ເດືອນພຶດສະພານີ້ ລັດຖະບານຈະສຸມໃສແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ແລະ ປະຕິບັດມະຕິ “ສອຈ’’ ເຂົ້າວຽກງານຕົວຈິງ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ ທີ່ດຳເນີນໄປໃນ ວັນທີ 25-26 ເມສາ 2024 ໄດ້ກຳນົດທິດທາງແຜນການຈຸດສຸມປະຈຳເດືອນພຶດສະພາ 2024; ແຜນວຽກຈຸດສຸມຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາ ເສດຖະກິດ-ການເງິນ ທີ່ເປັນບຸລິມະສິດ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດຮອດປີ 2025; ສະພາບພົ້ນເດັ່ນໂດຍຫຍໍ້ ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ພ້ອມທັງເຫັນດີຮັບຮອງເອົາຮ່າງແຜນຍຸດທະສາດ ແລະ ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງການຄ້າຂາຍສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ ສະບັບປັບປຸງ.
ສຳລັບແຜນວຽກຈຸດສຸມໃນເດືອນພຶດສະພາທີ່ຈະມາເຖິງນີ້, ລັດຖະບານ ຈະໄດ້ສຸມໃສ່ປະຕິບັດວຽກຈຸດສຸມ ຕົວຈິງຈຳນວນໜຶ່ງ ດັ່ງນີ້:
– ສຸມໃສ່ກະກຽມຄວາມພ້ອມດ້ານເນື້ອໃນ ເພື່ອລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ທີ່ຈະຈັດຂຶ້ນໃນຕໍ່ໍ່ໜ້ານີ້;
– ຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງກົມການເມືອງສູນກາງພັກ ຕາມມະຕິ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຫລື ເອີ້ນວ່າ “ສອຈ’’ ໃນໄລຍະໃໝ່ ໃຫ້ເປັນແຜນວຽກ, ແຜນງານ ແລະ ມາດຕະການຕົວຈິງ ເຂົ້າໃນການຈັດຕັ້ງປະຕິບັດຂົງເຂດວຽກງານ ຂອງຂະແໜງການຕົນ;
– ເປັນເຈົ້າການຈັດຕັ້ງປະຕິບັດດຳລັດ ສະບັບເລກທີ 381/ນຍ, ລົງວັນທີ 21 ທັນວາ 2023 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝ ຮອດປີ 2025;
– ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໂດຍຈັດຕັ້ງປະຕິບັດບັນດາມາດຕະການ, ນິຕິກໍາ ທີ່ຄະນະສະເພາະກິດ 19/ກມສພ ວາງອອກໃຫ້ເປັນຮູບປະທຳຕົວຈິງ ເພື່ອແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ແກ້ໄຂບັນຫານໍ້າມັນເຊື້ອໄຟ ດ້ວຍຫລາຍວິທີ ແລະ ຫລາຍມາດຕະການ;
– ສືບຕໍ່ສຸມໃສ່ເກັບລາຍຮັບງົບປະມານຈາກທຸກແຫລ່ງລາຍຮັບ ໃຫ້ໄດ້ຕາມແຜນ ຫລື ລື່ນແຜນ ໃນນັ້ນ ໃຫ້ເລັ່ງຫັນການເກັບລາຍຮັບເປັນທັນສະໄໝ ຄຽງຄູ່ກັບການແກ້ໄຂຊ່ອງຫວ່າງການຮົ່ວໄຫລຂອງງົບປະມານ ທຸກຮູບແບບ ຢ່າງເຂັ້ມງວດ ແລະ ເດັດຂາດ;
– ສືບຕໍ່ສຸມໃສ່ຊຸກຍູ້ຕິດຕາມ, ກວດກາໂຄງການລົງທຶນຂະໜາດໃຫຍ່ ໃຫ້ມີຄວາມຄືບໜ້າ ແລະ ສໍາເລັດຕາມແຜນ ໂດຍສະເພາະໂຄງການພະລັງງານໄຟຟ້າ ທີ່ຈະຂາຍໄຟໄປປະເທດໃກ້ຄຽງ, ໂຄງການທາງດ່ວນ, ໂຄງການເຂດເສດຖະກິດພິເສດ ແລະ ໂຄງການອື່ນໆ;
– ສືບຕໍ່ຊຸກຍູ້ຕິດຕາມ, ກວດກາບັນດາບໍລິສັດຂຸດຄົ້ນບໍ່ແຮ່ ໃນຂອບເຂດທົ່ວປະເທດ ໂດຍໃຫ້ເອົາໃຈໃສ່ປະຕິບັດມາດຕະການປົກປັກຮັກສາສິ່ງແວດລ້ອມ ຢ່າງເຂັ້ມງວດ, ຖ້າຫາກມີການລະເມີດ ກໍ່ຕ້ອງມີມາດຕະການແກ້ໄຂທີ່ເຂັ້ມງວດ, ເດັດຂາດ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ;
– ສືບຕໍ່ປັບປຸງບັນດາເສັ້ນທາງຫລວງແຫ່ງຊາດ, ເສັ້ນທາງໃນເທດສະບານບັນດາຕົວເມືອງ, ແຂວງຕ່າງໆ ທີ່ເປ່ເພ່ ໃຫ້ສໍາເລັດກ່ອນລະດູຝົນ;
– ສືບຕໍ່ແກ້ໄຂບັນຫາມົນລະພິດທາງອາກາດ ໂດຍສະເພາະ ການຈູດປ່າ ເພື່ອທຳການຜະລິດ ໂດຍສົມທົບກັບອົງການປົກຄອງທ້ອງຖິ່ນ ເພີ່ມທະວີໃນການຕິດຕາມຢ່າງໃກ້ຊິດ; ຕິດຕາມບັນຫາຝຸ່ນລະອອງ PM 2.5 ທີ່ອາດຈະກະທົບຕໍ່ສຸຂະພາບຂອງປະຊາຊົນ; ໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ກຽມແຜນຮັບມືບັນຫາໄພພິບັດທາງທຳມະຊາດ ແລະ ບັນຫາສະພາບອາກາດຮ້ອນ ດ້ວຍວິທີທີ່ເໝາະສົມ ແລະ ແຈ້ງໃຫ້ສັງຄົມຮັບຊາບ ເປັນແຕ່ລະໄລຍະ ຢ່າງທັນການ.
– ສືບຕໍ່ປະຕິບັດແຜນຍຸດທະສາດ ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ ແລະ ວຽກງານ 3 ສ້າງ;
– ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ; ສືບຕໍ່ກະກຽມໃຫ້ແກ່ການ ເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳຂັ້ນສູງ, ພ້ອມທັງ ເອົາໃຈໃສ່ຜັນຂະຫຍາຍຜົນການເຄື່ອນໄຫວ ໃຫ້ມີຜົນສຳເລັດ.