ເຟເດີເຣີ ຊະນະ ນາດາລ 2-0 ເຊັດ ໄດ້ແຊ໊ມເຕັນນິສ ຊ່ຽງ ໄຮ້ ມ ໂຣເລັກ ມາສເຕີ ໄປຄອງ
October 16, 2017 - 3:47 PM




ຈາກໄຊຊະນະນັດນີ້ ສົ່ງ ຜົນໃຫ້ ເຟເດີເຣີ ໄດ້ແຊ໊ມລາຍ ການນີ້ເປັນສະໄໝທີ 2 ຫຼັງ ເຄີຍໄດ້ແຊ໊ມສະໄໝທຳອິດໃນປີ 2014 ແລະ ຖືເປັນແຊ໊ມ ລາຍການ ມາສເຕີ 100 ລາຍ ການທີ 27 ຂອງລາວເອງ ສົ່ງຜົນໃຫ້ ເຟເດີເຣີ ຍັງມີໂອ ກາດແຊງຂຶ້ນເປັນມື 1 ຂອງ ໂລກໃນປີນີ້. ຂະນະດຽວກັນ ຍັງເປັນການເອົາຊະນະ ນາ ດາລ ໄດ້ເປັນຄັ້ງທີ 5 ຕິດຕໍ່ກັນ ແລະ ເປັນຄັ້ງທີ 4 ໃນປີນີ້ນຳ ອີກ ເຖິງສະຖິຕິໂດຍລວມໃນ ການພົບກັນຈະຍັງເປັນຮອງ ໂດຍ ເຟເດີເຣີ ຊະນະ 15 ຄັ້ງ. ຂະນະທີ່ ນາດາລ ຊະນະໄດ້ 23 ຄັ້ງກໍຕາມ.