ຫາລື 7 ວຽກງານສຳຄັນ ໃນການແກ້ໄຂບັນຫາຂອງຂະແໜງໂຍທາທິການ ແລະ ຂົນສົ່ງ

ຫາລື 7 ວຽກງານສຳຄັນ ໃນການແກ້ໄຂບັນຫາຂອງຂະແໜງໂຍທາທິການ ແລະ ຂົນສົ່ງ - 920 - ຫາລື 7 ວຽກງານສຳຄັນ ໃນການແກ້ໄຂບັນຫາຂອງຂະແໜງໂຍທາທິການ ແລະ ຂົນສົ່ງ
ຫາລື 7 ວຽກງານສຳຄັນ ໃນການແກ້ໄຂບັນຫາຂອງຂະແໜງໂຍທາທິການ ແລະ ຂົນສົ່ງ - kitchen vibe - ຫາລື 7 ວຽກງານສຳຄັນ ໃນການແກ້ໄຂບັນຫາຂອງຂະແໜງໂຍທາທິການ ແລະ ຂົນສົ່ງ
   ວັນທີ 8 ເມສາ 2024, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມວຽກງານ ຍທຂ ທົ່ວປະເທດປະຈໍາປີ 2023 ທີ່ນະຄອນຫລວງວຽງຈັນ, ເພື່ອສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ (2021-2025), ທິດທາງແຜນການປີ 2024 ແລະ ທ້າຍສະໄໝຮອດປີ 2025,  ຕິດພັນກັບການ ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ການຈັດຕັ້ງປະຕິບັດວຽກງານສາມສ້າງຂອງຂະແໜງການ ຍທຂ ແຕ່ປີ 2019-2023;  ຄົ້ນຄວ້າ, ປຶກສາຫາລື ແລະ ເປັນເອກະພາບໃນການແກ້ໄຂບັນຫາທີ່ພົ້ນເດັ່ນຂອງຂະ ແໜງການ ຍທຂ, ເຊິ່ງໄດ້ກໍານົດເປັນແຕ່ລະຫົວຂໍ້ເພືີ່ອພ້ອມກັນຄົົ້ນຄວ້າ ແລະ ປຶກສາຫາລື ປະກອບຄໍາຄິດຄໍາເຫັນຄື: 
  1. ລາຍງານການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນປະຈໍາປີ 2023, ສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ (2021-2025), ທິດທາງແຜນການປີ 2024 ແລະ ທ້າຍສະໄໝຮອດປີ 2025 ຂອງກະຊວງ ຍທຂ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ;
  2. ລາຍງານການຈັດຕັ້ງປະຕິບັດວຽກງານສາມສ້າງ ຂອງຂະແໜງການ ຍທຂ ແຕ່ປີ 2019-2023;
  3. ການຄຸ້ມຄອງນໍ້າໜັກລົດບັນທຸກຕິດພັນກັບການບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຫລວງ;
  4. ການຄຸ້ມຄອງການຂົນສົ່ງທາງບົກລະຫວ່າງປະເທດ;
  5. ການຄຸ້ມຄອງຄວາມປອດໄພ ແລະ ປ້ອງກັນຄວາມປອດໄພການບິນ;
  6. ການຈັດຕັ້ງປະຕິບັດແຜນຜັງຕົວເມືອງ ແລະ ການຄຸ້ມຄອງການປຸກສ້າງ;
  7. ນໍາສະເໜີການສ້າງແຜນດໍາເນີນທຸລະກິດໃຫ້ແກ່ລັດວິສາຫະກິດນໍ້າປະປາເພື່ອໃຫ້ມີຄວາມຍືນຍົງ.

ປີ 2023 ຜ່ານມາ, ຂະແໜງການ ຍທຂ ໃນຖານະທີ່ເປັນຂະແໜງການປາຍແຫລມຂອງເສດຖະກິດແຫ່ງຊາດມີຜົນງານໃນຫລາຍໆດ້ານ ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງຊາດຢ່າງຕັ້ງໜ້າ ແນໃສ່ເພືີ່ອແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ສ້າງຄວາມສີວິໄລ, ຍຸຕິທໍາ, ຄວາມໝັ້ນຄົງ ແລະ ຮຸ່ງເຮືອງຂອງຊາດລາວເຮົາ ສາມາດຮັບປະກັນການໄປມາຫາສູ່ ກໍຄືການອຳນວຍຄວາມສະດວກໃນການຂົນສົ່ງຂັ້ນພື້ນຖານລະຫວ່າງສູນກາງ ແລະ ທ້ອງຖິ່ນ, ຮັບປະກັນການເຊື່ອມຈອດ ແລະ ເຊື່ອມໂຍງກັບອະນຸພາກພື້ນ ແລະ ສາກົນໄດ້ເປັນຢ່າງດີ.

ຂ່າວ: ໜັງສືພິມປະຊາຊົນ

ຫາລື 7 ວຽກງານສຳຄັນ ໃນການແກ້ໄຂບັນຫາຂອງຂະແໜງໂຍທາທິການ ແລະ ຂົນສົ່ງ - Visit Laos Visit SALANA BOUTIQUE HOTEL - ຫາລື 7 ວຽກງານສຳຄັນ ໃນການແກ້ໄຂບັນຫາຂອງຂະແໜງໂຍທາທິການ ແລະ ຂົນສົ່ງ
ຫາລື 7 ວຽກງານສຳຄັນ ໃນການແກ້ໄຂບັນຫາຂອງຂະແໜງໂຍທາທິການ ແລະ ຂົນສົ່ງ - Visit Laos Visit SALANA BOUTIQUE HOTEL - ຫາລື 7 ວຽກງານສຳຄັນ ໃນການແກ້ໄຂບັນຫາຂອງຂະແໜງໂຍທາທິການ ແລະ ຂົນສົ່ງ
ຫາລື 7 ວຽກງານສຳຄັນ ໃນການແກ້ໄຂບັນຫາຂອງຂະແໜງໂຍທາທິການ ແລະ ຂົນສົ່ງ - 4 - ຫາລື 7 ວຽກງານສຳຄັນ ໃນການແກ້ໄຂບັນຫາຂອງຂະແໜງໂຍທາທິການ ແລະ ຂົນສົ່ງ
ຫາລື 7 ວຽກງານສຳຄັນ ໃນການແກ້ໄຂບັນຫາຂອງຂະແໜງໂຍທາທິການ ແລະ ຂົນສົ່ງ - 3 - ຫາລື 7 ວຽກງານສຳຄັນ ໃນການແກ້ໄຂບັນຫາຂອງຂະແໜງໂຍທາທິການ ແລະ ຂົນສົ່ງ
ຫາລື 7 ວຽກງານສຳຄັນ ໃນການແກ້ໄຂບັນຫາຂອງຂະແໜງໂຍທາທິການ ແລະ ຂົນສົ່ງ - 5 - ຫາລື 7 ວຽກງານສຳຄັນ ໃນການແກ້ໄຂບັນຫາຂອງຂະແໜງໂຍທາທິການ ແລະ ຂົນສົ່ງ