ເມືອງຄຳເກີດເອົາໃຈໃສ່ການເກັບລາຍຮັບໃຫ້ລື່ນແຜນ

ຕາມການໃຫ້ສຳພາດຂອງທ່ານ ຄື້ ຊົ່ງຢົ້ວເຢຍ ຫົວໜ້າຫ້ອງ ການ-ການເງິນເມືອງຄຳເກີດໃຫ້ ຮູ້ວ່າ: ສົກປີ 2017 ຫ້ອງການ- ການເງິນເມືອງຄຳເກີດ ໄດ້ຮັບຕົວ ເລກມອບໝາຍ ໃຫ້ຈັດເກັບລາຍ ຮັບເຂົ້າງົບປະມານຈຳນວນ 10 ຕື້ກວ່າກີບ, ເຊິ່ງຜ່ານການຈັດຕັ້ງ ປະຕິບັດ 9 ເດືອນໄດ້ຫລາຍກວ່າ 7,8 ຕື້ກີບ, ເທົ່າກັບ 76% ຂອງ ແຜນການປີ, ສ່ວນໃຫຍ່ໄດ້ຈາກ ລາຍຮັບສ່ວຍສາອາກອນ ແລະ ຊັບສິນ, ເນື່ອງຈາກເມືອງມີຫົວ ໜ່ວຍທຸລະກິດເປັນຈຳນວນ ຫລາຍຄື: ທຸລະກິດ 508 ຫົວ ໜ່ວຍ, ການບໍລິການ 295 ຫົວ ໜ່ວຍ, ການຜະລິດ 22 ຫົວ ໜ່ວຍ, ຄ່າເຊົ່າດ່ານລັດ 12 ຫົວ ໜ່ວຍ, ຄ່າສຳປະທານ 21 ຫົວ ໜ່ວຍ ແລະ ຄ່າຊັບພະຍາກອນ 21 ຫົວໜ່ວຍ. ນອກນັ້ນ, ຍັງມີ ລາຍຮັບຈາກທີ່ດິນ 14 ພັນກວ່າ ຕອນ ແລະ ອາກອນ ເງິນເດືອນ ພະນັກງານ-ລັດຖະກອນ ຈຶ່ງເຮັດ ໃຫ້ການຈັດເກັບລາຍຮັບເຂົ້າງົບ ປະມານຂອງຫ້ອງການ- ການ ເງິນເມືອງປະຕິບັດແຜນລາຍ ຮັບໄດ້ລື່ນແຜນ ການທຸກປີ, ດັ່ງ ສົກປີ 2015-2016 ຜ່ານມາ ສາມາດເກັບລາຍຮັບບັນລຸໄດ້ 13 ຕື້ກວ່າກີບ ແຜນການແມ່ນ 11 ຕື້ກວ່າກີບເທົ່າກັບ 113% ທັງນີ້, ກໍ່ຍ້ອນຄວາມເອົາໃຈໃສ່ ຢ່າງຕັ້ງໜ້າຂອງຄະນະນຳ, ການຈັດຕັ້ງ ປະຕິບັດໜ້າທີ່ວິ ຊາສະເພາະຢ່າງເຂັ້ມງວດ ຂອງ ພະນັກງານຂະແໜງການເງິນ ທົ່ວເມືອງ ແລະ ການຮ່ວມມື ຂອງບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການຕ່າງໆ ຈິ່ງເຮັດ ໃຫ້ການເກັບລາຍຮັບເຂົ້າງົບ ປະມານບັນລຸຕາມແຜນການ ວາງໄວ້.
+ ປະກາດສ້າງຕັ້ງສານປະຊາຊົນເຂດ IV ທີ່ເມືອງອາດສະພັງທອງແຂວງສະຫວັນນະເຂດ
+ ຮອງນາຍົກລັດຖະມົນຕີລົງຊຸກຍູ້ການເກັບລາຍຮັບຢູ່ແຂວງບໍລິຄຳໄຊ
ຢ່າງໃດກໍຕາມເພື່ອບັນ ລຸຕາມແຜນການທີ່ວາງໄວ້ຈະ ໄດ້ສືບຕໍ່ເອົາໃຈໃສ່ສຶກສາອົບ ຮົມການ ເມືອງແນວຄິດຂອງພະ ນັກງານມີຄວາມສາມັກຄີ ແລະ ສຸມທຸກຄວາມຮູ້ຄວາມສາມາດ ເຂົ້າໃນການຈັດຕັ້ງປະຕິບັດໜ້າ ທີ່ຕາມພາລະບົດບາດຢ່າງເຂັ້ມ ງວດ, ພ້ອມທັງສືບຕໍ່ທວງພັນທະ ນຳບັນດາຫົວໜ່ວຍທຸລະກິດທີ່ ຍັງຄ້າງມອບພັນທະຕ່າງໆເປັນຕົ້ນແມ່ນ: ອາກອນມອບເໝົາ, ຄ່າເຊົ່າ, ຄ່າສຳປະທານດິນລັດ ແລະ ຄ່າຊັບພະຍາກອນທຳມະ ຊາດ ແລະ ອື່ນໆ ມາເຂົ້າງົບປະ ມານຕາມລະບຽບກົດໝາຍ.