ອຸຕຸເຕືອນ !!! ພາຍຸຄຸໜຸນຈະພັດຜ່ານລາວໃນອາທິດນີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ເນື່ອງຈາກາພາຍຸໝູນເຂດຮ້ອນຄະໜຸນໄດ້ປ່ຽນທິດເຄື່ອນທີ່ມາໃກ້ພາກກາງຂອງປະເທດຫວຽດນາມ ແລະ ຄາດວ່າຈະເຄື່ອນເຂົ້າຝັ່ງໃນລະຫວ່າງວັນທີ 17-18 ຕຸລານີ້, ຈາກນັ້ນກໍຈະຜ່ານແຂວງພາກກາງ ແລະ ພາກໃຕ້ຂອງລາວ ເຊິ່ງໃນໄລຍະອາທິດນີ້, ພາຍຸຫົວໃໝ່ຈະກໍ່ຕົວຢູ່ເຂດທະເລຈີນໃຕ້ ເຊິ່ງຈະສົ່ງຜົນກະທົບຕໍ່ສະພາບອາກາດໃນລາວ. ດັ່ງນັ້ນ ຈຶ່ງຂໍໃຫ້ທຸກຄົນຈົ່ງຕິດຕາມການລາຍງານສະພາບອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງເປັນປະຈຳ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ວັນທີ 18 ຕຸລານີ້, ພາຍຸໝູນເຂດຮ້ອນຄະໜຸນ ຫົວທີ 20 ປະຈໍາປີ 2017 ຍັງຈະສືບຕໍ່ເຄື່ອນທີ່ຢູ່ໃກ້ເຂດເກາະໄຫຫລໍາ, ຈາກນັ້ນອ່ອນກຳລັງລົງເປັນພາຍຸດີເປຼຊັນເຄື່ອນທີ່ຜ່ານພາກກາງຂອງຫວຽດນາມ ແລະ ຜ່ານພາກກາງ ແລະ ພາກໃຕ້ຂອງລາວ. ພ້ອມດຽວກັນນີ້ ບໍລິເວນຄວາມກົດດັນອາກາດສູງຈະປົກຄຸມເຂດພາກເໜືືອ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຫາປານກາງຢູ່່ໃນແຕ່ລະພາກ ແລະ ຕົກໜັກ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ພາກເໜືອດ້ານຕາເວັນອອກ: ອາກາດເຢັນ ແລະ ມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ; ພາກເໜືອດ້ານຕາເວັນຕົກ: ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍ ແລະ ຕົກປານກາງ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 23-25 ອົງສາ ແລະ ສູງສຸດ 31-33 ອົງສາ; ພາກກາງ: ຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຫາໜັກ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ; ພາກໃຕ້: ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍ ແລະ ຕົກປານກາງຢູ່ຫລາຍທ້ອງຖິ່ນ ແລະ ຕົກໜັກ, ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕໍ່າສຸດ 23-25 ອົງສາ ແລະ ສູງສຸດ 32-34 ອົງສາ ແລະ ນະຄອນຫລວງວຽງຈັນ: ຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບໍໍລິເວນ.