ລາວສະຫລອງວັນມາດຕະຖານໂລກ 14 ຕຸລາໃນຫົວຂໍ້ “ມາດຕະຖານເຮັດໃຫ້ຕົວເມືອງມີສະເໜ່ເພີ່ມຂຶ້ນ”

ເມື່ອທ້າຍອາທິດຜ່ານມາ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີຄຳເຫັນເນື່ອງໃນວັນມາດຕະຖານໂລກ ວັນທີ 14 ຕຸລາ ຄົບຮອບ 72 ປີວ່າ: ປີ 2017 ນີ້, ສປປ ລາວ ພ້ອມກັບບັນດາປະເທດສະມາຊິກອົງການມາດຕະຖານສາກົນ (ISO) ໄດ້ຈັດການສະເຫລີມສະຫລອງວັນມາດຕະຖານທົ່ວໂລກ ພາຍໃຕ້ຄຳຂວັນທີ່ອົງການມາດຕະຖານສາກົນວາງອອກຄື “ມາດຕະຖານເຮັດໃຫ້ຕົວເມືອງມີສະເໜ່ເພີ່ມຂຶ້ນ” (Standards make cities smart) ເພື່ອສະແດງໃຫ້ເຫັນຄວາມສຳຄັນຂອງມາດຕະຖານຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ຢັ້ງຢືນຄຸນນະພາບໃຫ້ຜູ້ຊົມໃຊ້ສາມາດເຊື່ອຖືໄດ້.
ນັບແຕ່ປີ 1993 ເປັນຕົ້ນມາ, ສປປ ລາວ ໄດ້ເລີ່ມເຄື່ອນໄຫວວຽກງານມາດຕະຖານຢ່າງເປັນທາງການ ໂດຍໄດ້ເຂົ້າຮ່ວມເປັນຄະນະກຳມະການທີ່ປຶກສາດ້ານມາດຕະຖານ ແລະ ຄຸນນະພາບຂອງອາຊຽນ (ACCSQ) ໃນປີ 1998 ແລະ ໄດ້ເປັນສະມາຊິກຜູ້ສັງເກດການຂອງອົງການມາດຕະຖານສາກົນ ໃນເດືອນມັງກອນ 2017. ປັດຈຸບັນ ລາວເຮົາກໍໄດ້ຍົກລະດັບຈາກການເປັນສະມາຊິກຜູ້ສັງເກດການມາເປັນສະມາຊິກເຄິ່ງສົມບູນຂອງອົງການມາດຕະຖານສາກົນທີ່ມີຖານະ ແລະ ບົດບາດຫລາຍຂຶ້ນໃນການເຄື່ອນໄຫວວຽກງານມາດຕະຖານຮ່ວມກັບພາກພື້ນ ແລະ ສາກົນ.
ວຽກງານມາດຕະຖານຢູ່ ສປປ ລາວ ໄດ້ມີການເຄື່ອນໄຫວພາຍໃຕ້ຄວາມຮັບຜິດຊອບຂອງກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມາຮອດປັດຈຸບັນ ລາວສາມາດສ້າງມາດຕະຖານໄດ້ຫລາຍຂຶ້ນ ເພື່ອອຳນວຍຄວາມສະດວກໃນການນຳເຂົ້າ-ສົ່ງອອກ ແລະ ຜົນງານທີ່ພົ້ນເດັ່ນແມ່ນໄດ້ຮັບຮອງເອົາມາດຕະຖານເຄື່ອງໃຊ້ໄຟຟ້າ-ເອເລັກໂຕຣນິກສາກົນ (IEC) ແລະ ມາດຕະຖານສາກົນ (ISO) ມາເປັນມາດຕະຖານແຫ່ງຊາດຈຳນວນ 281 ມາດຕະຖານ, ໄດ້ຮັບຮອງ ແລະ ປະກາດໃຊ້ມາດຕະຖານແຫ່ງຊາດຢ່າງເປັນທາງການຈຳນວນ 4 ມາດຕະຖານເຊັ່ນ: ມາດຕະຖານນ້ຳມັນເຄື່ອງ, ນ້ຳມັນເຮືອບິນເຈັດເອໜຶ່ງ, ແຜ່ນຍິບຊຳ ແລະ ໄດ້ດັດແກ້ມາດຕະຖານເຫລັກເສັ້ນປ້ອງອ້ອຍ. ສະນັ້ນ ມາຮອດປັດຈຸບັນ ໄດ້ມີມາດຕະຖານແຫ່ງຊາດທີ່ປະກາດໃຊ້ຢ່າງເປັນທາງການແລ້ວ ລວມທັງໝົດ 434 ມາດຕະຖານ, ພ້ອມທັງໄດ້ຮັບການອະນຸຍາດນຳໃຊ້ກາໝາຍມາດຕະຖານແຫ່ງຊາດຈຳນວນ 28 ຜະລິດຕະພັນ, ສາມາດຂຶ້ນທະບຽນກວດກາຄຸນນະພາບຜະລິດຕະພັນ ແລະ ສິນຄ້າໄດ້ທັງໝົດ 113 ລາຍການ, ມີບັນດາຂະແໜງການ, ບໍລິສັດທີ່ໄດ້ຮັບໃບຢັ້ງຢືນລະບົບມາດຕະຖານສາກົນ ISO/IEC ຈຳນວນ 25 ບໍລິສັດ ແລະ ໄດ້ຮ່ວມມືກັບຫລາຍພາກສ່ວນ ເພື່ອສ້າງຫ້ອງທົດລອງ, ສ້າງລະບົບການກວດກາ ແລະ ຢັ້ງຢືນຄຸນນະພາບຜະລິດຕະພັນ ແລະ ສິນຄ້າ ເປັນຕົ້ນໄດ້ສ້າງຕັ້ງໜ່ວຍງານກວດກາຄຸນນະພາບນ້ຳມັນເຊື້ອໄຟ ແລະ ອາຍແກັສຢູ່ຕາມດ່ານຊາຍແດນສາກົນໄດ້ 14 ດ່ານໃນຂອບເຂດທົ່ວປະເທດ.