ຄວາມໝາຍຂອງວັນສັງຂານລ່ວງ
April 12, 2024 - 12:14 PM

ວັນສັງຂານລ່ວງ: ແມ່ນມື້ທຳອິດຂອງການສະເຫລີມສະຫລອງປີໃໝ່ລາວ, ໃນມື້ນີ້ ປະຊາຊົນຈະມີການຫ້າງຫາກະກຽມດອກໄມ້, ເຄື່ອງຫອມ, ປັດກວາດເຮືອນຊານໃຫ້ສະອາດງາມຕາ, ຈັດແຕ່ງພາຫວານ, ພາເຂົ້າໄປວັດ; ຫລັງຈາກຖວາຍເພນແລ້ວ ພະສົງຈະອັນເຊີນພະພຸດທະຮູບລົງຈາກບັນລັງ ຫລື ບຸດສະບົກ ຫລື ຮ້ານພະ ໃຫ້ພຸດທະສາສະນິກກະຊົນໄດ້ຫົດສົງດ້ວຍນ້ຳອົບ ນ້ຳຫອມທີ່ໄດ້ຈັດກຽມມາ ເພື່ອເປັນສິຣິມົງຄຸນໃຫ້ແກ່ຕົນ ແລະ ຄອບຄົວ.
ຫລັງຈາກສົງພະແລ້ວກໍຈະພ້ອມກັນກັບຕ່າວເມືອເຮືອນ ເພື່ອອາຣາດທະນາ ພະພຸດທະຮູບຄູ່ເຮືອນລົງຈາກຮ້ານຫິ້ງມາຫົດສົງ ແລະ ຂໍພອນໃຫ້ເປັນມົງຄຸນແກ່ເຮືອນຊານຂອງຕົນນຳອີກ.
ບາງຄອບຄົວຖືໂອກາດເຮັດບຸນເຮືອນ ດ້ວຍການສູດມົນລ້ຽງເຊົ້າ ແລະ ເພນ ເພື່ອເປັນສີຣິມຸງຄຸນກໍໄດ້, ອີກອັນໜຶ່ງວັນສັງຂານລ່ວງ ຖືໂອກາດສົມມາພໍ່ແມ່ປູ່ຍ່າ, ຕາຍາຍ.