7 ຂໍ້ຫ້າມທີ່ຄວນປະຕິບັດໃນການສະເຫລີມສະຫລອງປີໃໝ່ລາວ ພສ 2566 – 2567ຢູ່ນະຄອນຫລວງວຽງຈັນ
ສະເຫລີມສະຫລອງປີໃໝ່ລາວ ພສ 2566-2567 ແຕ່ວັນທີ 13-16 ເມສາ 2024ນີ້, ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້ອອກ 7 ຂໍ້ຫ້າມ ຄື:
1. ຫ້າມຊື້-ຂາຍສິນຄ້າ, ວັດຖຸທີ່ກໍ່ໃຫ້ເກີດສຽງແຕກທຸກປະເພດ, ບໍ່ໃຫ້ຈຸດໝາກກະໂພກ, ໂຄມໄຟລອຍຂຶ້ນຟ້າ, ບັ້ງໄຟດອກ, ບັ້ງພຸ, ທາດລະເບີດ, ທາດແຕກ, ທາດເບື່ອ-ເຄມີ, ທາດກຳມັນຕະພາບລັງສີ, ວັດຖຸອອກລິດຕໍ່ສຸຂະພາບ ແລະ ຫ້າມມົ້ວສຸມສານເສບຕິດ ທີ່ເປັນຜົນລົບຕໍ່ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.
2. ຫ້າມໃຊ້ພາຫະນະບັນຈຸຖັງນໍ້າ, ຄຸນໍ້າ, ທໍ່ຢາງຕໍ່ນໍາຈາກເຮືອນອອກມາ ເພື່ອຫົດສົງຄົນຢູ່ຕາມຖະໜົນ ແລະ ຫ້າມລວມຕົວກັນເປັນກຸ່ມ ເຕັ້ນຟ້ອນຕາມຖະໜົນ ຢ່າງເດັດຂາດ.
3. ຫ້າມໃຊ້ນໍ້າເປິະເປື້ອນ, ນໍ້າສີ, ນໍ້າປົນກັບພືດທີ່ຄັນຄາຍ, ນ້ຳກ້ອນໃສ່ຖົງຢາງແກ່ວງໃສ່ກັນ, ບໍ່ໃຫ້ນຸ່ງເຄື່ອງ ສັ້ນ-ເຂີນ-ເສື້ອບາງ ເຊິ່ງຈະເປັນການຍົ່ວຍວນ-ບໍ່ຖືກຕ້ອງຕາມຮີດຄອງປະເພນີ, ຫ້າມທ່ຽວຫລິ້ນແບບລາມົກອະນາ ຈານ ແລະ ຫ້າມຫລິ້ນການພະນັນທຸກປະເພດ ຢ່າງເດັດຂາດ.
4. ຫ້າມລົງຫລິ້ນນ້ຳຢູ່ຫາດຊາຍນໍ້າຂອງ ທີ່ບໍ່ໄດ້ຮັບອະນຸຍາດຈາກທາງການ ຫລື ບ່ອນທີ່ບໍ່ມີເຈົ້າໜ້າທີ່ປ້ອງກັນ ຮັກສາຄວາມສະຫງົບ, ຄວາມປອດໄພ ເພື່ອຫລີກລ່ຽງຕໍ່ສິ່ງທີ່ບໍ່ເພິ່ງປາດຖະໜາທີ່ອາດຈະເກີດຂຶ້ນ.
5. ຫ້າມໃຊ້ພາຫະນະແຫ່ຄົບງັນຕາມຖະໜົນຫົນທາງ (ຍົກເວັ້ນຂະບວນແຫ່ພະພຸດທະຮູບທີ່ທາງການອະນຸມັດ), ເວລາຂັບຂີ່ລົດປະເພດຕ່າງໆ ສັນຈອນຕາມຖະໜົນຜູ້ຂັບຂີ່ຕ້ອງປະຕິບັດຕາມກົດລະບຽບຈະລາຈອນວາງອອກຢ່າງເຂັ້ມງວດ ເຊັ່ນ: ຫ້າມຜູ້ຂັບຂີ່ດື່ມສິ່ງມຶນເມົາ (ດື່ມບໍ່ຂັບ, ຂັບບໍ່ດື່ມ), ຫ້າມຂີ່ລົດເປັນຝັ່ງເປັນແພ, ແລ່ນລົດໄວເກີນ ຂອບເຂດ, ຜູ້ຂັບຂີ່ຕ້ອງປະຕິບັດຕາມປ້າຍສັນຍານຈະລາຈອນ, ຫ້າມຜູ້ໂດຍສານນັ່ງຫົວລົດ, ຫລັງຄາລົດເວລາຂັບຂີ່ໄປ ຕາມທ້ອງຖະໜົນ, ຫ້າມລົດບັນທຸກຂົນສົ່ງສິນຄ້າ, ລົດໂດຍສານບັນທຸກເກີນຂອບເຂດ, ຫ້າມວາງວັດຖຸ, ສິ່ງຂອງ, ໂຕະ-ຕັ່ງ ເຕັ້ນ, ຕັ້ງຍຸດຂາຍເຄື່ອງຢູ່ຕາມແຄມທາງ(ທາງຄົນຍ່າງ), ຫ້າມຈອດລົດຊະຊາຍຕາມແຄມທາງເຊິ່ງເປັນການ ກີດຂວາງການສັນຈອນຂອງຍານພາຫະນະ-ຄົນຍ່າງ ແລະ ຫ້າມຜູ້ປົກຄອງປະປ່ອຍໃຫ້ເດັກນ້ອຍທີ່ອາຍຸບໍ່ເຖິງກະສຽນ ຂັບຂີ່ຍານພາຫະນະຢ່າງເດັດຂາດ.
6. ຫ້າມເປີດເຄື່ອງສຽງດັງເນືອງນັນເກີນຂອບເຂດ ຢູ່ໃນບ້ານ-ເຮືອນ, ສຳນັກງານອົງການ, ໂຮງຈັກ, ໂຮງງານ, ສະຖານທີ່ສາທາລະນະ ແລະ ໃຫ້ປະຕິບັດຕາມຂໍ້ຕົກລົງສະບັບເລກທີ 620/ຈນວ, ລົງວັນທີ 29 ກັນຍາ 2020, ເປີດ ສຽງບໍ່ໃຫ້ເກີນ 80 ດີຊີເບວ ແລະ ກໍານົດເວລາການເປີດເຄື່ອງສຽງແມ່ນ 8:00 ໂມງ ຫາ 23:00 ໂມງ.
7. ຫ້າມຫົດນໍ້າໃສ່ເຈົ້າໜ້າທີ່ ກຳລັງປະຕິບັດໜ້າທີ່ຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ຕາມສະຖານທີ່ຕ່າງໆ. ມາດຕະການຕໍ່ຜູ້ລະເມີດ.
ທັງນີ້ ເພື່ອຮັບປະກັນໃຫ້ການສະເຫລີມສະຫລອງປີໃໝ່ລາວຢູ່ນະຄອນຫລວງວຽງຈັນ ປີນີ້ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ ທັງເຮັດໃຫ້ບັນຫາການເກີດອັກຄີໄພ ແລະ ການກໍ່ອາຊະຍາກໍາຕ່າງໆໃຫ້ນັບມື້ຫລຸດລົງ.