ທຄຕລ ຊີ້ແຈງຕື່ມເຫດຜົນຢຸດບໍລິການຊ່ວງບຸນຊ່ວງເຮືອທ່າວັດຈັນ
ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ໄດ້ຊີ້ແຈ້ງຕື່ມກ່ຽວກັບເຫດຜົນຂອງການຢຸດບໍລິການຊົ່ວຄາວຂອງສໍານັກງານໃຫຍ່ໃນໄລຍະການຈັດງານບຸນຊ່ວງເຮືອປະເພນີທ່າວັດຈັນປະຈໍາປີ 2017 ຜ່ານມາ, ພາຍຫລັງເຫັນວ່າບັນຫາດັ່ງກ່າວຍັງມີລູກຄ້າຈໍານວນໜຶ່ງໃຫ້ຄວາມສົນໃຈ ແລະ ອິງຕາມໜັງສືຊີ້ແຈງຂອງທະນາຄານດັ່ງກ່າວ ໃຫ້ຮູ້ວ່າ: ໃນໄລຍະບຸນອອກພັນສາຂອງທຸກໆປີ, ບໍ່ສະເພາະແຕ່ທະນາຄານການຄ້າຕ່າງປະເທດລາວມະຫາຊົນເທົ່ານັ້ນທີ່ໄດ້ຢຸດບໍລິການຊົ່ວຄາວ, ພ້ອມກັນນັ້ນກໍຍັງມີຫລາຍຫົວໜ່ວຍທຸລະກິດອື່ນໆໃນຂົງເຂດທີ່ຢູ່ໃກ້ຄຽງສະຖານທີ່ຈັດງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນກໍມີການປິດບໍລິການເຊັ່ນກັນ ຍ້ອນຄວາມຈຳເປັນພາວະວິໄສຂອງສະຖານທີ່ຈັດງານ ແລະ ເຫດຜົນດ້ານຄວາມສະດວກສະບາຍ ແລະ ຄວາມປອດໄພຂອງລູກຄ້າ. ດ້ວຍເຫດນີ້ ທຄຕລ ຂໍຊີ້ແຈງຕື່ມວ່າ: ການປິດບໍລິການດັ່ງກ່າວໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ຢ່າງຖືກຕ້ອງແລ້ວ ແລະ ທຄຕລ ກໍໄດ້ລົງປະກາດໃຫ້ລູກຄ້າໄດ້ຮັບຊາບລ່ວງໜ້າແລ້ວໃນຫລາຍຊ່ອງທາງຢ່າງສອດຄ່ອງກັບລະບຽບຂອງສຳນັກງານຄະນະກຳມະການຄຸ້ມຄອງຫລັກຊັບ ດ້ວຍການປະກາດຜ່ານເວັບໄຊ, ສື່ສັງຄົມອອນລາຍ ແລະ ຕິດປະກາດແຈ້ງການຢູ່ສຳນັກງານນັບແຕ່ວັນທີ 29 ກັນຍາ 2017, ການປິດບໍລິການດັ່ງກ່າວ ທຄຕລ ໄດ້ປິດສະເພາະແຕ່ສຳນັກງານໃຫຍ່, ສ່ວນສາຂານະຄອນຫລວງ, ສາຂາດົງໂດກ ແລະ ໜ່ວຍບໍລິການອື່ນໆທີ່ບໍ່ຕັ້ງຢູ່ບໍລິເວນຈັດງານບຸນກໍຍັງຄົງເປີດໃຫ້ບໍລິການເປັນປົກກະຕິ ແລະ ໃນໄລຍະວັນທີ 5-6 ຕຸລາ 2017 ເຈົ້າໜ້າທີ່ກໍໄດ້ມີການປິດຖະໜົນທຸກເສັ້ນທີ່ເຂົ້າມາບໍລິເວນງານບຸນ ກໍຄືສຳນັກງານໃຫຍ່ ທຄຕລ ເຊິ່ງລູກຄ້າຈະບໍ່ສາມາດນຳລົດເຂົ້າມາເພື່ອໃຊ້ບໍລິການໄດ້ ແລະ ໃນຖານະຜູ້ບໍລິການດ້ານການເງິນ ທຄຕລ ຍາມໃດກໍຄຳນຶງເຖິງຄວາມສະດວກ ແລະ ຄວາມປອດໄພຂອງລູກຄ້າທີ່ມາໃຊ້ບໍລິການເປັນຫລັກ ຈຶ່ງໄດ້ເຫັນຄວນປິດບໍລິການຢູ່ສຳນັກງານໃຫຍ່ ເພື່ອບໍ່ໃຫ້ເປັນຊ່ອງຫວ່າງແກ່ພວກມິດມາຊີບ ແລະ ກຸ່ມຄົນບໍ່ດີມາສ້າງຄວາມເດືອດຮ້ອນ ກໍຄືຄວາມເສຍຫາຍໃຫ້ແກ່ລູກຄ້າໃນໄລຍະງານບຸນ ເຊິ່ງອີງຕາມຂໍ້ມູນທີ່ໄດ້ຮັບລາຍງານຈາກສື່ມວນຊົນກໍເຫັນວ່າໄດ້ມີຫລາຍປາກົດການຫຍໍ້ທໍ້ເກີດຂຶ້ນຢູ່ໃນງານບຸນດັ່ງກ່າວໃນປີນີ້, ດັ່ງນັ້ນຫວັງວ່າສັງຄົມກໍຄືລູກຄ້າຈະເຂົ້າໃຈໃນຄວາມຈໍາເປັນຂອງການຢຸດໃຫ້ບໍລິການໃນໄລຍະການຈັດບຸນດັ່ງກ່າວ.