ເດັກເກີດມາມີນ້ຳໜັກ 7,1 ກິໂລ ປະເທດຫວຽດນາມ
October 18, 2017 - 9:51 AM

ສຳນັກຂ່າວຕ່າງປະເທດລາຍງານໃຫ້ຮູ້ວ່າ: ໃນວັນທີ 14 ຕຸລານີ້, ໄດ້ມີແມ່ຄົນຫວຽດນາມ ຢູ່ເມືອງ ຫວິງຟຸກ ເກີດລູກເປັນ ເພດຊາຍທີ່ນ້ຳໜັກເຖິງ 7,1 ກິໂລ ເປັນເດັກຄົນທຳອິດ ທີ່ມີນ້ຳໜັກ ຫລາຍທີ່ສຸດໃນປະເທດ ແລະ ໄດ້ສ້າງຄວາມປະຫລາດໃຈໃຫ້ພໍ່ ແມ່ ແລະ ແພດໝໍ.
+ ແພດສາມາດຊ່ວຍປັບປ່ຽນຮູບໂສມໃບໜ້າໄດ້
+ແພດຊ່ວຍຊີວິດຍິງສາວທີ່ຖືກໄຟເຜົາມີຊີວິດໃໝ່
ເດັກເກີດໃໝ່ມີນ້ຳໜັກຫລາຍ ທີ່ສຸດໃນປະເທດຫວຽດນາມ ເກີດຂຶ້ນໃນປີ 2008 ມີແມ່ຄົນ ໜຶ່ງເກີດລູກສາວມີນ້ຳໜັກເກືອບ 7,1 ກິໂລ.
ໃນເມືອງຫວັດຍາລາຍ ຢູ່ ພາກກາງປະເທດຫວຽດນາມ ສ່ວນເດັກເກີດໃໝ່ທີ່ມີນ້ຳໜັກ ຫລາຍເຄີຍບັນທຶກມາຈົນເປັນ ສະຖິຕິໂລກ; ຢູ່ເມືອງອາແວຊາ ປະເທດອິຕາລີ ເມື່ອປີ 1955 ມີ ນ້ຳໜັກ 10,2 ກິໂລ.