ທ່ານ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ຣາຊະອານາຈັກ ກໍາປູເຈຍ

ທ່ານ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ຣາຊະອານາຈັກ ກໍາປູເຈຍ - 80f2b4a6 2237 4147 9824 9b1c9ef5eff5 - ທ່ານ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ຣາຊະອານາຈັກ ກໍາປູເຈຍ
ທ່ານ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ຣາຊະອານາຈັກ ກໍາປູເຈຍ - kitchen vibe - ທ່ານ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ຣາຊະອານາຈັກ ກໍາປູເຈຍ

  ວັນທີ 23 ເມສາ 2024,  ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງສະໜາມບິນສາກົນພະນົມເປັນ, ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ  ເຊິ່ງໄດ້ຮັບການຕ້ອນຮັບໂດຍ ທ່ານ Oknha Mahamontrei KUY Sophol, ອົງຄະມົນຕີ, ລັດຖະມົນຕີອາວຸໂສ ປະຈໍາ ພະຣາຊະວັງ, ທັງເປັນລັດຖະມົນຕີກຽດຕິຍົດ ຂອງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ.

 ໃນໂອກາດຢ້ຽມຢາມລັດຖະກິດ ຢູ່ ຣາຊະອານາຈັກ ກໍາປູເຈຍ ໃນຄັ້ງນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ຈະໄດ້ພົບປະສອງຝ່າຍກັບ ພະບາດ ສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ບັນດາການນໍາຂັ້ນສູງຂອງ ຣາຊະອານຈັກ ກໍາປູເຈຍ, ເປັນຕົ້ນ: ສົມເດັດ ອັກຄະມະຫາ ເສນາ ບໍດີ ເຕໂຈ ຮຸນ ແຊນ, ປະທານສະພາສູງ ແຫ່ງ ຣາຊະອານາຈັກ ກຳປູເຈຍ; ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ, ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ.

  ນອກນັ້ນ, ຍັງຈະໄດ້ໄປວາງພວງມາລາ ທີ່ ອານຸວາວະລີ ພະບາດ ສົມເດັດ ໂນໂຣດົມ ສີຫານຸ ແລະ ອານຸສາວະລີ ເອກະລາດ ອີກດ້ວຍ.

ທ່ານ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ຣາຊະອານາຈັກ ກໍາປູເຈຍ - 3 - ທ່ານ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ຣາຊະອານາຈັກ ກໍາປູເຈຍ
ທ່ານ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ຣາຊະອານາຈັກ ກໍາປູເຈຍ - 5 - ທ່ານ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ຣາຊະອານາຈັກ ກໍາປູເຈຍ
ທ່ານ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ຣາຊະອານາຈັກ ກໍາປູເຈຍ - 4 - ທ່ານ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ຣາຊະອານາຈັກ ກໍາປູເຈຍ