ເຈົ້າໜ້າທີ່ກວດກາການຄ້າ ແຂວງຈໍາປາສັກ ລົງກວດກາສິນຄ້າ ຢູ່ຕະຫລາດໃໝ່ປາກເຊ ເພື່ອຄວບຄຸມລາຄາສິນບໍ່ໃຫ້ເໜັງຕີງແຮງໃນໄລຍະບຸນປີໃໝ່ລາວ
ວັນທີ 10 ເມສາ 2024, ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ໄດ້ເຄື່ອນໄຫວຕິດຕາມກວດກາສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ ແລະ ລາຄາສິນຄ້າອຸປະໂພກ-ບໍລິໂພກ ໃນໄລຍະບຸນປີໃໝ່ລາວ ພ.ສ 2566-2567 ຢູ່ຕະຫລາດໃໝ່ປາກເຊ ແລະ ຢູ່ຕາມຫ້າງຮ້ານໃນເທດສະບານນະຄອນປາກເຊ.
ເພື່ອຕິດຕາມກວດກາລາຄາສິນຄ້າອຸປະໂພກ-ບໍລິໂພກ ໂດຍສະເພາະແມ່ນລາຄາ ຊີ້ນໝູ, ປາ ແລະ ສິນຄ້າ ທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນ ແລະ ຜູ້ທີ່ມີລາຍໄດ້ຕໍ່າ ເພື່ອບໍ່ໃຫ້ລາຄາເໜັງຕີງເກີນຂອບເຂດທີ່ລັດກໍານົດໃຫ້.
ເຈົ້າໜ້າທີ່ກວດກາການຄ້າໃຫ້ຮູ້ວ່າ: ຖ້າຫາກພົບເຫັນມີການນຳເອົາສິນຄ້າບໍ່ຖືກຕ້ອງມາວາງຂາຍ ເປັນຕົ້ນ: ສິນຄ້າໝົດອາຍຸ, ຂາຍສິນຄ້າລາຄາແພງບໍ່ສອດຄ່ອງກັບລາຄາທີ່ພາກລັດກໍານົດ ແລະ ອື່ນໆ ທີ່ຜິດຕໍ່ລະບຽບ, ກົດໝາຍ ສາມາດໂທແຈ້ງສາຍດ່ວນການຄ້າ ທີ່ໝາຍເລກ 1510 ເພື່ອໃຫ້ເຈົ້າໜ້າທີ່ກວດກາການຄ້າໄດ້ແກ້ໄຂຢ່າງທັນການ, ເພື່ອປົກປ້ອງຜູ້ຊົມໃຊ້ ສ່ວນຜູ້ບໍລິໂພກກ່ອນຊື້ສິນຄ້າທຸກຄັ້ງຄວນກວດເບິ່ງວັນໝົດອາຍຸຂອງສິນຄ້ໃຫ້ລະອຽດກ່ອນ.