ໂອນສູນປິ່ນປົວ ແລະ ເຝິກອົບຮົມວິຊາຊີບຜູ້ຕິດຢາເສບຕິດສົມສະຫງ່າໃຫ້ກອງບັນຊາການ ປກສ ນະຄອນຫລວງຄຸ້ມຄອງ

ພິທີ ມອບ-ໂອນສູນປິ່ນປົວ ແລະ ເຝິກອົບຮົມວິຊາຊີບຜູ້ຕິດ ຢາເສບຕິດ (ສົມສະຫງ່າ) ໃຫ້ ກອງບັນຊາການ ປກສ ນະຄອນ ຫລວງວຽງຈັນ ເປັນຜູ້ຄຸ້ມຄອງ ໄດ້ຈັດຂຶ້ນໃນທ້າຍ ອາທິດ ຜ່ານມານີ້ລະຫວ່າງ ທ່ານ ນາງ ບົວ ວອນ ສຸກລາແສງ ຮອງຫົວໜ້າ ຫ້ອງວ່າການອົງການປົກຄອງ ນະຄອນຫລວງວຽງຈັນ ແລະ ທ່ານ ພົນຈັດຕະວາ ບຸບຜາ ສີພົມມາ ຫົວໜ້າກອງ ບັນຊາການ ປກສ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມການມອບ- ໂອນ ຄັ້ງນີ້ປະກອບມີ: ດ້ານວຽກ ງານມີ 1 ໜ່ວຍພັກ, ພະນັກງານ 20 ທ່ານ ຍິງ 9 ທ່ານ; ພ້ອມດ້ວຍ ຕຶກອາຄານຫ້ອງການ-ບໍລິຫານ, ອາຄານໂຮງໝໍປິ່ນປົວ, ອາຄານ ຟື້ນຟູສຸຂະພາບຮ່າງກາຍ-ຈິດ ໃຈ, ໂຮງຮຽນເຝິກວິຊາຊີບ, ອາ ຄານກິດຈະກຳ, ສະໂມສອນ ຫໍພັກຊາຍ, ເຮືອນພັກປ້ອງກັນ, ເຮືອນພົບຍາດ ແລະ ຮ້ານຄ້າ ລວມ, ເຮືອນປ້ອງກັນປະຕູສູນ, ເຮືອນສ້ອມແປງລົດຈັກ, ເຮືອນ ເຟີນີເຈີ້, ເຮືອນຜະລິດດິນບ໋ອກ ແລະ ສ້າງເກັບມ້ຽນເຄື່ອງປະ ເພດລະ 1 ຫລັງ, ຫໍພັກຊາຍ 4 ຫລັງ ແລະ ຫໍພັກຍິງ 2 ຫລັງ, ລົດ 6 ຄັນ, ໜອງລ້ຽງປາ 1 ໜອງ, ອ່າງປາ 15 ອ່າງ, ໜອງ ລ້ຽງປາດຸກ 6 ໜອງ, ງົວ 11 ໂຕ, ດິນ 13 ເຮັກຕາ ແລະ ອື່ນໆ.
+ ໂອນກຳມະສິດທີ່ດິນ ບ້ານໂພນສະຫວາດເຫນືອ ເມືອງສີໂຄດຕະບອງ
+ ລະນຶກວັນສ້າງຕັ້ງກອງບັນຊາການທະຫານແຂວງສະຫວັນນະເຂດ
ສູນດັ່ງກ່າວສ້າງຕັ້ງຂຶ້ນໃນ ປີ 1996 ຢູ່ບ້ານສົມສະຫງ່າ ເມືອງໄຊເສດຖານະຄອນ ຫລວງວຽງຈັນ, ນັບແຕ່ປີ 1999 ເຖິງປັດຈຸບັນມີຜູ້ຖືກ ເຄາະຮ້າຍຈາກສິ່ງເສບຕິດ ຕ່າງໆເຂົ້າມາ ບຳບັດ-ປິ່ນປົວ- ພື້ນຟູສຸຂະພາບຮ່າງກາຍ ແລະ ຈິດໃຈຫລາຍກວ່າ 37 ພັນຄົນ.