ແຂວງສາລະວັນ ຮັບປະກັນເບີກຈ່າຍເງິນເດືອນໄດ້ທັນຕາມກຳນົດເວລາ ແລະ ຖືກຕ້ອງຕາມລະບຽບການເງິນ

ແຂວງສາລະວັນ ຮັບປະກັນເບີກຈ່າຍເງິນເດືອນໄດ້ທັນຕາມກຳນົດເວລາ ແລະ ຖືກຕ້ອງຕາມລະບຽບການເງິນ - 975 - ແຂວງສາລະວັນ ຮັບປະກັນເບີກຈ່າຍເງິນເດືອນໄດ້ທັນຕາມກຳນົດເວລາ ແລະ ຖືກຕ້ອງຕາມລະບຽບການເງິນ
ແຂວງສາລະວັນ ຮັບປະກັນເບີກຈ່າຍເງິນເດືອນໄດ້ທັນຕາມກຳນົດເວລາ ແລະ ຖືກຕ້ອງຕາມລະບຽບການເງິນ - kitchen vibe - ແຂວງສາລະວັນ ຮັບປະກັນເບີກຈ່າຍເງິນເດືອນໄດ້ທັນຕາມກຳນົດເວລາ ແລະ ຖືກຕ້ອງຕາມລະບຽບການເງິນ

ໃນກອງປະຊຸມຄົບຄະນະບໍລິຫານງານແຂວງສາລະວັນ ເປີດກວ້າງຄັ້ງທີ 14 ສະໄໝທີ 9 ໄຂຂຶ້ນໃນວັນທີ 29 ເມສາ 2024 ທີ່ແຂວງດັ່ງກ່າວ, ເປັນປະທານຂອງ ທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ

ກອງປະຊຸມຍົກໃຫ້ເຫັນວ່າ: 3 ເດືອນຕົ້ນປີ 2024ນີ້: ແຂວງສາລະວັນໄດ້ມີຜົນງານເດັ່ນໃນຫລາຍດ້ານ, ໂດຍສະເພາະແມ່ນການເບີກຈ່າຍເງິນເດືອນໄດ້ທ່ວງທັນ ຕາມກຳນົດເວລາ ແລະ ຖືກຕ້ອງຕາມລະບຽບການເງິນ, ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດຄໍາສັ່ງ 11/ນຍ ວ່າດວ້ຍ ການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາພັດທະນາ ແລະ ນຳໃຊ້ທີ່ດິນປ່າໄມ້, ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າບົນຈິດໃຈແນວທາງຊີ້ນໍາຂອງ ປະທານປະເທດ ແລະ ມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍ ການສ້າງ ເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່.

ສຳລັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວແຂວງແມ່ນມີຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍດີ, ໄດ້ເອົາໃຈໃສ່ໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກິດຂຶ້ນໃນສັງຄົມ, ພົ້ນເດັ່ນໃນໄລຍະພາຍຸພັດຜ່ານເຮັດໃຫ້ບ້ານເຮືອນປະຊາຊົນເສຍຫາຍໜັກ ກໍາລັງປ້ອງກັນຊາດ, ປອ້ງກັນຄວາມສະຫງົບ ກໍໄດ້ເປັນເຈົ້າການໃນການຊ່ວຍເຫລືອຢ່າງທັນການ, ເອົາໃຈໃສ່ໃນການຄົ້ນຄວ້າຈັດເກັບລາຍຮັບເຂົ້າງົບປະມານຊຶ່ງ 3 ເດືອນຕົ້ນປີນີ້ ປະຕິບັດໄດ້ 75,56 ຕື້ກີບ ລື່ນແຜນການ ງວດ I ຫຼາຍກວ່າ 47% ຫລື ປະຕິບັດໄດ້ຫຼາຍກວ່າ 36% ຂອງແຜນການປີ ລວມທັງ ພູດສູນກາງ ແລະ ພູດທ້ອງຖິ່ນ, ທາງດ້ານລາຍຈ່າຍ ປະຕິບັດໄດ້ 97 ຕື້ກວ່າກີບ ກວມຫຼາຍກວ່າ 74 % ຂອງແຜນການງວດ I ຫລື 24,09% ຂອງແຜນການປີ.

ແຂວງສາລະວັນ ຮັບປະກັນເບີກຈ່າຍເງິນເດືອນໄດ້ທັນຕາມກຳນົດເວລາ ແລະ ຖືກຕ້ອງຕາມລະບຽບການເງິນ - image 12 - ແຂວງສາລະວັນ ຮັບປະກັນເບີກຈ່າຍເງິນເດືອນໄດ້ທັນຕາມກຳນົດເວລາ ແລະ ຖືກຕ້ອງຕາມລະບຽບການເງິນ

ແຂວງສາລະວັນ ຮັບປະກັນເບີກຈ່າຍເງິນເດືອນໄດ້ທັນຕາມກຳນົດເວລາ ແລະ ຖືກຕ້ອງຕາມລະບຽບການເງິນ - 3 - ແຂວງສາລະວັນ ຮັບປະກັນເບີກຈ່າຍເງິນເດືອນໄດ້ທັນຕາມກຳນົດເວລາ ແລະ ຖືກຕ້ອງຕາມລະບຽບການເງິນ
ແຂວງສາລະວັນ ຮັບປະກັນເບີກຈ່າຍເງິນເດືອນໄດ້ທັນຕາມກຳນົດເວລາ ແລະ ຖືກຕ້ອງຕາມລະບຽບການເງິນ - 5 - ແຂວງສາລະວັນ ຮັບປະກັນເບີກຈ່າຍເງິນເດືອນໄດ້ທັນຕາມກຳນົດເວລາ ແລະ ຖືກຕ້ອງຕາມລະບຽບການເງິນ
ແຂວງສາລະວັນ ຮັບປະກັນເບີກຈ່າຍເງິນເດືອນໄດ້ທັນຕາມກຳນົດເວລາ ແລະ ຖືກຕ້ອງຕາມລະບຽບການເງິນ - 4 - ແຂວງສາລະວັນ ຮັບປະກັນເບີກຈ່າຍເງິນເດືອນໄດ້ທັນຕາມກຳນົດເວລາ ແລະ ຖືກຕ້ອງຕາມລະບຽບການເງິນ