ສປປ ເກົາຫລີ ສົ່ງຄະນະຜູ້ແທນລະດັບສູງຢ້ຽມຢາມອີຣານ ຄັ້ງທໍາອິດໃນຮອບ 5 ປີ

ເຈົ້າໜ້າທີ່ລະດັບສູງຈາກລັດຖະບານ ສປປ ເກົາຫລີ ຢ້ຽມຢາມອີຣານຢ່າງເປັນທາງການຄັ້ງທໍາອິດນັບແຕ່ປີ 2019.
ວັນທີ 24 ເມສາ, ສໍານັກຂ່າວກາງເກົາຫລີ (KCNA) ກະບອກສຽງຂອງລັດຖະບານພຽງຢາງ ລາຍງານວ່າ: ທ່ານ ຢຸນ ຈອງໂຮ ລັດຖະມົນຕີດ້ານການພົວພັນທາງເສດຖະກິດພາຍນອກຂອງ ສປປ ເກົາຫລີ ນໍາພາຄະນະເດີນທາງໄປນະຄອນຫລວງເຕຮາຣານ ຂອງອີຣານ ໃນວັນທີ 23 ເມສາຜ່ານມາ.
ທັງນີ້, ຖືເປັນຄັ້ງທໍາອິດໃນຮອບ 5 ປີ ທີ່ ສປປ ເກົາຫລີ ສົ່ງຄະນະຜູ້ແທນຢ້ຽມຢາມອີຣານຢ່າງເປັນທາງການ ຕໍ່ຈາກການຢ້ຽມຢາມໃນປີ 2019 ຂອງທ່ານ ປາຣ໌ກ ຊໍມິນ ຮອງປະທານສະພາປະຊາຊົນສູງສຸດແຫ່ງຊາດ ສປປ ເກົາຫລີ ໃນເວລານັ້ນ.
ອີຣານ ແລະ ສປປ ເກົາຫລີ ສະຖາປະນາການພົວພັນທາງການທູດລະຫວ່າງກັນ ໃນປີ 1973.
ກ່ອນໜ້ານັ້ນ, ທ່ານ ຣີ ຊໍມັນ ຮອງນາຍົກລັດຖະມົນຕີ ສປປ ເກົາຫລີ ນໍາພາສະມາຊິກລະດັບສູງໃນຄະນະກໍາມາທິການດ້ານກະສິກໍາ ເດີນທາງໄປຣັດເຊຍ ໃນວັນທີ 20 ເມສາຜ່ານມາ.
ນອກຈາກນີ້, ຄະນະຜູ້ແທນລະດັບສູງຂອງ ສປປ ເກົາຫລີ ນໍາໂດຍທ່ານ ກິມ ຊອງນໍາ ສະມາຊິກລະດັບສູງຂອງສໍານັກງານການເມືອງ ຢ້ຽມຢາມຈີນ, ຫວຽດນາມ ແລະ ສປປ ລາວ ໃນເດືອນມີນາຜ່ານມາ ເພື່ອຮັດແໜ້ນການພົວພັນ ແລະ ຂະຫຍາຍຂອບເຂດການຮ່ວມມືລະດັບລັດຖະບານຂອງແຕ່ລະປະເທດ.