ຜົນຈັບສະຫຼາກຊ່ວງເຮືອບຶງທາດຫຼວງ

- 22563850 684296481780928 1399081581 o - ຜົນຈັບສະຫຼາກຊ່ວງເຮືອບຶງທາດຫຼວງ
- kitchen vibe - ຜົນຈັບສະຫຼາກຊ່ວງເຮືອບຶງທາດຫຼວງ

- 22563850 684296481780928 1399081581 o 300x200 - ຜົນຈັບສະຫຼາກຊ່ວງເຮືອບຶງທາດຫຼວງການຊ່ວງເຮືອທີ່ບຶງທາດຫລວງ ເມືອງໄຊເສດຖາ ນະ ຄອນຫລວງວຽງຈັນ ໄດ້ຈັດ ຂຶ້ນລະຫວ່າງວັນທີ 18-22 ຕຸລານີ້ ເຊິ່ງໃນຕອນແລງຂອງ ວັນທີ 17 ຕຸລາ 2017 ທີ່ຫ້ອງ ສຶກສາ ແລະ ກິລາເມືອງໄຊ ເສດຖາ ນະຄອນຫລວງວຽງ ຈັນໂດຍມີ ທ່ານ ບຸນປິງ ປັນຍາ ຈິດ ຮອງເຈົ້າເມືອງ ໄຊເສດ ຖາພ້ອມດ້ວຍພາກ ສ່ວນກ່ຽວ ຂ້ອງ ແລະ ນັກສີພາຍເຂົ້າ ຮ່ວມ.
ສໍາລັບການຊ່ວງເຮືອບຶງທາດຫລວງຄັ້ງນີ້ເປັນຄັ້ງທໍາ ອິດໂດຍມີ 4 ປະເພດເຮືອເຂົ້າ ຮ່ວມຄື: ເຮືອປະເພນີຊາຍ, ປະເພນີຍິງ, ສູດ ແລະ ເຮືອກິ ລາ ຜ່ານການຈັບສະຫລາກ ປາກົດວ່າເຮືອປະເພນີຊາຍມີ 4 ລໍາເຂົ້າຮ່ວມປະກອບດ້ວຍ: ເຮືອນາງສາວສ້ອຍສຸລິນ ( ບ້ານທ່າພະ ), ແຂວງໄຊຍະ ບູລີ ບໍລິສັດພັນທະມິດ, ແຂວງ ຫລວງພະບາງ ບໍລິສັດແສງ ເພັດ ເກັບກູ້ລະເບີດ ແລະ ເຮືອ ຄອນສະຫວັນ 99 ໂດຍເຮືອ ແຕ່ລະລໍາຈະພົບກັນໝົດເພື່ອ ສະສົມຄະແນນ, ສໍາລັບເຮືອ ປະເພນີຍິງ ມີ 5 ລໍາເຂົ້າຮ່ວມ ຄື: ເຮືອບໍລິສັດ ແສງເພັດ ເກັບ ກູ້ລະເບີດ, ບ້ານຫາດສ້ຽວ, ສະຫະພັນນັກຮົບເກົ່າ ແຂວງ ບໍລິຄໍາໄຊ, ທ່າພະ, ແລະ ເຮືອ ຊາວໜຸ່ມເມືອງໄຊທານີ. ນອກຈາກນັ້ນ, ເຮືອສູດຊາຍ ປະກອບມີ 6 ລໍາເຂົ້າຮ່ວມຄື: ພອນພະແກ້ວ (ສີຖານໃຕ້), ບ້ານໂພນເຄັງ (ບໍລິສັດ ແສງ ເພັດ ເກັບກູ້ລະເບີດ), ນາວາ ສັກສິດ, ຫລວງພະບາງ, ແດນ ສະຫວັນ ນໍ້າງື່ມ ລີສອດ ແລະ ເຮືອສາຍຟ້າ. ສ່ວນເຮືອກິລາ 12 ສີພາຍ ມີ 24 ລໍາເຂົ້າຮ່ວມ ແບ່ງເປັນ 8 ສາຍຄັດເຂົ້າຮອບ ດັ່ງນີ້: ສາຍ ກ ປະກອບມີ ເຮືອບ. ນາຄວາຍ ມ.ໄຊເຊດ ຖາ ນວ, ບ.ຄຳຈະເລີນ2 ມ. ຫາດຊາຍຟອງ ນວ, ເຮືອແພ ອຸ່ນຄຳ 2; ສາຍ ຂ ປະກອບມີ: ຫ້ອງຫານຄຸ້ມຄອງເສດຖະກິດບຶງທາດຫລວງ, ບ.ຫາຍໂສກ ມ.ສີສັດຕະນາກ ນວ, ແມັກກີ້ ປະດັບຍົນ; ສາຍ ຄ ປະກອບ ມີ: ບ.ນາເໜືອ ມ.ຫີນບູນ ຂ. ຄຳມ່ວນ, ນາວາສັກສິດ1 ບ. ໄຊສະຖານ ມ.ສີສັດຕະນາກ ນວ ແລະ ນາວາສັກສິດ 3 ບ. ໄຊສະຖານ ມ.ສີສັດຕະນາກ ນວ; ສາຍ ງ: ຂ.ວຽງຈັນ, ສິງ ພິຊິດໄຊ ບ.ນາລ້ອງ ມ.ຫາດ ຊາຍຟອງ ນວ, ນາວາສັກສິດ 2 ບ.ໄຊສະຖານ ມ.ສີສັດຕະ ນາກ ນວ; ສາຍ ຈ ປະກອບມີ: ທິດາຫົງຟ້າ ບ.ນາຊອນ ມ. ປາກງື່ມ ນວ, ເທບທິດາສ້ອຍ ຟ້າ ບ.ຈອມແຈ້ງ ມ.ສີສັດຕະ ນາກ ນວ, ຄອນສະຫວັນ 99-ເທບອຳມະລິນ ບ.ນາ ລ້ອງ ມ.ຫາດຊາຍຟອງ ນວ; ສາຍ ສ ປະກອບມີ: ໂຮງງານ ເຫລັກອຸດສາຫະກຳອັດຕະປື, ເທບທະນະກອນ ບ.ໄຮຄຳ ມ. ໄຊເຊດຖາ ນວ, ບ.ສ.ພອນ ຈະເລີນຊັບ ບ.ເກີນໃຕ້ ມ.ທຸລະ ຄົມ ຂ.ວຽງຈັນ; ສາຍ ຊ ປະ ກອບມີ: ຂວັນໃຈປູ່ກັ້ງ ບ.ນາ ເຫນືອ ມ.ຫີນບູນ ຂ.ຄຳມ່ວນ, ເທບນາຄາ ບ.ທ່າດອກຄຳ ມ.ໄຊທານີ ນວ, ບ.ຄຳຈະເລີນ 1 ມ.ຫາດຊາຍຟອງ ນວ; ສາຍ ຍ ປະກອບມີ ເຮືອແພອຸ່ນ ຄຳ 1, ຫວຍເລກ3, ເທບພິຊິດ ໄຊ ບ.ນາລ້ອງ ມ.ຫາດຊາຍ ຟອງ ນວ.
ສ່ວນທາງຄະນະກໍາມະ ການຕັ້ງເງິນລາງວັນເຮືອປະ ເພນີ ຊາຍ-ຍິງ 55 ສີພາຍ ແລະ ເຮືອສູດຊາຍ 55 ສີພາຍ ສູງສຸດເປັນຫວັດສາດແມ່ນ ເທົ່າກັນຄື: ຊະນະເລີດໄດ້ຂັນ ເງິນ 1 ກິໂລກຣາມ ພ້ອມເງິນ ສົດ 25 ລ້ານ, ອັນດັບ 2 ຂັນເງິນ 0,75 ກິໂລ ພ້ອມເງິນ 15 ລ້ານກີບ, ອັນດັບ 3 ຂັນ ເງິນ 0,5 ກິໂລກຣາມ ພ້ອມ ເງິນ 10 ລ້ານກີບ, ອັນດັບ 4 ເງິນ ສົດ 10 ລ້ານກີບ. ສ່ວນ ເຮືອ ກີລາ 12 ສີພາຍ ມີດັ່ງນີ້: ຊະນະເລີດໄດ້ຂັນໂລ 1 ໜ່ວຍ ພ້ອມເງິນສົດ 8 ລ້ານກີບ, ອັນດັບ 2 ຂັນໂລ້ 1 ໜ່ວຍ ພ້ອມເງິນ 6 ລ້ານກີບ, ອັນດັບ 3 ຂັນເງິນ 1 ໜ່ວຍ ພ້ອມເງິນ ສົດ 4 ລ້ານກີບ, ອັນດັບ 4 ເງິນ ສົດ 3 ລ້ານກີບ.

 

- Visit Laos Visit SALANA BOUTIQUE HOTEL - ຜົນຈັບສະຫຼາກຊ່ວງເຮືອບຶງທາດຫຼວງ
- 4 - ຜົນຈັບສະຫຼາກຊ່ວງເຮືອບຶງທາດຫຼວງ
- 3 - ຜົນຈັບສະຫຼາກຊ່ວງເຮືອບຶງທາດຫຼວງ
- 5 - ຜົນຈັບສະຫຼາກຊ່ວງເຮືອບຶງທາດຫຼວງ