ອຸຕຸເຕືອນເຝົ້າລະວັງ! ແຕ່ວັນທີ 8-11 ເມສາ 2024 ນີ້ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ພ້ອມຈະມີລົມພັດແຮງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ເຕືອນເຝົ້າລະວັງສະພາບອາກາດ ແຕ່ວັນທີ 8-11 ເມສາ 2024 ນີ້ ວ່າ: ເນື່ອງຈາກຄວາມກົດດັນຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບສອງກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່. ເຊິ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ ຢູ່ໃນແຕ່ລະພາກ, ພ້ອມຈະມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ, ເຊິ່ງອາດຈະເຮັດໃຫ້ເຮືອນຊານເປ່ເພ, ຕົ້ນໄມ້ໃຫຍ່ ແລະ ປ້າຍໂຄສະນາ, ເສົາໄຟຟ້າ ຫັກລົ້ມ, ພ້ອມນີ້ຂໍໃຫ້ຕິດຕາມຂ່າວຈາກກົມ ອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.