ຍ້ອນຊ່ວງລ່າງລົດຮຸກຖູກັບໜ້າທາງເກີດປະກາຍໄຟລຸກໄໝ້ຂຶ້ນຢູ່ທາງດ່ວນ ເສຍຊີວິດຕິດຢູ່ໃນລົດ 2 ຄົນ

ຍ້ອນຊ່ວງລ່າງລົດຮຸກຖູກັບໜ້າທາງເກີດປະກາຍໄຟລຸກໄໝ້ຂຶ້ນຢູ່ທາງດ່ວນ ເສຍຊີວິດຕິດຢູ່ໃນລົດ 2 ຄົນ - 2698 - ຍ້ອນຊ່ວງລ່າງລົດຮຸກຖູກັບໜ້າທາງເກີດປະກາຍໄຟລຸກໄໝ້ຂຶ້ນຢູ່ທາງດ່ວນ ເສຍຊີວິດຕິດຢູ່ໃນລົດ 2 ຄົນ
ຍ້ອນຊ່ວງລ່າງລົດຮຸກຖູກັບໜ້າທາງເກີດປະກາຍໄຟລຸກໄໝ້ຂຶ້ນຢູ່ທາງດ່ວນ ເສຍຊີວິດຕິດຢູ່ໃນລົດ 2 ຄົນ - kitchen vibe - ຍ້ອນຊ່ວງລ່າງລົດຮຸກຖູກັບໜ້າທາງເກີດປະກາຍໄຟລຸກໄໝ້ຂຶ້ນຢູ່ທາງດ່ວນ ເສຍຊີວິດຕິດຢູ່ໃນລົດ 2 ຄົນ

ວັນທີ 17 ເມສາ 2024 ນີ້, ພັນໂທ ວັດທະນາ ຈິດຕະພົງ ເຈົ້າໜ້າທີ່ຈະລາຈອນປະຈຳທາງດ່ວນວຽງຈັນ-ວັງວຽງ ລາຍງານຜ່ານລາຍການຂັບຂີ່ປອດໄພ ວິທະຍຸກະຈາຍສຽງແຫ່ງຊາດລາວ ກ່ຽວກັບອຸປະຕິ ເຫດໄຟໄໝ້ລົດຢູ່ເສັ້ນທາງດ່ວນວ່າ: ເວລາປະມານ 13:15 ນາທີ ຂອງ ວັນທີ 16 ເມສາ 2024 ໄດ້ເກີດອຸປະຕິເຫດລົດ ໃຫຍ່ເສຍຫລັກປິ້ນລົງແຄມທາງ ເຮັດໃຫ້ເກີດໄຟໄໝ້ຂຶ້ນຢູ່ທາງດ່ວນ ເຂດບ້ານຫ້ວຍທົນ ເມືອງໂພນໂຮງ ແຂວງວຽງຈັນ ເຮັດໃຫ້ມີຜູ້ຂັບຂີ່ ແລະ ຜູ້ໂດຍສານຖືກໄຟໄໝ້ເສຍຊີວິດຕິດຢູ່ໃນລົດ 2 ຄົນ ເພດຊາຍ ສັນຊາດຈີນ, ເຊິ່ງເຂດດັ່ງກ່າວແມ່ນບໍ່ມີກ້ອງວົງຈອນປິດ.

ຜ່ານການລົງກວດກາຂອງເຈົ້າໜ້າທີ່ເຫັນວ່າລົດຄັນດັ່ງກ່າວເສຍຫລັກໄປຕຳໃສ່ຮາວສະທ້ອນແສງ ເຮັດໃຫ້ຕີນລົດເບື້ອງຂວາຕົກລົງຮ່ອງລະບາຍນ້ຳ ແລະ ພື້ນຊ່ວງລ່າງຮຸກຖູກັບໜ້າທາງໃນໄລຍະຄວາມຍາວ 260 ກວ່າແມັດ ແລ້ວໄປຕຳໃສ່ແທ່ງສີມັງຂອບທາງ ເຮັດໃຫ້ລົດປິ້ນເກີດປະກາຍໄຟລະເບີດລຸກໄໝ້ຂຶ້ນ, ເນື່ອງຈາກເປັນລົດສອງລະບົບໄຮບິດ ແລະ ນ້ຳມັນ.

ຝາກເຕືອນເຖິງຜູ້ທີ່ໃຊ້ລົດໃຊ້ຖະໜົນເດີນທາງຜ່ານທາງດ່ວນໃຫ້ມີສະຕິລະມັດລະວັງ, ກວດກາສະພາບຍານພາຫະນະໃຫ້ດີກ່ອນອອກເດີນທາງ ແລະ ກຽມພ້ອມດ້ານສຸຂະພາບຂອງນັກຂັບຂີ່ ເພື່ອຫລີກລ່ຽງບໍ່ໃຫ້ເກີດອຸປະຕິເຫດ.

ຍ້ອນຊ່ວງລ່າງລົດຮຸກຖູກັບໜ້າທາງເກີດປະກາຍໄຟລຸກໄໝ້ຂຶ້ນຢູ່ທາງດ່ວນ ເສຍຊີວິດຕິດຢູ່ໃນລົດ 2 ຄົນ - 3 - ຍ້ອນຊ່ວງລ່າງລົດຮຸກຖູກັບໜ້າທາງເກີດປະກາຍໄຟລຸກໄໝ້ຂຶ້ນຢູ່ທາງດ່ວນ ເສຍຊີວິດຕິດຢູ່ໃນລົດ 2 ຄົນ
ຍ້ອນຊ່ວງລ່າງລົດຮຸກຖູກັບໜ້າທາງເກີດປະກາຍໄຟລຸກໄໝ້ຂຶ້ນຢູ່ທາງດ່ວນ ເສຍຊີວິດຕິດຢູ່ໃນລົດ 2 ຄົນ - 5 - ຍ້ອນຊ່ວງລ່າງລົດຮຸກຖູກັບໜ້າທາງເກີດປະກາຍໄຟລຸກໄໝ້ຂຶ້ນຢູ່ທາງດ່ວນ ເສຍຊີວິດຕິດຢູ່ໃນລົດ 2 ຄົນ
ຍ້ອນຊ່ວງລ່າງລົດຮຸກຖູກັບໜ້າທາງເກີດປະກາຍໄຟລຸກໄໝ້ຂຶ້ນຢູ່ທາງດ່ວນ ເສຍຊີວິດຕິດຢູ່ໃນລົດ 2 ຄົນ - 4 - ຍ້ອນຊ່ວງລ່າງລົດຮຸກຖູກັບໜ້າທາງເກີດປະກາຍໄຟລຸກໄໝ້ຂຶ້ນຢູ່ທາງດ່ວນ ເສຍຊີວິດຕິດຢູ່ໃນລົດ 2 ຄົນ