ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລາຍງານຜົນກວດນ້ຳ ຈາກເຫດການທາດເຄມີຮົ່ວໄຫຼ ຢູ່ນະຄອນຫຼວງພະບາງ

ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລາຍງານຜົນກວດນ້ຳ ຈາກເຫດການທາດເຄມີຮົ່ວໄຫຼ ຢູ່ນະຄອນຫຼວງພະບາງ - 435683175 739892891650847 5080535299070948423 n - ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລາຍງານຜົນກວດນ້ຳ ຈາກເຫດການທາດເຄມີຮົ່ວໄຫຼ ຢູ່ນະຄອນຫຼວງພະບາງ
ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລາຍງານຜົນກວດນ້ຳ ຈາກເຫດການທາດເຄມີຮົ່ວໄຫຼ ຢູ່ນະຄອນຫຼວງພະບາງ - kitchen vibe - ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລາຍງານຜົນກວດນ້ຳ ຈາກເຫດການທາດເຄມີຮົ່ວໄຫຼ ຢູ່ນະຄອນຫຼວງພະບາງ

ວັນທີ 10 ເມສາ 2024 ເພຈກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລາຍງານວ່າ: ເຫດການອຸບັດຕິເຫດລົດບັນທຸກສານເຄມີ ອາຊິດຊູນຟູຣິກ 98% (Acid Sulfuric 98%) ຈຳນວນ 30 ໂຕນ ໄດ້ພິກຂວ້ມຢູ່ເສັ້ນທາງຕັດໃໝ່ ເລກ 13 ເໜືອ ເຂດບ້ານພູຊ້າງຄໍາ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໃນວັນທີ 3 ເມສາ 2024 ເວລາປະມານ 14:25 ນາທີ, ຫຼັງຈາກນັ້ນ ສານເຄມີອາຊິດຊຸນຟູຣິກ ໄດ້ໄຫຼອອກຈາກຖັງລົດບັນທຸກ ແລະ ຄ່ອຍໆໄຫຼລົງສູ່ຮ່ອງລະບາຍນໍ້າຂ້າງທາງ ກ່ອນໄຫຼລົງຫ້ວຍນໍ້າທີ່ຢູ່ໃກ້ຄຽງ ໂດຍມີໄລຍະຫ່າງຈາກຈຸດເກີດເຫດຫາແມ່ນໍ້າຄານ ປະມານ 300 ແມັດ, ແລະ ມີໄລຍະຫ່າງທາງນໍ້າ ໄປຫາປາກແມ່ນໍ້າຄານ (ຈຸດເຊື່ອມຕໍ່ແມ່ນໍ້າຂອງ) ປະມານ 6 ກິໂລແມັດ, ຈາກຈຸດເຊື່ອມຕໍ່ແມ່ນໍ້າຂອງ (ປາກແມ່ນໍ້າຄານ) ເຖິງເຂື່ອນໄຊຍະບູລີ ມີໄລຍະທາງປະ ມານ 105 ກິໂລແມັດ, ຈາກຈຸດເຊື່ອມຕໍ່ແມ່ນໍ້າຂອງ ເຖິງສະຖານີຊຽງຄານ (ປະເທດໄທ) ໄລຍະທາງນໍ້າ ປະມານ 235 ກິໂລແມັດ ແລະ ຈາກຈຸດເຊື່ອມຕໍ່ແມ່ນໍ້າຂອງເຖິງສະຖານີ ສະຕຸງສະແຕຼງ Stung Streng (ກໍາປູເຈຍ) ໄລຍະທາງປະມານ 935 ກິໂລແມັດ.

ວັນທີ 4 ເມສາ 2024 ເວລາ 7 ໂມງເຊົ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫຼວງພະບາງ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ບໍລິສັດເຈົ້າຂອງຂົນສົ່ງລົງແກ້ໄຂເຫດການເບື້ອງຕົ້ນ ໂດຍສີດນໍ້າລ້າງ, ສ້າງຄູດິນກັ້ນນໍ້າຫ້ວຍ ໂດຍມີຜ້າຢາງປ້ອງກັນບໍ່ໃຫ້ນໍ້າທີ່ປົນເປື້ອນສານອາຊິດຊຸນຟູຣິກ ໄຫຼລົງສູ່ແມ່ ນໍ້າຄານ, ພ້ອມດຽວກັນນັ້ນ ກໍ່ໄດ້ໂຮຍປູນຂາວ Ca(OH)2 ເພື່ອປັບຄ່າກົດດ່າງ (pH) ແລະ ສູບນໍ້າກັບຂຶ້ນເທິງ ເພື່ອໃຫ້ນໍ້າໄດ້ມີການໝູນວຽນເພື່ອໃຫ້ປະສົມກັບປູນຂາວປັບປຸງຄຸນນະພາບນໍ້າໃຫ້ດີຂຶ້ນ ໄປຄຽງຄູ່ກັບການກວດວັດແທກພາກສະໜາມຢ່າງເປັນປະຈຳໂດຍສະເພາະຄ່າກົດ-ດ່າງ (pH).

ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລາຍງານຜົນກວດນ້ຳ ຈາກເຫດການທາດເຄມີຮົ່ວໄຫຼ ຢູ່ນະຄອນຫຼວງພະບາງ - Visit Laos Visit SALANA BOUTIQUE HOTEL - ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລາຍງານຜົນກວດນ້ຳ ຈາກເຫດການທາດເຄມີຮົ່ວໄຫຼ ຢູ່ນະຄອນຫຼວງພະບາງ
ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລາຍງານຜົນກວດນ້ຳ ຈາກເຫດການທາດເຄມີຮົ່ວໄຫຼ ຢູ່ນະຄອນຫຼວງພະບາງ - Visit Laos Visit SALANA BOUTIQUE HOTEL - ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລາຍງານຜົນກວດນ້ຳ ຈາກເຫດການທາດເຄມີຮົ່ວໄຫຼ ຢູ່ນະຄອນຫຼວງພະບາງ

ທີມງານ ວິຊາການ ຈາກ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະກອບດ້ວຍ ກົມຊັບພະຍາກອນນໍ້າ, ສະຖາບັນຄົ້ນຄວ້າຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກອງເລຂາຄະນະກຳມະການແມ່ນໍ້າຂອງແຫ່ງຊາດ ແລະ ພຊສ ແຂວງຫຼວງພະບາງ ຮ່ວມກັບ ກອງເລຂາຄະນະກຳມາທິການແມ່ນໍ້າສາກົນ ໄດ້ພ້ອມກັນສຳຫຼວດ ເພື່ອຫາມາດຕະການແກ້ໄຂ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ຈາກສານເຄມີອາຊິດຊຸນຟູຣິກ ທີ່ໄດ້ຮົ່ວໄຫລລົງສູ່ຫວ້ຍສ້ຽວ ແລະ ໄຫຼລົງສູ່ນໍ້າຄານ.

ໂດຍເລີ່ມຢູ່ທີ່ສະຖານທີ່ເກີດເຫດ ສານເຄມີອາຊິດຊຸລຟູຣິກ ທີ່ຮົ່ວໄຫຼລົງສູ່ເສັ້ນທາງ ທີ່ໄດ້ມີການທໍາຄວາມສະອາດອະນາໄມ , ຈຸດຄູປ້ອງກັນບໍ່ໃຫ້ນໍ້າໄຫຼອອກຈາກຈຸດເທິງ ເຊິ່ງມີນໍ້າພຽງຈໍານວນເລັກນ້ອຍ ໄດ້ໄຫຼເຂົ້າໄປໃນຈຸດຄູປ້ອງກັນທາງລຸ່ມ. ໄດ້ມີການເກັບຕົວຢ່າງນໍ້າ ໃນຈຸດຄູກັນ ນໍ້າທີ 1. ແລະ ໄດ້ເຄື່ອນຍ້າຍໄປທີ່ຈຸດທີ່ຮົ່ວໄຫຼອື່ນໆ ເພື່ອເກັບຕົວຢ່າງນໍ້າ, ດິນ ແລະ ວັດແທກຄ່າ (pH, EC, DO, ແລະ ອຸນຫະພູມ). ຈາກນັ້ນ, ທີມງານກໍ່ໄດ້ລົງເກັບຕົວຢ່າງຕາມລຳແມ່ນໍ້າຄານ ໄປຫາຈຸດເຊື່ອມກັບແມ່ນໍ້າຂອງ (ປາກແມ່ນໍ້າຄານ) ຈຳນວນ 3 ຈຸດ ແລະ ແມ່ນໍ້າຂອງອີກ 3 ຈຸດ (ທາງເທິງກ່ອນນໍ້າຄານປະສົມກັບນໍ້າຂອງ) ແລະ 2 ຈຸດ (ທາງລຸ່ມຫຼັງນໍ້າຄານປະສົມກັບນໍ້າຂອງ). ຈາກນັ້ນ, ທີມງານໄດ້ລົງໄປເກັບຕົວຢ່າງຢູ່ຈຸດຄອງນໍ້າ ທີ່ຈະໄຫຼສູ່ແມ່ນໍ້າຄານ (ຄູປ້ອງກັນນໍ້າ 3) ດ້ານໜ້າ ແລະ ທາງຫຼັງຂອງຄູປ້ອງກັນ. ທີມງານຍັງໄດ້ປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອເກັບຂໍ້ມູນເພີ່ມເຕີມຢູ່ຈຸດຄູປ້ອງກັນ ທີ 3. ສະຖານທີ່ຂອງຈຸດເກັບຕົວຢ່າງແມ່ນສະແດງຢູ່ໃນຕາຕະລາງ 1.

ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລາຍງານຜົນກວດນ້ຳ ຈາກເຫດການທາດເຄມີຮົ່ວໄຫຼ ຢູ່ນະຄອນຫຼວງພະບາງ - 436252948 739892971650839 5420821146346483878 n - ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລາຍງານຜົນກວດນ້ຳ ຈາກເຫດການທາດເຄມີຮົ່ວໄຫຼ ຢູ່ນະຄອນຫຼວງພະບາງ

ອີງຕາມຜົນການວັດແທກຄຸນນະພາບນໍ້າ ພາກສະໜາມ ໃນລະຫວ່າງ, ວັນທີ 7-8 ເມສາ 2024 ເຫັນວ່າຄ່າຄວາມເປັນ ກົດ-ດ່າງ (pH) ຢູ່ຈຸດກາງຂອງຄອງ ນໍ້າ (C_1) ແມ່ນມີຄ່າຄວາມເປັນກົດ ຄ້າຍຄືກັນກັບຈຸດເກີດເຫດ (IC) ມີຄ່າເທົ່າກັບ 6.94. ຈຸດເກັບຕົວຢ່າງເພີ່ມເຕີມຢູ່ນໍ້າຄານ (NK4) ເຫັນວ່າບໍ່ມີຜົນກະທົບຈາກເຫດການທີ່ເກີດຂຶ້ນກັບແມ່ນໍ້າຂອງ, ໂດຍມີຄ່າ pH ທີ່ 8.09 ແລະ ເຫັນວ່າຄ່າຄວາມເປັນ ກົດ-ດ່າງ (pH) 16 ໃນລະຫວ່າງ 6-9 ຊຶ່ງນອນຢູ່ໃນເກນມາດຕະຖານສິ່ງແວດລ້ອມແຫ່ງຊາດ ແລະ ບໍ່ມີຜົນກະທົບ ຕໍ່ຄຸນນະພາບນໍ້າ ແມ່ນໍ້າຄານ ແລະ ແມ່ນໍ້າຂອງ.

ການສ້າງຄູປ້ອງກັນໃນຮອ່ງນໍ້າ ໄດ້ປ້ອງກັນບໍ່ໃຫ້ສານເຄມີຈໍານວນໜື່ງບໍ່ຮົ່ວໄຫລລົງສູ່ແມ່ນໍ້າ ແລະ ປ້ອງກັນບໍ່ໃຫ້ສ້າງຜົນກະທົບຕໍ່ ຄ່າ pH ຂອງນໍ້າຄານ. ມາດຕະການ ແກ້ໄຂບັນຫາຂອງທ້ອງຖິ່ນ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ຊ່ວຍຫຼຸດຜ່ອນຜົນກະທົບຈາກເຫດການດັ່ງກ່າວ ຕໍ່ກັບຄຸນນະພາບນໍ້າໃນແມ່ນໍ້າຄານ ແລະ ແມ່ນໍ້າຂອງ.

ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລາຍງານຜົນກວດນ້ຳ ຈາກເຫດການທາດເຄມີຮົ່ວໄຫຼ ຢູ່ນະຄອນຫຼວງພະບາງ - 5 - ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລາຍງານຜົນກວດນ້ຳ ຈາກເຫດການທາດເຄມີຮົ່ວໄຫຼ ຢູ່ນະຄອນຫຼວງພະບາງ
ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລາຍງານຜົນກວດນ້ຳ ຈາກເຫດການທາດເຄມີຮົ່ວໄຫຼ ຢູ່ນະຄອນຫຼວງພະບາງ - 3 - ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລາຍງານຜົນກວດນ້ຳ ຈາກເຫດການທາດເຄມີຮົ່ວໄຫຼ ຢູ່ນະຄອນຫຼວງພະບາງ
ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລາຍງານຜົນກວດນ້ຳ ຈາກເຫດການທາດເຄມີຮົ່ວໄຫຼ ຢູ່ນະຄອນຫຼວງພະບາງ - 4 - ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລາຍງານຜົນກວດນ້ຳ ຈາກເຫດການທາດເຄມີຮົ່ວໄຫຼ ຢູ່ນະຄອນຫຼວງພະບາງ