ຫລວງນ້ຳທາຈູດທຳລາຍຢາເສບຕິດຈຳນວນຫລາຍ

ເມື່ອທ້າຍອາທິດຜ່ານມາ ແຂວງຫລວງນ້ຳທາໄດ້ຈັດພິທີ ຈູດທຳລາຍຢາເສບຕິດເນື່ອງໃນ ໂອກາດແຫ່ງຊາດຕ້ານຢາເສບ ຕິດຄົບຮອບ 16 ປີ (12 ຕຸລາ 2011-12 ຕຸລາ 2017) ຂຶ້ນທີ່ ເດີ່ນກິລາແຂວງໂດຍມີ ທ່ານ ເພັດ ຖາວອນ ພິລະວັນ ເຈົ້າແຂວງ ຫລວງນ້ຳທາ, ພ້ອມດ້ວຍຄະນະ ນຳຂອງແຂວງ, ມີຫົວໜ້າ-ຮອງ ຫົວໜ້າ ປກສ -ປກຊ ແລະ ພະ ແນກການທີ່ກ່ຽວ ຂ້ອງເຂົ້າຮ່ວມ.
+ ຜົ້ງສາລີທຳລາຍອາວຸດລ່າເນື້ອເປັນຈຳນວນຫລາຍ
+ ແຂວງອັດຕະປືທຳລາຍຢາເສບຕິດຈຳນວນຫລາຍ
ທ່ານ ຮອງຫົວໜ້າອົງການ ໄອຍະການປະຊາຊົນແຂວງ ໃຫ້ ຮູ້ວ່າ: ຢາເສບຕິດທີ່ທຳລາຍນີ້ ມີຢາບ້າຫລາຍກວ່າ 165 ພັນ ເມັດ, ຢາໄອ 10 ກິໂລ ແລະ ສິງ ເສບຕິດອື່ນໆ ຈຳນວນໜຶ່ງ ແລະ ໃນໄລຍະ 1 ປີ ຜ່ານມາ, ພາກສ່ວນສ່ວນກ່ຽວຂ້ອງ ຕ່າງໆ ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ໄປຄຽງຄູ່ການໂຄສະນາເຜີຍ ແຜ່ຜົນຮ້າຍຂອງຢາເສບຕິດ ດ້ວຍຫລາຍ ຮູບການເຊັ່ນ: ລົງ ໂຄສະນາໃຫ້ ກຸ່ມບ້ານເປົ້າໝາຍ, ແຈກແຜ່ນຮູບພາບຜົນຮ້າຍຂອງ ຢາເສບຕິດ, ຂຽນບົດຕ້ານຢາ ເສບຕິດອອກອາກາດທາງລາຍ ການວິທະຍຸເພື່ອໃຫ້ສັງຄົມມີ ຄວາມຮັບຮູ້ເຂົ້າໃຈຕໍ່ຜົນຮ້າຍ ຂອງມັນພ້ອມທັງລົງທຳລາຍ ສວນຝິ່ນທີ່ ປະຊາຊົນລັກລອບ ປູກໄດ້ 21 ເຮັກຕາ, ກວດນ້ຳປັດ ສະວະໃຫ້ກຸ່ມເປົ້າໝາຍທີ່ມີຄວາມ ສ່ຽງເຊັ່ນ: ນັກຮຽນ- ນັກສຶກສາ, ພະນັກງານ ແລະ ພາກສ່ວນອື່ນໆ ຫລາຍຄັ້ງພ້ອມນີ້ຍັງໄດ້ສຸ່ມໃສ່ ວຽກງານສ້າງຄອບຄົວ ແລະ ບ້ານ ປອດຄະດີໄດ້ 21 ບ້ານ.
ສ່ວນການມ້າງຄະດີຢາ ເສບຕິດໄດ້ 69 ເລື່ອງ, ກັກຜູ້ຖືກ ຫາໄດ້ 93 ຄົນຍືດຂອງກາງຢາ ບ້າໄດ້ຫລາຍກວ່າ 2,4 ລ້ານ ເມັດ ຝິ່ນ 30 ກິໂລ, ເຮໂຮອິນ 12 ແທ່ງ, ລົດໃຫຍ່ 6 ຄັນ, ລົດຈັກ 39 ຄັນ, ໂທລະສັບ 67 ໜ່ວຍ, ເງິນ 15 ລ້ານກວ່າກີບ ແລະ 8.000 ກວ່າຢວນ (ສະ ກຸນເງິນຈີນ) ແລະ ຊັບສິນອື່ນໆ ຈຳນວນໜຶ່ງ.