ກອງທັບອິດສະລາແອນໄລ່ທະຫານອອກ ເຫດຍິງໂດຣນໂຈມຕີ NGO ຄົວໂລກ

ກອງທັບອິດສະລາແອນໄລ່ທະຫານອອກຈາກວຽກ ເຊິ່ງເປັນຜູ້ສັ່ງໃຫ້ໃຊ້ໂດຣນໂຈມຕີລົດຂອງ ເວີດ ເຊັນທຣັລ ຄິດເຊນ ເພາະເຊື່ອວ່າເປັນກຸ່ມຮາມັດ.
ວັນທີ 6 ເມສາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກອງທັບອິດສະລາແອນອອກຖະແຫລງການ ເສຍໃຈຢ່າງສູງສຸດ ແລະ ຍອມຮັບຄວາມຜິດຮ້າຍແຮງຕໍ່ປະຕິບັດການໂຈມຕີທາງອາກາດໃນເຂດພາກກາງຂອງເຂດກາຊາ ໃນວັນທີ 1 ເມສາຜ່ານມາ ມີຜູ້ເສຍຊີວິດ 7 ຄົນ ຂອງ ເວີດ ເຊັນທຣັລ ຄິດເຊນ (WCK) ເຊິ່ງເປັນໜ່ວຍງານອິດສະຫລະຊ່ວຍເຫລືອດ້ານອາຫານໃນພື້ນທີ່.
ທັງນີ້, ກອງທັບອິດສະລາແອນມີຄໍາສັ່ງໃຫ້ທະຫານສອງຄົນ ຊັ້ນພັນເອກ ແລະ ພັນຕີ ເຊິ່ງເປັນຜູ້ສັ່ງໃຫ້ໃຊ້ໂດຣນໂຈມຕີລົດຂອງເຈົ້າໜ້າທີ່ WCK ໃນມື້ເກີດເຫດ ອອກຈາກວຽກ ແລະ ມີຄໍາສັ່ງພາກທັນ ຜູ້ບັນຊາການພາກຕອນໃຕ້ຂອງກອງທັບອິດສະລາແອນ.
ຂະນະທີ່ຜົນການສືບສວນສອບສວນເບື້ອງຕົ້ນລະບຸວ່າ: ໃນວັນເກີດເຫດ ກອງທັບອິດສະລາແອນກໍາລັງປະຕິບັດການຕິດຕາມ ແລະ ທໍາລາຍເປົ້າໝາຍກ່ຽວຂ້ອງກັບກຸ່ມຮາມັດ ເຖິງວ່າລົດຂອງ WCK ຕິດກາສັນຍາລັກຢ່າງຈະແຈ້ງ, ແຕ່ ພົນຕີ ໂຢອາບ ຮາ-ອີເວນ ອະດີດຜູ້ບັນຊາການລະດັບສູງໃນກອງທັບອິດສະລາແອນ ເຊິ່ງເຮັດໜ້າທີ່ນໍາການສືບສວນສອບສວນໃຫ້ຄວາມເຫັນວ່າ: ກ້ອງຈາກໂດຣນບໍ່ສາມາດນາມເຫັນກາສັນຍາລັກດັ່ງກ່າວໄດ້ໃນເວລາກາງຄືນ.
ກອງທັບອິດສະລາແອນຂໍໃຫ້ໜ່ວຍງານບັນເທົາທຸກທຸກແຫ່ງເຄື່ອນຍ້າຍສິ່ງຂອງລະຫວ່າງສາງໃນເວລາກາງຄືນ ເພື່ອຫລຸດຄວາມສ່ຽງເກີດຄວາມວຸ້ນວາຍ, ສ່ວນ WCK ຮຽກຮ້ອງຄວາມໂປ່ງໃສໃນການສອບສວນ ແລະ ຢືນຢັນປະຕິບັດຕາມຄໍາແນະນໍາຂອງຝ່າຍຄວາມໝັ້ນຄົງອິດສະລາແອນມາຕະຫລອດ.