ວຽກງານ​ວິທະຍາສາດປະກອບສໍາຄັນເຂົ້າໃນການພັດທະນາປະເທດ

- 1214 o 1 - ວຽກງານ​ວິທະຍາສາດປະກອບສໍາຄັນເຂົ້າໃນການພັດທະນາປະເທດ
- kitchen vibe - ວຽກງານ​ວິທະຍາສາດປະກອບສໍາຄັນເຂົ້າໃນການພັດທະນາປະເທດ

ໃນໂອກາດ​ວັນ​ວິທະຍາສາດ​ແຫ່ງ​ຊາດ 12 ຕຸລານີ້, ທ່ານ ບໍ່​ວຽງ​ຄຳ ວົງ​ດາລາ ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ປະທານ​ສະພາ​ວິທະຍາ ສາດ​ແຫ່ງ​ຊາດ​ໄດ້​ມີຄໍາເຫັນວ່າ: ຕະຫລອດ​ໄລຍະຜ່ານມາ, ພັກ ແລະ ລັດຖະບານ ​ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ພັດທະນາ​​ວຽກງານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຢ່າງໜັກແໜ້ນ, ​ເຊິ່ງສະ​ແດງ​ອອກ​ໃນ​ແນວທາງ​ນະ​ໂຍບາຍ​ຂອງ ພັກ, ລະບຽບ​ກົດໝາຍຂອງລັດ ​ແລະ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ກໍ​ຄື​ແຜນ​ພັດທະນາ​ຊັບພະຍາກອນ​ມະນຸດ​ທາງ​ດ້ານ​ວິທະຍາສາດ ​ແລະ ການ​ສ້າງພື້ນຖານ​ໂຄງ​ລ່າງໃນວຽກ​ງານ​ຄົ້ນຄວ້າ-ພັດທະນາ ​ແລະ ນຳ​ໃຊ້​ຄວາມ​ກ້າວໜ້າ, ຜົນສຳ​ເລັດ​ທາງ​ດ້ານ​ວິທະຍາສາດ-​ເຕັກນິກ ​ແລະ ​ເຕັກ​ໂນ​ໂລ​ຊີ​ ມາ​ຮັບ​ໃຊ້​ແກ່​ການ​ພັດທະນາ​ຂະ​ແໜງ​ການ​ຕ່າງໆ​ຢູ່​ປະ​ເທດ​ເຮົາ ​ໂດຍ​ໄດ້​ສືບ​ຕໍ່​ຈັດຕັ້ງຜັນ​ຂະຫຍາຍ​ເນື້ອ​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ X ຂອງ​ພັກ​ເຂົ້າ​ໃນ​ການວາງ​ແຜນການ ​ແລະ ວຽກ​ງານ​ຕົວ​ຈິງ​ຂອງ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ກໍ​ຄື​ວຽກ​ງານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລຊີ​ຢູ່​ຂັ້ນຮາກ​ຖານ​ທ້ອງ​ຖິ່ນ​ທີ່​ໄດ້​ຍົກ​ລະດັບ​ຂີດ​ຄວາມ​ສາມາດ, ມີ​ການ​ປັບປຸງ​ປົວ​ແປງ ​ແລະ ພັດທະນາ​ວຽກ​ງານ​ດັ່ງກ່າວມີ​ທ່ວງທ່າ​ດີ​ຂຶ້ນ​ເປັນ​ກ້າວໆ. ນີ້​ເປັນ​ບາດລ້ຽວ​ໃໝ່​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ເຄື່ອນ​ໄຫວ​ວຽກ​ງານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂອງ​ປະ​ເທດ​ເຮົາໃນ​ຍຸກ​ໂລກາ​ພິວັດ​ແຫ່ງ​ການ​ພັດທະນາ​ເສດຖະກິດ ຫລື ​ເອີ້ນ​ວ່າອຸດສາຫະກຳ 4,0 (Industry 4,0) ​ແລະ ການ​ປະສົມ​ປະສານ​ກັບ​ຍຸກ​ໂລກາ​ພິວັດ​ພັດທະນາ​ສັງຄົມ ຫລື ​ເອີ້ນ​ກັນ​ວ່າ: ພັດທະນາ​ສັງຄົມ 5,0 (Society 5,0) ຕາມ​ທິດ​ທາງ​ເປົ້າໝາຍ​ສະຫັດ​ສະ​ວັດ​ຂອງ​ການ​ພັດທະນາ​ແບບ​ຍືນ​ຍົງ​ປີ 2030 ຂອງ​ມະຕິ​ອົງການສະຫະປະຊາຊາດ (USDGs 2030) ​ເຊິ່ງຈະ​ເປັນ​ການ​ພັດທະນາ​ທີ່​ມີ​ເປົ້າໝາຍ​ເພື່ອ​ປະກອບສ່ວນ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ, ຊຸກຍູ້ ​ແລະ ຂັບ​ເຄື່ອນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ​ແລະ ສ້າງ​ປະຖົມ​ປັດ​ໄຈ​ຂອງ​ຊາດ​ໃຫ້​ຫລຸດ​ພົ້ນອອກ​ຈາກ​ຄວາມ​ດ້ອຍ​ພັດທະນາ​ຂອງ​ປະ​ເທດ​ດ້ວຍ​ເສດຖະກິດ​ພູມ​ປັນຍາ, ຫັນ​ປະ​ເທດ​ໃຫ້​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.

- 4 - ວຽກງານ​ວິທະຍາສາດປະກອບສໍາຄັນເຂົ້າໃນການພັດທະນາປະເທດ
- 5 - ວຽກງານ​ວິທະຍາສາດປະກອບສໍາຄັນເຂົ້າໃນການພັດທະນາປະເທດ
- 3 - ວຽກງານ​ວິທະຍາສາດປະກອບສໍາຄັນເຂົ້າໃນການພັດທະນາປະເທດ
- Visit Laos Visit SALANA BOUTIQUE HOTEL - ວຽກງານ​ວິທະຍາສາດປະກອບສໍາຄັນເຂົ້າໃນການພັດທະນາປະເທດ