ຊາວນະຄອນຫລວງພະບາງ ອັງເຊີນອົງພະເຈົ້າໝ່ານລົງຫົດສົງ

ໃນຕອນເຊົ້າຂອງວັນທີ 22 ເມສາ 2024 ນີ້, ຊາວນະຄອນຫລວງພະບາງ ໄດ້ອາຣາດຖະນາອັງເຊີນອົງພະເຈົ້າໝ່ານລົງຫົດສົງໂດຍເລີ່ມຈາກພະເຖຣະ ໄດ້ນຳພາຊາວພຸດທະສາສະນິກະຊົນ ກ່າວຄຳອາຣາດຖະ ນາອົງພະເຈົ້າໝ່ານ ຈາກຫໍພະໝ່ານ ລົງມາປະດິດສະຖານທີ່ຫໍສົງຂອງວັດຊຽງທອງ, ຈາກນັ້ນ ໄດ້ມີພິທີແຫ່ອ້ອມພັດທະສິມມາ 3 ຮອບ ແລ້ວອັງເຊີນອົງພະເຈົ້າໝ່ານຂື້ນດິດສະຖານໃນຫໍສົງ ແລະ ພະສົງ-ສາມະເນນ ນຳພາຊາວພຸດທະສາສະນິກະຊົນ ກ່າວຄຳຄາລະວະ ຈຶ່ງດຳເນີນການຫົດສົງຢ່າງເປັນທາງການ.
ການຫົດສົງ ອົງພະໝ່ານ ທີ່ແຂວງຫລວງພະບາງໄດ້ດຳເນີນໄປທຸກໆປີ ພາຍຫລັງສຳເລັດການສະເຫລີມສະຫລອງບຸນສົງການປີໃໝ່ລາວ ຊາວຫລວງພະບາງ ເມືອງມໍລະດົກໂລກ ໄດ້ອາຣາດຖະນາອົງພະໝ່ານ ເຊິ່ງເປັນອົງພະທີ່ສັກສິດອີກ 1 ອົງ ທີ່ປະຊາຊົນຊາວຫລວງພະບາງໃຫ້ການເຄົາລົບ ນົບໄຫວ້ ລົງຫົດສົງເພື່ອຂໍພອນໃນໂອກາດປີໃໝ່ລາວ, ສໍາລັບປີນີ້ ການຫົດສົງອົງພະໝ່ານຈະດໍາເນີນໄປຈົນເຖີງຕອນແລງຂອງວັນທີ 28 ເມສາ 2024 ຈຶ່ງຈະສຳເລັດ.