ມອບ-ຮັບສູນຝຶກອົບຮົມເກັບກູ້ລະເບີດ ຂອງຂວັນຈາກລັດຖະບານຍີ່ປຸ່ນ

- 22405749 695405007325120 6245911277206086902 n - ມອບ-ຮັບສູນຝຶກອົບຮົມເກັບກູ້ລະເບີດ ຂອງຂວັນຈາກລັດຖະບານຍີ່ປຸ່ນ
- kitchen vibe - ມອບ-ຮັບສູນຝຶກອົບຮົມເກັບກູ້ລະເບີດ ຂອງຂວັນຈາກລັດຖະບານຍີ່ປຸ່ນ

ພິທີມອບ-ຮັບສູນຝຶກອົບຮົມ ການເກັບກູ້ລະເບີດແຫ່ງຊາດລະ ຫວ່າງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ທາເຄຊິ ຮິກິຮະລະ ເອກອັກ ຄະລັດຖະທູດຍີ່ປຸ່ນ ປະຈຳລາວ ໄດ້ມີຂຶ້ນເມື່ອທ້າຍອາທິດຜ່ານ ມານີ້, ເຊິ່ງອາຄານດ່ັງກ່າວເປັນ ຊັ້ນດຽວ, ມີ 3 ຫລັງປະກອບມີ ອາຄານຫ້ອງຮຽນ, ຫໍພັກ, ຫ້ອງ ການສູນຝຶກ, ເຮືອນຄົວ, ໂຮງອາ ຫານ, ຫ້ອງນ້ຳ ແລະ ສິ່ງອຳນວຍ ຄວາມສະດວກອື່ນໆ, ລວມມູນ ຄ່າກໍ່ສ້າງທັງໝົດ 2,59 ລ້ານ ໂດລາສະຫະລັດ.

 

- Visit Laos Visit SALANA BOUTIQUE HOTEL - ມອບ-ຮັບສູນຝຶກອົບຮົມເກັບກູ້ລະເບີດ ຂອງຂວັນຈາກລັດຖະບານຍີ່ປຸ່ນ

+ ມອບ-ຮັບ ແລະ ເປີດນຳໃຊ້ໂທລະໂຄ່ງບ້ານກົກພຸງໃຕ້

+ ໂຮງຮຽນຄະນິດຄິດໄວ ແມ່ນສູນເຝິກທັກສະໃຫ້ເດັກນ້ອຍຢ່າງມີປະສິດທິພາບ

ໃນໂອກາດນີ້, ທ່ານ ລັດຖະ ມົນຕີກະຊວງແຮງງານໄດ້ຕາງ ໜ້າລັດຖະບານ ແລະ ປະຊາຊົນ ລາວສະແດງຄວາມຂອບໃຈຕໍ່ ການຊ່ວຍເຫລືອຂອງລັດຖະ ບານຍີ່ປຸ່ນໃນຄັ້ງນີ້, ເຊິ່ງຈະເປັນ ບ່ອນຖ່າຍທອດເຕັກນິກການ ເກັບກູ້ລະເບີດໃຫ້ພະນັກງານ ຂອງລາວໃຫ້ມີພື້ນຖານໜັກ ແໜ້ນ ແລະ ມີປະສິດທິຜົນ ກວ່າເກົ່າ.

ນອກນີ້ ໂຄງການເກັບກູ້ລະ ເບີດແຫ່ງຊາດຮ່ວມກັບອົງການ ເຈມັດສ, ໄດ້ທົດລອງນຳໃຊ້ກົນ ຈັກທຳລາຍລະເບີດລູກຫວ່ານທີ່ ພວມຈັດຕັ້ງປະຕິບັດຢູ່ແຂວງ ຊຽງຂວາງເປັນປີທີ 2 ແລ້ວ, ເຕັກນິກຂອງກົນຈັກນີ້ແມ່ນມີ ຄວາມທັນສະໄໝ ແລະ ເປັນທຳ ອິດໃນໂລກທີ່ໄດ້ນຳໃຊ້ເຂົ້າໃນ ການທຳລາຍລະເບີດລູກຫວ່ານ ຢູ່ລາວ ແລະ ຫວັງວ່າລັດຖະ ບານຍີ່ປຸ່ນຈະສືບຕໍ່ຊ່ວຍເຫລືອ ລາວໃນວຽກງານດັ່ງກ່າວໃຫ້ ໄດ້ຮັບຜົນສຳເລັດຕາມເປົ້າໝາຍ ວາງໄວ້, ແນໃສ່ເຮັດໃຫ້ຊີວິດ ການເປັນຢູ່ຂອງປະຊາຊົນບັນ ດາເຜົ່າໃນຂອບເຂດທົ່ວປະເທດມີຄວາມປອດໄພຈາກລະເບີດ ບໍ່ທັນແຕກ.

 

- 5 - ມອບ-ຮັບສູນຝຶກອົບຮົມເກັບກູ້ລະເບີດ ຂອງຂວັນຈາກລັດຖະບານຍີ່ປຸ່ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!