ພາກທຸລະກິດລາວ ສະເໜີ 12 ຂໍ້ບູລິມະສິດ ໃຫ້ລັດຖະບານພິຈາລະນາແກ້ໄຂໃນປີ 2024 ນີ້

ພາກທຸລະກິດລາວ ສະເໜີ 12 ຂໍ້ບູລິມະສິດ ໃຫ້ລັດຖະບານພິຈາລະນາແກ້ໄຂໃນປີ 2024 ນີ້ - 3281 - ພາກທຸລະກິດລາວ ສະເໜີ 12 ຂໍ້ບູລິມະສິດ ໃຫ້ລັດຖະບານພິຈາລະນາແກ້ໄຂໃນປີ 2024 ນີ້
ພາກທຸລະກິດລາວ ສະເໜີ 12 ຂໍ້ບູລິມະສິດ ໃຫ້ລັດຖະບານພິຈາລະນາແກ້ໄຂໃນປີ 2024 ນີ້ - kitchen vibe - ພາກທຸລະກິດລາວ ສະເໜີ 12 ຂໍ້ບູລິມະສິດ ໃຫ້ລັດຖະບານພິຈາລະນາແກ້ໄຂໃນປີ 2024 ນີ້

ທ່ານ ນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ ໄດ້ລາຍງານຕໍ່ກອງປະຊຸມທຸລະກິດລາວ ຄັ້ງທີ 15 ຈັດຂຶ້ນໃນວັນທີ 2 ເມສາ ຢູ່ນະຄອນຫລວງວຽງຈັນ ວ່າ: ພາຍຫລັງກອງປະຊຸມທຸລະກິດລາວ ຄັ້ງທີ 14 ໃນປີ 2023 ຜ່ານມາ ພາກທຸລະກິດຂະແໜງການຕ່າງໆ ໄດ້ປຶກສາຫາລືບັນດາບັນຫາທີ່ເປັນອຸປະສັກໃນການດຳເນີນທຸລະກິດ ເພື່ອປັບປຸງຂັ້ນຕອນການເລີ່ມຕົ້ນທຸລະກິດ ແລະ ການລົງທຶນ, ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ໃນປີ 2024 ນີ້ ຈຶ່ງສະ ເໜີ 12 ຂໍ້ ບູລິມະສິດ ໃຫ້ລັດຖະບານສາມາດພິຈາລະນາແກ້ໄຂ ຄື:

1. ສະເໜີໃຫ້ລັດຖະບານ ປະກາດນໍາໃຊ້ລາຍການບັນຊີກິດຈະການຄວບຄຸມ ທີ່ປັບປຸງ ໃຫ້ສໍາເລັດ.

ພາກທຸລະກິດລາວ ສະເໜີ 12 ຂໍ້ບູລິມະສິດ ໃຫ້ລັດຖະບານພິຈາລະນາແກ້ໄຂໃນປີ 2024 ນີ້ - Visit Laos Visit SALANA BOUTIQUE HOTEL - ພາກທຸລະກິດລາວ ສະເໜີ 12 ຂໍ້ບູລິມະສິດ ໃຫ້ລັດຖະບານພິຈາລະນາແກ້ໄຂໃນປີ 2024 ນີ້
ພາກທຸລະກິດລາວ ສະເໜີ 12 ຂໍ້ບູລິມະສິດ ໃຫ້ລັດຖະບານພິຈາລະນາແກ້ໄຂໃນປີ 2024 ນີ້ - Visit Laos Visit SALANA BOUTIQUE HOTEL - ພາກທຸລະກິດລາວ ສະເໜີ 12 ຂໍ້ບູລິມະສິດ ໃຫ້ລັດຖະບານພິຈາລະນາແກ້ໄຂໃນປີ 2024 ນີ້

2. ສະເໜີໃຫ້ຄະນະກຳມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງແຫ່ງຊາດ ປະເມີນຄືນຜົນໄດ້ ແລະ ຜົນເສຍ ຕໍ່ການຈຳກັດການບໍລິການຂອງລົດຂົນສົ່ງຕ່າງປະເທດຢູ່ ສປປ ລາວ ຕໍ່ເສດຖະກິດຂອງປະເທດໂດຍລວມ ແລະ ມີທາງອອກທີ່ຊັດເຈນໃຫ້ແກ່ພາກທຸລະກິດ.

3. ສະເໜີໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ປະເມີນຄືນການບໍລິການ ແລະ ຕົ້ນທຶນຂອງ (ທ່ານາແລ້ງ, ວັງເຕົ່າ, ສະຫວັນນະເຂດ) ເພື່ອໃຫ້ລັດຖະບານກໍານົດມາດຕະການປັບປຸງ ຫລຸດຜ່ອນຄ່າໃຊ້ຈ່າຍທີ່ຕິດພັນກັບການນໍາເຂົ້າ ແລະ ສົ່ງອອກ.

4. ສະເໜີໃຫ້ກະຊວງການເງິນ ເປັນເຈົ້າການປະສານສົມທົບກັບຂະແໜງການອື່ນໆ ເພື່ອລວມສູນການເກັບຄ່າທໍານຽມທີ່ຕິດພັນກັບການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຢູ່ດ່ານພາສີສາກົນ ຜ່ານລະບົບອີເລັກໂຕຣນິກ.

5. ສະເໜີໃຫ້ກະຊວງການເງິນ ປັບປຸງຂອດຂັ້ນການອອກໃບຢັ້ງຢືນມອບພັນທະອາກອນປະຈຳປີໃຫ້ວ່ອງໄວຂຶ້ນ.

6. ສະເໜີໃຫ້ກະຊວງການເງິນ ສໍາເລັດ ແລະ ປະກາດນໍາໃຊ້ ຄໍາແນະນໍາລະອຽດກ່ຽວກັບການນໍາໃຊ້ ໃບເກັບເງິນ ເພື່ອສ້າງຂໍ້ສະດວກໃຫ້ແກ່ຜູ້ປະກອບການທີ່ເປັນ SMEs ໄດ້ເຂົ້າເຖິງການຈັດຊື້ຈັດ ຈ້າງຂອງໂຄງການລະດັບໃຫຍ່ ແລະ ການຈັດຊື້ຈັດຈ້າງຂອງລັດຖະບານ.

7. ສະເໜີໃຫ້ລັດຖະບານເລັ່ງລັດການປະຕິຮູບລັດວິສາຫະກິດໄຟຟ້າລາວໃຫ້ສໍາເລັດ ເພື່ອສ້າງແຜນລະອຽດໃນການປັບປຸງຄຸນນະພາບການບໍລິການ ແລະ ການສະໜອງໄຟຟ້າໃຫ້ສະຖຽນ ແລະ ພຽງພໍ, ເພື່ອຫລີກລ່ຽງຜົນກະທົບຕໍ່ຜູ້ຊົມໃຊ້ ໂດຍສະເພາະຕໍ່ໂຮງງານຜະລິດ ແລະ ກິດຈະການບໍລິການຕ່າງໆ.

8. ສະເໜີໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສໍາເລັດການສ້າງຕັ້ງສະພາສົ່ງເສີມການຕະຫລາດການທ່ອງທ່ຽວ ແລະ ຈັດສັນງົບປະມານທີ່ພຽງພໍ.

9. ສະເໜີໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພັດທະນາລະບົບຂໍ້ມູນຂ່າວສານແຮງງານ ເພື່ອໃຫ້ສາມາດດໍາເນີນການວິໄຈສະພາບຕະຫລາດແຮງງານ, ຕິດຕາມ, ລາຍງານ ສະພາບການຈ້າງງານ ແລະ ນະໂຍບາຍແຮງງານ ໃນສັງຄົມທົ່ວໄປ, ແລະ ເປັນກົນໄກໃນການແລກປ່ຽນຂໍ້ມູນ ແລະ ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງທີ່ສ້າງ, ນໍາໃຊ້ ແລະ ວິໄຈຂໍ້ມູນຕະຫລາດແຮງງານ.

10. ສະເໜີໃຫ້ທະນາຄານແຫ່ງ ສປປ ລາວ ພິຈາລະນາຄືນນິຕິກຳທີ່ຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດ ໂດຍສະເພາະ ແມ່ນ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກສິນຄ້າ ແລະ ການບໍລິການທີ່ອອກມາໃນຕົ້ນເດືອນມີນານີ້ ທີ່ກຳນົດໃຫ້ທະນາຄານທຸລະກິດຕ້ອງແບ່ງສ່ວນເງິນຕາຂາຍໃຫ້ແກ່ທະນາຄານແຫ່ງ ສປປ ລາວ.

11. ສະເໜີໃຫ້ທະນາຄານແຫ່ງ ສປປ ລາວ ປະເມີນຄືນເພື່ອປັບປຸງຂໍ້ກຳນົດທີ່ຕິດພັນ ການປະເມີນຫລັກຊັບຄໍ້າປະກັນ ໃຫ້ເໝາະສົມ ໂດຍສະເພາະແມ່ນ: ຂໍ້ຕົກລົງ ສະບັບເລກທີ 512/ທຫລ, ລົງວັນທີ 26/06/2018, ວ່າດ້ວຍການຈັດຊັ້ນໜີ້ ແລະ ຫັກເງິນແຮໜີ້, ແລະ ຄໍາແນະນໍາກ່ຽວກັບ ການ ປະຕິບັດ ການປະເມີນຫລັກຊັບຄໍ້າປະກັນ ເລກທີ 189/ກຄທ, ລົງວັນທີ 8/2/2022.

12. ສະເໜີໃຫ້ທະນາຄານແຫ່ງ ສປປ ລາວ ອອກຄໍາແນະນໍາ, ແລະ ຈັດກອງປະຊຸມສໍາມະນາເພີ່ມເຕີມ ໃຫ້ບັນດາທະນາຄານທຸລະກິດພາຍໃນ ສປປ ລາວ ຕໍ່ຫລັກການຄິດໄລ່ເງິນແຮ ແລະ ການຄິດໄລຄ່າເຊື່ອມສິນເຊື່ອຕ່າງໆ ເພື່ອໃຫ້ຈັດຕັ້ງປະຕິບັດມີຄວາມຊັດເຈນ ແລະ ເປັນເອກະພາບກັນ.

ພາກທຸລະກິດລາວ ສະເໜີ 12 ຂໍ້ບູລິມະສິດ ໃຫ້ລັດຖະບານພິຈາລະນາແກ້ໄຂໃນປີ 2024 ນີ້ - 224 1024x683 - ພາກທຸລະກິດລາວ ສະເໜີ 12 ຂໍ້ບູລິມະສິດ ໃຫ້ລັດຖະບານພິຈາລະນາແກ້ໄຂໃນປີ 2024 ນີ້

ພາກທຸລະກິດລາວ ສະເໜີ 12 ຂໍ້ບູລິມະສິດ ໃຫ້ລັດຖະບານພິຈາລະນາແກ້ໄຂໃນປີ 2024 ນີ້ - 5 - ພາກທຸລະກິດລາວ ສະເໜີ 12 ຂໍ້ບູລິມະສິດ ໃຫ້ລັດຖະບານພິຈາລະນາແກ້ໄຂໃນປີ 2024 ນີ້
ພາກທຸລະກິດລາວ ສະເໜີ 12 ຂໍ້ບູລິມະສິດ ໃຫ້ລັດຖະບານພິຈາລະນາແກ້ໄຂໃນປີ 2024 ນີ້ - 4 - ພາກທຸລະກິດລາວ ສະເໜີ 12 ຂໍ້ບູລິມະສິດ ໃຫ້ລັດຖະບານພິຈາລະນາແກ້ໄຂໃນປີ 2024 ນີ້
ພາກທຸລະກິດລາວ ສະເໜີ 12 ຂໍ້ບູລິມະສິດ ໃຫ້ລັດຖະບານພິຈາລະນາແກ້ໄຂໃນປີ 2024 ນີ້ - 3 - ພາກທຸລະກິດລາວ ສະເໜີ 12 ຂໍ້ບູລິມະສິດ ໃຫ້ລັດຖະບານພິຈາລະນາແກ້ໄຂໃນປີ 2024 ນີ້