10 ຄຸນລັກສະນະຂອງການເປັນນາຍຄົນທີ່ສົມບູນ

- 031310 2017 - 10 ຄຸນລັກສະນະຂອງການເປັນນາຍຄົນທີ່ສົມບູນ
- kitchen vibe - 10 ຄຸນລັກສະນະຂອງການເປັນນາຍຄົນທີ່ສົມບູນ
  1. ສຸຂຸມເຍືອກເຢັນ : ຫົວໜ້າທີ່ດີຕ້ອງເປັນຄົນສຸຂຸມ ແລະ ໃຈເຢັນ ເພາະພວກເຂົາໝັ່ນສັງເກດ ແລະ ເຮັດຄວາມເຂົ້າໃຈອາ ລົມຂອງໂຕເອງຢູ່ສະເໝີ ເພື່ອຈະໄດ້ຄວບຄຸມຕົນເອງໄດ້ເມື່ອຕ້ອງຈັດການບັນຫາທີ່ທ້າທາຍ ເມື່ອໃດທີ່ສະຖານະການເລີ່ມບໍ່ຄ່ອຍດີ ຫົວໜ້າຈະຕ້ອງພະຍາຍາມເຊື່ອງອາລົມພາຍໃຕ້ຄວາມສະຫງົບເຍືອກເຢັນໄວ້ ເພາະພວກເຂົາຮູ້ດີວ່າ ບໍ່ວ່າຈະຮ້າຍຈະດີແນວໃດທຸກໆຢ່າງຈະໝູນວຽນໄປຕາມເວລາ ສິ່ງທີ່ເຮັດໄດ້ກໍມີພຽງການປັບປ່ຽນໃຫ້ເຂົ້າກັບສະຖານະການເພື່ອຄຸມໂຕເອງໃຫ້ຢູ່ ແລະ ບໍ່ເຄັ່ງຄຽດຈົນເກີນໄປ.
  2. ສະຫງ່າງາມ : ບຸກຄະລິກທີ່ສະຫງ່າງາມແມ່ນການປະສົມປະສານກັນລະຫວ່າງຄວາມແຂງແກ່ນ ແລະ ຄວາມອ່ອນນ້ອມ, ບໍ່ເອນອຽງໄປຕາມຄຳຂູ່, ໂທສະ ຫລື ຄຳບົງການ ນັ້ນກໍຍ້ອນທຳມະຊາດທີ່ອ່ອນນ້ອມ ແລະ ໝັ້ນໃຈໃນຕົນເອງທີ່ຈະສາມາດເຮັດໃຫ້ວຽກສຳເລັດລຸລ່ວງໄດ້ ຫລາຍເທື່ອທີ່ຄຳວ່າອ່ອນນ້ອມຖືກໃຊ້ໃນຄວາມໝາຍດ້ານລົບ (ໂດຍສະເພາະໃນບ່ອນເຮັດວຽກ) ແຕ່ໃນຄວາມຈິງແລ້ວ ຄວາມສະຫງ່າງາມຢ່າງອ່ອນນ້ອມນີ້ໄດ້ມອບພະລັງໃຫ້ບັນດາສຸດຍອດຫົວໜ້າທີ່ປະສົບຜົນສຳເລັດມາຫລາຍແລ້ວ ຄົນເຫລົ່ານີ້ບໍ່ໄດ້ເຮັດໂຕສູງກ່ວາໃຜໆ ທັງຍັງເປັນທີ່ຊື່ນຊົມ ແລະ ເຂົ້າກັບຜູ້ອື່ນໄດ້ງ່າຍນຳ ຄຸນສົມບັດທັງໝົດນີ້ເອງທີ່ເຮັດໃຫ້ຜູ້ຄົນຍອມຮັບໃນຄວາມຄິດຂອງພວກເຂົາ.
  3. ສະຫລຽວສະຫລາດ : ຫົວໜ້າທີ່ດີຕ້ອງຮູ້ຫລາຍກ່ວາຄົນອື່ນ ເພາະຕ້ອງພັດທະນາຕົນເອງຢູ່ສະເໝີ ພວກເຂົາປະຕິຍານຕົນວ່າຈະຕ້ອງເຕີບໃຫຍ່ຂຶ້ນເລື້ອຍໆ ເມື່ອໃດກໍຕາມທີ່ມີເວລາວ່າງ ພວກເຂົາຈະເພີ່ມພູນຄວາມຮູ້ໃຫ້ກັບຕົນເອງຢູ່ຕະຫລອດ ເຊິ່ງບໍ່ແມ່ນເຮັດຍ້ອນວ່າມັນແມ່ນສິ່ງທີ່ຖືກຕ້ອງ ແຕ່ເຮັດຍ້ອນຄວາມຫລົງໄຫລ ພວກເຂົາມັກຈະແນມຫາໂອກາດໃນການພັດທະນາຮຽນຮູ້ສິ່ງໃໝ່ໆ ແລະ ສິ່ງອ້ອມໂຕຢູ່ສະເໝີ.
  4. ຊື່ສັດ : ຫົວໜ້າທີ່ດີມັກເຊື່ອໃນຄວາມຊື່ສັດ ແລະ ຄວາມມີຄຸນນະທຳ ເຖິງຈະເຈັບປວດໃນບາງເທື່ອ ແຕ່ຜົນທີ່ໄດ້ໃນໄລຍະຍາວນັ້ນຖືວ່າກຸ້ມຄ່າທີ່ສຸດ ພວກເຂົາຮູ້ວ່າຄວາມຊື່ສັດນຳມາເຊິ່ງຄວາມສຳພັນທີ່ຈິງໃຈ ຕ່າງກັບຄຳຕົວະຍົວະທີ່ສຸດທ້າຍຈະບໍ່ໄດ້ທັງຄວາມສຳພັນ ທັງຍ້ອນກັບມາທຳຮ້າຍທ່ານໃນທີ່ສຸດ.
  5. ຮອບຄອບ : ຫົວໜ້າທີ່ດີນັ້ນຈະຕ້ອງຕັດສິນໃຈກໍຕໍ່ເມື່ອໃຊ້ເວລາຄິດຈົນຖີ່ຖ້ວນ ແລະ ຫາຄຳແນະນຳຈາກຄົນອື່ນແລ້ວ ແລະ ຜົນການວິໄຈກໍສະແດງອອກມາວ່າ ການເພິ່ງພາສັນຊາດຕະຍານຂອງຕົນຫລາຍເກີນໄປມັກບໍ່ເຮັດໃຫ້ເກີດຜົນ ແລະ ອາດນຳໄປສູ່ເສັ້ນທາງທີ່ຜິດໄດ້ ດັ່ງນັ້ນ ສິ່ງທີ່ສ້າງຄວາມແຕກຕ່າງໄດ້ຈຶ່ງເປັນການຕິດໃຫ້ຊ້າລົງ ໂດຍບໍ່ລືມໃຊ້ເຫດຜົນພິຈາລະນາຖີ່ຖ້ວນ ແລະ ແນມຫາຄຳແນະນຳຈາກຜູ້ຮູ້.
  6. ເວົ້າດ້ວຍຄວາມໝັ້ນໃຈ : ບໍ່ຄ່ອຍຈະໄດ້ເຫັນຫົວໜ້າທີ່ດີເວົ້າຫຍັງຢ່າງບໍ່ໝັ້ນໃຈ ຫລື ເວົ້າແບບລັງເລ ເພາະຫົວໜ້າທີ່ປະສົບຜົນສຳເລັດຈະເວົ້າຢ່າງໝັ້ນທ່ຽງແນ່ນອນ ເພາະພວກເຂົາຮູ້ວ່າເປັນເລື່ອງຍາກທີ່ຈະເຮັດໃຫ້ຄົນສົນໃຈຟັງໄດ້ ຫາກບໍ່ມີຄວາມເຊື່ອໝັ້ນໃນສິ່ງທີ່ຕ້ອງການສື່ອອກໄປ.
  7. ຮູ້ຈັກໃຊ້ພາສາກາຍເປັນຢ່າງດີ : ການຮູ້ຈັກໃຊ້ກິລິຍາທ່າທາງ, ການສະແດງ ແລະ ນຳ້ສຽງຂອງຕົນເອງຢ່າງເໝາະສົມ ຈະດຶງດູດຄົນໃຫ້ເຂົ້າມາຫາ ປຽບດັ່ງມົດຕອມນຳ້ຕານ ເຊັ່ນ : ການໃຊ້ນຳ້ສຽງກະຕືລືລົ້ນ, ບໍ່ຢືນກອດເອິກ, ສົບສາຍຕາຜູ້ຟັງ ແລະ ປິ່ນໜ້າເຂົ້າຫາຜູ້ຟັງຕະຫລອດ ເຊິ່ງພາສາກາຍທີ່ດີນັ້ນສາມາດປ່ຽນບົດສົນທະນາໃຫ້ດີຂຶ້ນໄດ້ ເພາະວິທີການທີ່ທ່ານເວົ້າບາງເທື່ອກໍສຳຄັນກ່ວາເນື້ອໃນທີ່ເວົ້າໄດ້ຄືກັນ.

8.​ ໝັ້ນໃຈ : ຜູ້ນຳທີ່ປະສົບຄວາມສຳເລັດມັກຄວາມທ້າທາຍ ແລະ ການແຂ່ງຂັນ ເຖິງວ່າຈະເປັນພຽງແຕ່ໄຊຊະນະອັນນ້ອຍໆ ແຕ່ໄຊຊະນະອັນນ້ອຍເຫລົ່ານີ້ເອງທີ່ຊ່ວຍເພີ່ມຄວາມໝັ້ນໃຈ ແລະ ຄວາມຫ້າວຫັນໃນການແລ່ນເຂົ້າຫາຄວາມທ້າທາຍໃໝ່ໆໄດ້ອີກຫລາຍ ດັ່ງນັ້ນ ຫາກທ່ານເຮັດເລື່ອງນ້ອຍໆສຳເລັດຕິດຕໍ່ກັນຫລາຍເທື່ອ ທ່ານກໍຈະມີຄວາມໝັ້ນໃຈໃນໂຕເອງເພີ່ມຂຶ້ນຢູ່ດົນ ຫລາຍເດືອນ.

  1. ປາສະຈາກເຊິ່ງຄວາມຢ້ານ : ຄວາມຢ້ານບໍ່ແມ່ນສິ່ງອື່ນໃດນອກຈາກຄວາມຮູ້ສຶກທີ່ຍັງຄ້າງເຄິ່ງຢູ່ຈາກຈິນຕະນາການຂອງໂຕທ່ານເອງ ອັນຕະລາຍດັ່ງຄວາມຮູ້ສຶກຢ້ານເວລທີ່ອະດຣີນາລີນແລ່ນຕອນເກືອບຖືກລົດຕຳຕ່າງຫາກທີ່ເປັນຂອງແທ້ ສ່ວນຄວາມຢ້ານນັ້ນເປັນພຽງໂຕເລືອກທີ່ເຮົາຈິນຕະນາການຂຶ້ນມາ ເຊິ່ງສຸດຍອດຜູ້ນຳລ້ວນເຂົ້າໃຈເລື່ອງນີ້ດີກ່ວາໃຜ ພວກເຂົາຈຶ່ງປ່ຽນວິກິດໃຫ້ເປັນໂອກາດ ໂດຍແທນທີ່ຈະປ່ອຍໃຫ້ຄວາມຢ້ານເຂົ້າມາຄອບງຳຈົນບໍ່ເຮັດຫຍັງ ພວກເຂົາຊຳ້ພັດເສບຕິດຄວາມຮູ້ສຶກຕື່ນເຕັ້ນທີ່ໄດ້ຈາກລົງມືເຮັດ ແລະ ການເອົາຊະນະຄວາມຢ້ານຫລາຍກ່ວາ.

10. ກະຕັນຍູຮູ້ຄຸນ : ບັນດາສຸດຍອດຜູ້ນຳທີ່ປະສົບຄວາມສຳເລັດຮູ້ດີວ່າທຸກສິ່ງຕ້ອງແລກມາດ້ວຍຄວາມທະເຍີທະຍານ, ຄວາມຫລົງໄຫລ ແລະ ການເຮັດວຽກອັນໜັກໜ່ວງເທົ່າໃດ ເພື່ອທີ່ຈະໄດ້ມາຢືນຢູ່ໃນຈຸດທີ່ຢືນຢູ່ໃນປະຈຸບັນ. ນອກຈາກນີ້ ພວກເຂົາຍັງຮູ້ດີວ່າຄົນທີ່ຄອຍໃຫ້ຄຳປຶກສາ, ເພື່ອນຮ່ວມງານ, ຄອບຄົວ ແລະ ມິດຕະພາບອ້ອມໂຕນັ້ນມີບົດບາດສຳຄັນຫລາຍຕໍຄວາມສຳເລັດທີ່ພວກເຂົາໄດ້ຮັບ ດັ່ງນັ້ນ ແທນທີ່ຈະເມົາແຕ່ຊື່ນຊົມໄປກັບຄວາມສຳເລັດຂອງຕົນເອງ ພວກເຂົາຈະບໍ່ເຄີຍຄິດລືມນຶກເຖິງສິ່ງດີໆທີ່ເຄີຍໄດ້ຮັບຈາກຄົນອ້ອມຂ້າງເລີຍ ສຸດທ້າຍແລ້ວ ນິໄສເຫລົ່ານີ້ກໍຊ່ວຍໃຫ້ທຸກຄົນປະສົບຄວາມສຳເລັດໄດ້ຫລາຍຍິ່ງຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - 10 ຄຸນລັກສະນະຂອງການເປັນນາຍຄົນທີ່ສົມບູນ
- 5 - 10 ຄຸນລັກສະນະຂອງການເປັນນາຍຄົນທີ່ສົມບູນ
- 4 - 10 ຄຸນລັກສະນະຂອງການເປັນນາຍຄົນທີ່ສົມບູນ
- 3 - 10 ຄຸນລັກສະນະຂອງການເປັນນາຍຄົນທີ່ສົມບູນ
  • 1097 Posts
  • 0 Comments
iLike/LPN/20