ເມສຊີ ຢາກຍ້າຍມາ ແມນເຊສເຕີ ຊິຕີ ເພື່ອຮ່ວມວຽກກັບ ເປບ
October 15, 2017 - 1:36 PM




ເປັນທີ່ເຂົ້າໃຈກັນວ່າ ເມສ ຊີ ຈະໝົດສັນຍາກັບ ບາເຊໂລ ນາ ໃນລະດູການໜ້າ ແລະ ເຖິງວ່າຈະມີຂ່າວວ່າລາວເອງ ແລະ ສະໂມສອນຕົ້ນສັງກັດເຈ ລະຈາເລື່ອງການຂະຫຍາຍ ສັນຍາສະບັບໃໝ່ອອກມາ ຫຼາຍຄັ້ງ ແຕ່ກໍຍັງບໍ່ມີພາບການ ເຊັນສັນຍາຢ່າງເປັນທາງການອອກມາ.
ຫຼ້າສຸດ ເດິ ຊັນ ສື່ຊັ້ນນຳ ຂອງ ອັງກິດ ລາຍງານຂ່າວ ວ່າ: ເມສຊີ ອາຍຸ 29 ປີ ກຽມ ພິຈາລະນາຢ່າງຈິງຈັງເຖິງໂອກາດໃນການຍ້າຍໄປຮ່ວມທີມ ແມນເຊສເຕີ ຊີຕີ ທີ່ມີອະດີດ ຫົວໜ້າເກົ່າຢ່າງ ເປບ ກວາດິ ໂອລາ ຜູ້ຈັດການທີມຊາວ ສະເປນ ຄຸມທີມຢູ່ ຫຼັງລາວ ເອງເບິ່ງບໍ່ຄ່ອຍໝັ້ນໃຈຫຼາຍ ປານໃດກັບອະນາຄົດໄລຍະ ຍາວຂອງສະໂມສອນ.