາວ - Visit Laos Visit SALANA BOUTIQUE HOTEL - ລາວ-ຈີນ ສືບຕໍ່ເປັນຄູ່ຄ້າທີ່ໃຫຍ່ອັນດັບສອງຂອງ ສປປ ລາວ
ລາວ-ຈີນ ສືບຕໍ່ເປັນຄູ່ຄ້າທີ່ໃຫຍ່ອັນດັບສອງຂອງ ສປປ ລາວ - 5 - ລາວ-ຈີນ ສືບຕໍ່ເປັນຄູ່ຄ້າທີ່ໃຫຍ່ອັນດັບສອງຂອງ ສປປ ລາວ
ລາວ-ຈີນ ສືບຕໍ່ເປັນຄູ່ຄ້າທີ່ໃຫຍ່ອັນດັບສອງຂອງ ສປປ ລາວ - 4 - ລາວ-ຈີນ ສືບຕໍ່ເປັນຄູ່ຄ້າທີ່ໃຫຍ່ອັນດັບສອງຂອງ ສປປ ລາວ
ລາວ-ຈີນ ສືບຕໍ່ເປັນຄູ່ຄ້າທີ່ໃຫຍ່ອັນດັບສອງຂອງ ສປປ ລາວ - 3 - ລາວ-ຈີນ ສືບຕໍ່ເປັນຄູ່ຄ້າທີ່ໃຫຍ່ອັນດັບສອງຂອງ ສປປ ລາວ