ສະຫລົດ! ຊາຍ 47 ປີ ຢູ່ເມືອງປາກງື່ມ ເສຍຊີວິດໃນເຮືອນໄດ້ 2-3 ມື້ ຍ້ອນອາກາດຮ້ອນ ແລະພະຍາດຜູ້ກ່ຽວເອງ
April 26, 2024 - 1:43 PM

ໜ່ວຍກູ້ໄພ ອາສາເພື່ອປະຊາຊົນ ລາຍງານ ວັນທີ 26 ເມສາ 2024 ນີ້ວ່າ: ມີຄົນເສຍຊີວິດ 1 ຄົນ ຢູ່ບ້ານດອນແຍງ ເມືອງປາກງື່ມ ນະຄົນຫລວງວຽງຈັນ ເປັນເພດຊາຍ 47 ປີ ຊື່ທ້າວ ອຳພອນ, ເສຍຊີວິດໃນເຮືອນໄດ້ 2-3 ມື້ ເປັນຄອບຄົວທຸກຂາດເຂີນ, ຜູ້ກ່ຽວແມ່ນປະກອບອາຊີບຫາເຊົ້າກິນຄ່ຳ ຄົນບໍ່ສົມປະກອບຫາກິນດ້ວຍຕົນເອງ. ຊາວເມືອງປາກງື່ມອາດຄຸ້ນເຄີຍລາວດີ ສຳມະໂນຄົວໂຕເລກຢູ່ບ້ານ ດອນແຍງ ເມືອງປາກງື່ມ ນະຄອນຫລວງວຽງຈັນ, ເຊິ່ງເສຍຊີວິດຍ້ອນອາກາດຮ້ອນ ແລພະຍາດຜູ້ກ່ຽວເອງ.
ຜ່ານການກວດສົບຂອງເຈົ້າໜ້າທີ່ ແມ່ນບໍ່ພົບຮອງຮອຍບາດແຜ ຜູ້ກ່ຽວແມ່ນປະເປືອຍ.