ລາວສະເຫລີມສະຫລອງວັນລ້າງມືສາກົນ 15 ຕຸລາ

- kitchen vibe - ລາວສະເຫລີມສະຫລອງວັນລ້າງມືສາກົນ 15 ຕຸລາ

ໃນວັນທີ 1  ຕຸລາຜ່ານມາ, ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນໄດ້ຈັດພິທີສະເຫລີມສະຫລອງວັນລ້າງມືສາກົນ 15 ຕຸລາ ປະຈໍາປີ 2017 ພາຍໃຕ້ຄໍາຂວັນ “ມືສະອາດອານາຄົດສົດໃສ” ຂຶ້ນທີ່ໂຮງຮຽນປະຖົມສົມບູນສີເກີດເມືອງນາຊາຍທອງນະຄອນຫຼວງວຽງຈັນ, ເພື່ອເປັນການໂຄສະນາ ແລະ ປຸກລະດົມໃຫ້ນ້ອງນັກຮຽນໃນໂຮງຮຽນ ແລະ ຊຸມຊົນໄດ້ສ້າງຂະບວນການລ້າງມືໃສ່ສະບູ ເພື່ອຫລີກລ້ຽງພະຍາດຕ່າງໆ, ໂດຍການເຂົ້າຮ່ວມຂອງທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ມີເອກອັກຄະລັດຖະທູດເຢຍລະມັນປະຈໍາລາວ, ເຈົ້າເມືອງນາຊາຍທອງ, ຜູ້ຕາງໜ້າກະຊວງສຶກສາທິການ ແລະ ກິລາ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ໂຄງການສົ່ງເສີມສຸຂະພາບດີໃນໂຮງຮຽນ (Fit for School) ທີ່ຈັດຕັ້ງປະຕິບັດໂດຍອົງການຈີໄອແຊດ (GIZ) ເປັນໂຄງການໜຶ່ງທີ່ເນັ້ນແກ້ໄຂບັນຫາດ້ວຍວິທີລຽບງ່າຍ, ຜັນຂະຫຍາຍໄດ້, ມີຄວາມຍືນຍົງ ແລະ ເຊື່ອມໂຍງເຂົ້າໃນລະບົບການສຶກສາ ເພື່ອສົ່ງເສີມໃຫ້ເດັກນ້ອຍຮັກສາສຸຂະພາບ ແລະ ປ່ຽນແປງພຶດຕິກໍາໂດຍຜ່ານກິດຈະວັດປະຈໍາວັນ ເຊັ່ນ: ການລ້າງມືເປັນປະຈໍາໃນທຸກໆວັນ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຕັ້ງປະຕິບັດໂຄງການສົ່ງເສີມສຸຂະພາບດີໃນໂຮງຮຽນມາແຕ່ປີ 2011 ແລະ ປະສົບຜົນສໍາເລັດຄື: ມີການປັບປຸງລະບົບການສະໜອງນໍ້າ, ສຸຂະພາບ ແລະ ອະນາໄມໃນໂຮງຮຽນທົ່ວປະເທດ.  ມາຮອດປັດຈຸບັນ, ມີໂຮງຮຽນທີ່ປະຕິບັດກິດຈະກໍາລ້າງມື ແລະ ຖູແຂ້ວເປັນກຸ່ມຫລາຍກວ່າ 1.000 ແຫ່ງ, ໂດຍນໍາໃຊ້ວິທີການຂອງໂຄງການສຸຂະພາບດີໃນໂຮງຮຽນ.

ທ່ານນາງ ຂັນທະລີ ສິລິພົງພັນ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ກອງປະຊຸມສະມັດສາຂອງອົງການສະຫະປະຊາຊາດ (ສປຊ) ໄດ້ຕົກລົງເອົາໃນປີ 2008 ເປັນປີສຸຂະອະນາໄມ,  ໃນນັ້ນເຫັນດີເອົາວັນທີ 15 ຕຸລາເປັນວັນລ້າງມືສາກົນ ແລະ ນັບແຕ່ປີນັ້ນມາລາວເຮົາໄດ້ສ້າງຂະບວນການສະເຫລີມສະຫລອງການລ້າງມືຢູ່ໃນໂຮງຮຽນອະນຸບານ, ໂຮງຮຽນສາມັນສຶກສາ ແລະ ສະຖາບັນສ້າງຄູທົ່ວປະເທດ, ໂດຍໃນປີ 2008 ໄດ້ສະເຫລີມສະຫລອງຢູ່ໂຮງຮຽນປະຖົມນາຄວາຍເມືອງໄຊເສດຖາ, ປີ 2009 ຈັດແຂ່ງຂັນຂຽນກາບກອນຫົວຂໍ້ “ມືສະອາດ” ແລະ ປີ 2010 ຈັດແຂ່ງຂັນຂຽນຄໍາຂວັນທົ່ວປະເທດໃນຫົວຂໍ້ “ມືສະອາດປັດສະຈາກພະຍາດຕ່າງໆ” ປີ 2011 ໄດ້ຄັດເລືອກເອົາໂຮງຮຽນປະຖົມ 4 ແຫ່ງເມືອງເທດສະບານທີ່ນະຄອນຫລວງວຽງຈັນເຂົ້າຮວມສິລະປະວັນນະຄະດີ, ປີ 2012 ສະເຫລີມສະຫລອງທີ່ເດີນພະທາດຫລວງ, ປີ 2013 ສະຫລອງຢູ່ໂຮງຮຽນເພຍລາດເມືອງສັງທອງ, ປີ 2014 ສະຫລອງຢູ່ໂຮງຮຽນປະຖົມທົ່ງກາງເມືອງສີສັດຕະນາກ, ປີ 2015 ສະຫລອງຢູ່ເມືອງສີໂຄດຕະບອງ, ປີ 2016 ຈັດຂຶ້ນທີແຂວງສາລະວັນ ແລະ ໂຮງຮຽນປະຖົມໜອງໜ້ຽວເມືອງສີໂຄດຕະບອງນະຄອນຫຼວງວຽງຈັນ.

- 5 - ລາວສະເຫລີມສະຫລອງວັນລ້າງມືສາກົນ 15 ຕຸລາ
- 3 - ລາວສະເຫລີມສະຫລອງວັນລ້າງມືສາກົນ 15 ຕຸລາ
- 4 - ລາວສະເຫລີມສະຫລອງວັນລ້າງມືສາກົນ 15 ຕຸລາ