ຄື້ນຄວາມຮ້ອນ-ໄພແຫ້ງແລ້ງ ເຮັດໃຫ້ຝູງປານັບແສນຕາຍຢູ່ອ່າງເກັບນໍ້າໃນຫວຽດນາມ

ຝູງປານັບແສນຕາຍເຕັມອ່າງເກັບນໍ້າຊອງເມ (Song May) ຢູ່ແຂວງດົງນາຍ ທາງຕອນໃຕ້ຂອງຫວຽດນາມ ໃນຫລາຍວັນຜ່ານມາ ໂດຍປະຊາຊົນ ແລະ ສື່ທ້ອງຖິ່ນເຊື່ອວ່າເປັນຜົນຈາກໄພແຫ້ງແລ້ງ ແລະ ການແກ້ໄຂນໍ້າທີ່ຜິດພາດ ທ່າມກາງສະພາບຄື້ນຄວາມຮ້ອນຮຸນແຮງທີ່ກໍາລັງແຜ່ປົກຄຸມຫລາຍປະເທດໃນເຂດອາຊີຕາເວັນອອກສຽງໃຕ້.
ລາຍງານຂອງສື່ທ້ອງຖິ່ນຊີ້ເຖິງສາເຫດທີ່ເຮັດໃຫ້ປາຈໍານວນຫລາຍຕາຍ ຫລັງບໍລິສັດ ບໍລິຫານອ່າງເກັບນໍ້າໄດ້ມີການຂຸດ ແລະ ປັບປຸງອ່າງເກັບນໍ້າ ເພື່ອກໍາຈັດຕະກອນ ແລະ ເສດຊາກ ແລະ ມີແຜນປ່ອຍນໍ້າລົງໄປໃນອ່າງ.
ແຕ່ອຸນຫະພູມນໍ້າທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງຈາກຜົນກະທົບຄື້ນຄວາມຮ້ອນ ເຮັດໃຫ້ບໍລິສັດຕັດສິນໃຈປ່ອຍນໍ້າລົງສູ່ເນື້ອທີ່ປູກຝັງທີ່ຢູ່ທ້າຍນໍ້າ ສົ່ງຜົນເຮັດໃຫ້ລະດັບນໍ້າຢູ່ອ່າງເກັບນໍ້າຫລຸດລົງຫລາຍຈົນແຫ້ງໃນບາງຈຸດ ແລະ ເຮັດໃຫ້ປາຕາຍນັບແສນໂຕ.
ໂດຍຊາກປາທີ່ຕາຍຄາດວ່າມີນໍ້າໜັກບໍ່ຕໍ່າກວ່າ 200 ໂຕນ ສົ່ງກິ່ນເໝັນຮຸນແຮງ ເຮັດໃຫ້ປະຊາຊົນຢູ່ເຂດໃກ້ຄຽງເດືອດຮ້ອນ ແລະ ຊາວປະມົງຕ້ອງເລັ່ງເກັບກວາດຊາກປາກເຫລົ່ານີ້.