ອຸປະຕິເຫດຕົ້ນໄມ້ຫັກລົ້ມທັບຄົນ ຢູ່ບ້ານ ບໍ່ເຫລັກ ເມືອງໄຊທານີ ນະຄອນຫລວງວຽງຈັນ ເນື່ອງຈາກພາຍຸເຂົ້າຄ່ຳຄືນ ວັນທີ 3 ພຶດສະພາ 2024
May 4, 2024 - 2:51 PM

ໜ່ວຍກູ້ໄພອາສາເພື່ອປະຊາຊົນ ລາຍງານວ່າ: ເວລາ 21:00 ໂມງ ຂອງວັນທີ 3 ພຶດສະພາ 2024 ໄດ້ຮັບແຈ້ງເຫດເກີດມີອຸປະຕິເຫດຕົ້ນໄມ້ຫັກລົ້ມທັບຄົນ ຢູ່ບ້ານ ບໍ່ເຫລັກ ເມືອງໄຊທານີ ນະຄອນຫລວງວຽງຈັນ, ເປັນເພດຊາຍ 1 ຄົນ.
ອາການເບື້ອງຕົ້ນແມ່ນກະທົບຫົວ, ສະລືມສະລື, ບ່າໄຫລ່ຫລຸດ (ສາເຫດຍ້ອນຜູ້ກ່ຽວຢູ່ກອງຕົ້ນໄມ້ຕອນລົມພາຍຸເຂົ້າແລ້ວຕົ້ນໄມ້ຫັກທັບໃສ່), ໜ່ວຍກູ້ໄພໄດ້ນໍາສົ່ງຜູ້ບາດເຈັບໄປໂຮງໝໍມິດຕະພາບ ເພື່ອປິ່ນປົວໂດຍຮີບດ່ວນ.