ກ່ອນຈູດໄຮ່ຈູດສວນ ຕ້ອງມີສະຕິລະມັດລະວັງຢູ່ສະເໝີ ເພື່ອຫຼຸດຜ່ອນຄວາມສູນເສຍທີ່ຈະຕາມມາ

ໂດຍ: ຜາຕຸງ
ເວລານີ້ ສະພາບພູມອາກາດ ຢູ່ປະເທດເຮົາ ແລະ ປະເທດອ້ອມຂ້າງ ກໍຄືຫຼາຍໆປະເທດທົ່ວໂລກ ຮ້ອນຂຶ້ນຫຼາຍຢ່າງໜ້າເປັນຫ່ວງ ອາດແມ່ນຍ້ອນການປ່ຽນແປງຂອງດິນຟ້າອາກາດທີ່ໄດ້ຮັບຜົນກະທົບຈາກນ້ຳມືຂອງຜູ້ ມີປັນຍາເປັນເລີດທີ່ ເອີ້ນວ່າ ຄົນ ໂດຍທີ່ບໍ່ມີການເລືອກວ່າ ຄົນສູງຕ່ຳ ດຳຂາວແຕ່ປະການໃດ ເຊິ່ງຄົນເຮົານີ້ລະທີ່ເປັນຜູ້ສ້າງມົນລະພິດຕໍ່່ສະພາບແວດລ້ອມ ທຳລາຍຄວາມອຸດົມສົມບູນຂອງທຳມະຊາດ ຕັດໄມ້ທຳລາຍປ່າຢ່າງມະຫາສານ ຈົນເຮັດໃຫ້ໜ່ວຍໂລກເຮົາຮ້ອນ ອົບເອົ້າຂື້ນເລື້ອຍໆ.
ໃນຂະບວນການນີ້ ລາວເຮົາໃນຖານະທີ່ເປັນປະເທດອາໃສການກະສິກຳເປັນພື້ນຖານ ກໍເປັນສ່ວນໜຶ່ງໃນກາານສ້າງໃຫ້ໂລກຮ້ອນຂື້ນ, ນີ້ແມ່ນເກີດມາຍ້ອນການຕັດໄມ້ທຳລາຍປ່າເພື່ອຂະຫຍາຍເນື້ອທີ່ການຜະລິດກະສິກຳ, ການພັດທະນາພື້ນຖານໂຄງລ່າງທາງດ້ານເສດຖະກິດ ຕິດພັນກັບການສ້າງໂຮງຈັກໂຮງງານ, ເຂື່ອນໄຟຟ້າພະລັງງານນ້ຳ,ພະລັງງານລົມ, ການຂຸດຄົ້ນແຮ່ທາດຕ່າງໆ ທີ່ເຫັນວ່າມີຜົນໄດ້ຫຼາຍກວ່າຜົນເສຍ ແລະອື່ນໆ ເກີດຂຶ້ນຢ່າງຫຼວງຫຼາຍ,
ເມື່ອມີການຂະຫຍາຍເນື້ອທີ່ການຜະລິດກະສິກຳຕົ້ນຕໍຍັງແມ່ນການເຮັດໄຮ່ປູກເຂົ້າ ລວມທັງການປູກພືດເປັນສິນຄ້າເປັນສິນຄ້າ ແນ່ນອນວ່າ ຕ້ອງໄດ້ມີການບຸກເບີກເນື້ອທີ່ການຜະລິດ, ການຂຸດຄົ້ນ, ຕັດ ແລະ ທຳລາຍປ່າໄມ້ໄປເປັນເງົາຕາມຕາມຢ່າງປະຕິເສດບໍ່ໄດ້ ໃນເມື່ອມີການຕັດໄມ້ທຳລາຍປ່າກໍ່ຕ້ອງມີການຈູດເຜົາໄປນຳ, ການຈູດໄຮ່ຈູດສວນເພື່ອສັບຊ່າວຂະຫຍາຍເນື້ອທີ່ການຜະລິດນີ້ລະ ມັນເປັນ ສັດຕູອັນຮ້າຍກາດທີ່ທຳລາຍປ່າໄມ້ຊຶ່ງແຕ່ລະປີຢູ່ແຕ່ລະພາກຂອງປະເທດເຮົາເກີດມີໄຟໄໝ້ລາມປ່າ ສູນເສຍປ່າໄມ້ເປັນຈຳນວນມະຫາສານ ແລະປີນີ້ກໍ່ເຊັ່ນດຽວກັນ ມັນໄດ້ເກີດຂື້ນແລ້ວແລະມີຄວາມເສຍຫາຍເປັນຈຳນວນຫຼວງຫຼາຍ ລວມທັງຊີວິດຂອງຄົນເຮົານຳອີກເຊັ່ນ:
ຢູ່ແຂວງອຸດົມໄຊ ພຽງແຕ່ 4 ເດືອນຂອງປີນີ້ ມີຜູ້ເສຍຊີວິດຍ້ອນໄຟໄໝ້ລາມປ່າເຖິງ 4 ຄົນ ໃນນັ້ນຢູ່ບ້ານມົກໂຄກາງ ເມືອງປາກແບງ 2 ຄົນ ແລະ ອີກ2ຄົນແມ່ນຢູ່ບ້ານ ພູວຽງໄຊ ເມືອງຮຸນ, ນອກນີ້ໄຟຍັງໄດ້ໄໝ້ລາມເຂົ້າເຂດນອກ ເຂດໃນ ປ່າສະຫງວນ ພາຍໃນ 7 ເມືອງ ທົ່ວແຂວງ ເສຍຫາຍ 60 ກວ່າເຮັກຕາ, ນອກໃນປ່າປ້ອງກັນ163 ເຮັກຕາກວ່າ, ນອກໃນເຂດປ່າຜະລິດ 5ເຮັກຕາ, ລວມທັງໝົດຫຼາຍກວ່າ 229 ເຮັກຕາ, ສຳລັບຂໍ້ມູນ ກາງເດືອນເມສາ ຫາຕົ້ນເດືອນ ພຶດສະພາ ແມ່ນຍັງບໍສາດສະຫຼຸບໄດ້ເທື່ອ ເນື່ອງຈາກໄຟຍັງໄໝ້ລາມປ່າຢູ່ ໃນຫຼາຍບ້ານ ຫຼາຍເມືອງ. ສ່ວນເຫດການໄຟໄໝ້ລາມປ່າຢູ່ບ້ານນາຍາງໃຕ້ເມືອງນໍ້າບາກໃນທ້າຍເດືອນເມສາຜ່ານມາໄດ້ສ້າງຄວາມເສຍຫາຍຫຼາຍກວ່າ 20 ເຮັກຕາ, ນອກຈາກນັ້ນຍັງມີໄຟໄໜ້ລາມປ່າ ຢູ່ຂອບເຂດປ່າສະຫງວນ ບ້ານລາດຄູນເມືອດ ເມືອງເມິງ ແຂວງບໍ່ແກ້ວ ແລະ ຮ້າຍແຮງກ່ວານັ້ນ ເກີດໄຟໄໝ້ລາມປ່າຢູ່ໜ່ວຍພູ……………ທາງແຂວງຄຳມ່ວນສ້າງຄວາມເສຍຫາຍຢ່າງມະຫາສານ.
ເຫດການໄຟໄໝ້ລາມປ່າທີ່ເກີດຂຶ້ນຢູ່ແຕ່ລະບ່ອນນັ້ນ ສາເຫດໜຶ່ງອາດມາຈາກສະພາບອາກາດທີ່ຮ້ອນອົບເອົ້າແບບບໍ່ເຄີຍມີມາກ່ອນຍ້ອນການການປ່ຽນແປງຂອງດິນຟ້າອາກາດ ອີກດ້ານແມ່ນຍ້ອຍຄວາມຂາດສະຕິ ມັກງ່າຍຂອງຄົນເຮົາ ຈູດໄຮ່ຈູສວນຕອນທ່ຽງ, ເວລາມີລົມພັດແຮງ, ຈູດຢູ່ທາງຫົວລົມ, ຈູດໂດຍທີ່ບໍ່ສ້າງແລວກັນໄຟອ້ອມໄຮ່ອ້ອມສວນ ຊຶ່ງຕາມຫຼັກວິຊາການແລ້ວ ເວລາຈະຈູດໄຮ່ຈູດສວນຄວນໄດ້ສ້າງແລວກັນໄຟໃຫ້ອອ້ມຮອບເນື້ອທີ່ໄຮ່ ເນື້ອທີ່ສວນທີເຮົາຈະຈູດໃຫ້ກວ້າງຢ່າງ ໜ້ອຍ 2 ວາຂຶ້ນໄປ, ຈູດໃນຍາມເຊົ້າເວລາບໍ່ມີລົມພັດແຮງ ແລະ ບໍ່ຄວນຈູດຢູ່ຫົວລົມຄວນຈູດຢູ່ທ້າຍລົມ ສິ່ງສຳຄັນໜຶ່ງອີກກ່ອນຈະຈູດຄວນໄດ້ປ່າວເຕືອນໃຫ້ຄົນຢູ່ບໍລິເວນດັ່ງກ່າວຮູ້ ແລ້ວອອກຫ່າງຈາກຈຸດນັ້ນເພື່ອຫຼີກເວັ້ນຄວາມສູນເສຍທາງດ້ານຊີວິດອິນຊີຂອງຄົນເຮົາ.
ການສະກັດກັ້ນ ປ້ອງກັນບໍ່ໃຫ້ເກີດມີໄຟໄໝ້ລາມປ່າແມ່ນໜ້າທີ່ຂອງທຸກຄົນຕ້ອງໄດ້ປະຕິບັດຕາມຂໍ້ຫ້າມ ແລະ ແຈ້ງການທຸກຢ່າງຈາກພາກສ່ວນກ່ຽວຂ້ອງຢ່າງເຂັ້ມງວດ ບໍ່ຄວນເຮັດຕາມລຳພັງໃຈຂອງຕົນເອງ ເພາະໄຟໄໝ້ລາມປ່າເກີດຂຶ້ນໄດ້ທຸກເມື່ອ ແລະ ສ້າງຄວາມສູນເສຍໄດ້ຢ່າງມະຫາສານ ຖ້າຫາກຄົນເຮົາຂາດສະຕິ.