ປກສ ແຂວງຈຳປາສັກ ກັກຕົວກຸ່ມຜູ້ຄ້າຂາຍ ແລະ ເສບຢາເສບຕິດ ໄດ້ 4 ຄົນ ຢູ່ເມືອງບາຈຽງ
April 10, 2024 - 1:28 PM

ວັນທີ 2 ເມສາ 2024ນີ້, ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງຈຳປາສັກ ໄດ້ລົງມ້າງຄະດີຄ້າຂາຍຢາເສບຕິດ (ຢາບ້າ) ຢູ່ເຂດ ບ້ານທີ1 ເມືອງບາຈຽງຈະເລີນສຸກ ແລະກັກຕົວຜູ້ກະທຳຜິດ 4 ຄົນ ພ້ອມຢາບ້າ 672 ເມັດຄື:
- ທ້າວ ຕົ້ນ ຕົ້ນທອງ ອາຍຸ 41 ປີ ຢູ່ບ້ານທີ1 ເມືອງບາຈຽງ ຄ້າຂາຍຢາເສບຕິດ ພ້ອມຢາບ້າ
302 ເມັດ. - ທ້າວ ແຫລ້ ສີລິໂພຄາ ອາຍຸ 35 ປີ ບ້ານໄຊສະຫວ່າງ ເມືອງບາຈຽງ ຄ້າຂາຍຢາເສບຕິດ ພ້ອມ
ຢາບ້າ 370 ເມັດ, ໂທລະສັບ 1 ໜ່ວຍ. - ທ້າວ ຄໍາຫລ້າ ພົມມະວົງ ອາຍຸ 32 ປີ ບ້ານໄຊສະຫວ່າງ ເມືອງບາຈຽງ ເສບຢາເສບຕິດ ພ້ອມ
ໂທລະສັບ 1 ໜ່ວຍ - ນາງ ໝ໋ອກໄພວັນ ແສນບຸນມີ ອາຍຸ 31 ປີ ບ້ານໄຊສະຫວ່າງ ເມືອງບາຈຽງ ເສບຢາເສບຕິດ
ພ້ອມໂທລະສັບ 3 ໜ່ວຍ ແລະ ຊັບສິນມີຄ່າຈພນວນໜຶ່ງ.
ປັດຈຸບັນຄະດີດັ່ງກ່າວເຈົ້າໜ້າທີ່ພວມດໍາເນີນການສືບສວນ-ສອບສວນເພື່ອຊອກຫາຜູ້ເຂົ້າຮ່ວມຂະບວນການມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.