ກະຕໍ້ທີມຊາດລາວ ກຳລັງຂຸ້ນຂ້ຽວຝຶກຊ້ອມເພື່ອກະກຽມໃສ່ການແຂ່ງຂັນລະດັບພາກພື້ນ ແລະ ສາກົນ

ກະຕໍ້ທີມຊາຍ ແລະ ທີມ ຍິງຂອງລາວ ກຳລັງຝຶກຊ້ອມ ເພື່ອເຂົ້າຮ່ວມແຂ່ງຂັນໃນລາຍການກະຕໍ້ຊີງແຊ໊ມໂລກ ຄິງ ຄັບ ເຊິ່ງຈະຈັດຂຶ້ນຢູ່ ປະເທດ ໄທ ໃນເດືອນທັນວານີ້.
ນັກກິລາກະຕໍ້ໂຕແທນ ຈາກລາວເຂົ້າຮ່ວມແຂ່ງຂັນ ໃນປະເພດທີມດ່ຽວຍິງ ແລະ ຊາຍ (3 ຄົນ), ທີມຄູ່ ແລະ ທີມ 9 ຄົນ ໃນລາຍການຊີງ ແຊ໊ມໂລກ ຕາມການລາຍ ງານຂອງຜູ້ສື່ຂ່າວໃນວັນອາ ທິດຜ່ານມາ.
ທ່ານ ລຳພອນ ສູວັນວົງ ກ່າວວ່າ: ປະເທດລາວສາ ມາດສົ່ງທີມເຂົ້າຮ່ວມໃນລາຍການຊີງແຊ໊ມໂລກໃນແຕ່ລະປີ ແລະ ມີນັກກິລາໃໝ່ເຂົ້າຮ່ວມ ທີມຊາດໃນປີ 2017.
ໃນການເຂົ້າແຂ່ງຂັນ ລາຍການ ຄິງຄັບ ກະຕໍ້ທີມ ຊາຍ ແລະ ຍິງ ໄດ້ຕັ້ງເປົ້າວ່າ ຈະເຂົ້າຮ່ວມໃນການແຂ່ງຂັນ ເອຊຽນເກມ ຢູ່ປະເທດອິນໂດ ເນເຊຍ ແລະ ກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ເຊິ່ງທັງສອງ ລາຍການຈະຈັດຂຶ້ນໃນປີ 2018.
ໂດຍໃນປີ 2016 ກະຕໍ້ ທີມຍິງຈາກລາວຍາດໄດ້ຫຼຽນທອງໃນລາຍການ ດີວິຊັນ 1 ໃນການແຂ່ງຂັນກະຕໍ້ຊີງແຊ໊ມໂລກ ຄັ້ງທີ 31 ເຊິ່ງຈັດຂຶ້ນທີ່ ບາງກອກ ປະເທດໄທ.
ພ້ອມນັ້ນ ໃນການແຂ່ງ ຂັນກິລາຫາດຊາຍເອເຊຍ ຄັ້ງ ທີ 5 ໃນປີຜ່ານມາ ເຊິ່ງຈັດຂຶ້ນ ທີ່ ສສ ຫວຽດນາມ ລາວສາ ມາດຍາດໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ໃນລາຍ ການແຂ່ງຂັນກະຕໍ້ ແລະ ກະຕໍ້ ທີມຍິງ ແລະ ທີມຊາຍ ຍັງຍາດ ໄດ້ຫຼຽນທອງຈຳນວນໜຶ່ງ ໃນ ມະຫະກຳກິລາຊີເກມ ຄັ້ງທີ 29 ຢູ່ ມາເລເຊຍ ຜ່ານມາ.