ມາເລເຊຍຢຸດນຳເຂົ້າ ສິນຄ້າຈາກ ສປປ ເກົາຫລີ

- hyy88kir - ມາເລເຊຍຢຸດນຳເຂົ້າ ສິນຄ້າຈາກ ສປປ ເກົາຫລີ
- kitchen vibe - ມາເລເຊຍຢຸດນຳເຂົ້າ ສິນຄ້າຈາກ ສປປ ເກົາຫລີ

ລັດຖະບານມາເລເຊຍຢຸດການນຳເຂົ້າສິນຄ້າຈາກ ສປປ ເກົາຫລີ, ຂະນະທີ່ສະຫະນະຄອນ ເອເມຣັດ ອາຣັບ ຂັບໄລ່ເອກອັກຄະ ລັດຖະທູດພຽງຢາງ ແລະ ປິດສຳນັກງານຢູ່ ສປປ ເກົາຫລີ.

- Visit Laos Visit SALANA BOUTIQUE HOTEL - ມາເລເຊຍຢຸດນຳເຂົ້າ ສິນຄ້າຈາກ ສປປ ເກົາຫລີ
- Visit Laos Visit SALANA BOUTIQUE HOTEL - ມາເລເຊຍຢຸດນຳເຂົ້າ ສິນຄ້າຈາກ ສປປ ເກົາຫລີ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ ໃນວັນທີ 14 ຕຸລາວ່າ: ສຳນັກງານສະຖິຕິ ແຫ່ງຊາດຂອງມາເລເຊຍລາຍງານມູນຄ່າການນຳເຂົ້າສິນຄ້າຈາກ ສປປ ເກົາຫລີ ໃນໄລຍະ 5 ເດືອນທຳອິດຂອງປີນີ້ ວ່າບັນລຸ 4,89 ລ້ານໂດລາສະຫະລັດ, ແຕ່ຫລັງຈາກນັ້ນຍັງບໍ່ມີການນຳເຂົ້າສິນຄ້າລາຍການໃດອີກ.

ທັງນີ້, ການພົວພັນລະຫວ່າງມາເລເຊຍກັບ ສປປ ເກົາຫລີ ເຄັ່ງຕຶງຂຶ້ນ ນັບແຕ່ເກີດເຫດລອບສັງຫານທ່ານ ກິມຈອງນຳ ອ້າຍ ຕ່າງມານດາຂອງທ່ານ ກິມຈອງອິນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ພາຍໃນອາຄານຜູ້ໂດຍສານຂອງສະໜາມບິນສາກົນກົວລາ ລຳເປີ ໃນເດືອນກຸມພາຜ່ານມາ ເຖິງຂັ້ນຕ່າງຝ່າຍຕ່າງເນລະເທດເອກອັກຄະລັດຖະທູດຂອງກັນ ແລະ ກັນ ແລະ ມາເລເຊຍມີຄຳ ສັ່ງໃນເດືອນຜ່ານມາ ຫ້າມພົນລະເມືອງເດີນທາງໄປ ສປປ ເກົາຫລີ ຢ່າງເດັດຂາດ.

ເຖິງຢ່າງໃດກໍຕາມ, ມາດຕະການຂວ້ຳບາດທາງການຄ້າຂອງມາເລເຊຍຕໍ່ ສປປ ເກົາຫລີ ເກີດຂຶ້ນກ່ອນສະພາຄວາມໝັ້ນຄົງ ແຫ່ງສະຫະປະຊາຊາດ (UNSC) ມີມະຕິຂວ້ຳບາດລັດຖະບານພຽງຢາງຄັ້ງໃໝ່ ໃນວັນທີ 11 ກັນຍາຜ່ານມາ ແລະ ອີກ 10 ວັນຕໍ່ມາ, ປະທານາທິບໍດີ ໂດນັນ ທຣຳ ປະກາດເຕືອນວ່າ: ອາເມລິກາຈະ “ລົງໂທດ” ໜ່ວຍງານລັດ ແລະ ເອກະຊົນຂອງປະເທດໃດກໍຕາມ ທີ່ຍັງມີການຮ່ວມມືທາງເສດຖະກິດກັບ ສປປ ເກົາຫລີ.

ຂະນະທີ່ຫລາຍປະເທດໃນອາຊີຕາເວັນອອກສຽງໃຕ້ປ່ຽນການພົວພັນກັບ ສປປ ເກົາຫລີ ຢ່າງຈະແຈ້ງ ໂດຍຟີລິບປິນປະກາດ ຢຸດການພົວພັນທາງການຄ້າກັບລັດຖະບານພຽງຢາງໃນເດືອນຜ່ານມາ, ສ່ວນມູນຄ່າການນຳເຂົ້າສິນຄ້າຂອງໄທຈາກ ສປປ ເກົາ ຫລີ ໃນໄລຍະ 8 ເດືອນທຳອິດບັນລຸ 1,4 ລ້ານໂດລາສະຫະລັດ, ຫລຸດລົງ 400.000 ໂດລາສະຫະລັດ ເມື່ອທຽບໃສ່ໄລຍະເວລາດຽວກັນ ຂອງປີຜ່ານມາ.

ນອກຈາກນີ້, ກະຊວງການຕ່າງປະເທດຂອງສະຫະນະຄອນ ເອເມຣັດ ອາຣັບ (UAE) ອອກຖະແຫລງການເລື່ອງການເນລະ ເທດເອກອັກຄະລັດຖະທູດ ສປປ ເກົາຫລີ ແລະ ຮຽກຕົວເອກອັກຄະລັດຖະທູດ UAE ປະຈຳນະຄອນຫລວງພຽງຢາງກັບປະເທດ, ພ້ອມທັງຢຸດການອອກວີຊາ ແລະ ໃບອະນຸຍາດເຮັດວຽກໃຫ້ພົນລະເມືອງ ສປປ ເກົາຫລີ.

- 5 - ມາເລເຊຍຢຸດນຳເຂົ້າ ສິນຄ້າຈາກ ສປປ ເກົາຫລີ
- 3 - ມາເລເຊຍຢຸດນຳເຂົ້າ ສິນຄ້າຈາກ ສປປ ເກົາຫລີ
- 4 - ມາເລເຊຍຢຸດນຳເຂົ້າ ສິນຄ້າຈາກ ສປປ ເກົາຫລີ