ເດືອນມີນາ ຜ່ານມາ ລາວຂາດດູນການຄ້າ 81 ລ້ານໂດລາ

ສູນຂໍ້ມູນຂ່າວສານການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ ມີນາ 2024 ບັນລຸໄດ້ປະມານ 1.268 ລ້ານໂດລາສະຫະລັດ. ໃນນັ້ນ ສົ່ງອອກບັນລຸໄດ້ປະມານ 594 ລ້ານໂດລາ, ນຳເຂົ້າສິນຄ້າ ໄດ້ປະມານ 675 ລ້ານໂດລາ, ຂາດດຸນການຄ້າ ປະມານ 81 ລ້ານໂດລາ.
10 ອັນດັບ ສິນຄ້າສົ່ງອອກທີ່ມີມູນຄ່າສູງສຸດ ປະກອບມີ: ມັນຕົ້ນ 78 ລ້ານໂດລາ; ຄໍາປະສົມ, ຄຳແທ່ງ 56 ລ້ານໂດລາ; ແຮ່ທອງ 51 ລ້ານໂດລາ; ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 33 ລ້ານໂດລາ; ແປັງມັນຕົ້ນ 31 ລ້ານໂດລາ; ຢາງພາລາ 24 ລ້ານໂດລາ; ເຍື່ອໄມ້ ແລະ ເສດເຈ້ຍ 24 ລ້ານໂດລາ ແລະ ນໍ້າຕານ 23 ລ້ານໂດລາ.
10 ອັນດັບ ສິນຄ້ານຳເຂົ້າທີ່ມີມູນຄ່າສູງສຸດປະກອບມີ: ນ້ຳມັນກາຊວນ 105 ລ້ານໂດລາ; ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 56 ລ້ານໂດລາ; ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 53 ລ້ານໂດລາ; ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 38 ລ້ານໂດລາ; ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫລັກກ້າ 37 ລ້ານໂດລາ; ຊິ້ນສ່ວນອາໄຫລ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 25 ລ້ານໂດລາ; ນໍ້າມັນແອັດຊັງ-ແອັດຊັງພິເສດ 24 ລ້ານໂດລາ; ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 24 ລ້ານໂດລາ; ຜະລິດຕະພັນເຄມີປະສົມສໍາເລັດຮູບ 15 ລ້ານໂດລາ; ແລະ ອາລູມີນຽມ ແລະ ເຄື່ອງທີ່ເຮັດດ້ວຍອາລູມີນຽມ 4 ລ້ານໂດລາ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ ມີນາ ປີ 2024 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).