ອິດສະລາແອນຂໍໃຫ້ຊາວກາຊາ 100.000 ຄົນ ອົບພະຍົບອອກຈາກພາກຕາເວັນອອກເມືອງຣາຟາ

ຊາວປາແລັສຕິນປະມານ 100.000 ຄົນ ເລີ່ມອົບພະຍົບອອກຈາກພາກຕາເວັນອອກຂອງເມືອງຣາຟາ ຢູ່ເຂດກາຊາ ຕາມຄໍາສັ່ງຂອງກອງທັບອິດສະລາແອນ ຖືເປັນສັນຍານຊັດເຈນຂຶ້ນ ວ່າການໂຈມຕີພາກພື້ນດິນກໍາລັງຈະເກີດຂຶ້ນໃນອີກບໍ່ດົນ.
ວັນທີ 6 ພຶດສະພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກອງທັບອິດສະລາແອນອອກຖະແຫລງການ ກ່ຽວກັບການເລີ່ມຂັ້ນຕອນອົບພະຍົບປະຊາຊົນອອກຈາກພາກຕາເວັນອອກຂອງເມືອງຣາຟາ ເຊິ່ງເປັນເມືອງໃຫຍ່ທາງຕອນໃຕ້ຂອງເຂດກາຊາ. ເບື້ອງຕົ້ນມີການປະເມີນວ່າ ປະຊາຊົນປະມານ 100.000 ຄົນ ຕ້ອງອົບພະຍົບອອກຈາກພື້ນທີ່.
ທັງນີ້, ກອງທັບອິດສະລາແອນຢືນຢັນຄວາມຈໍາເປັນຂອງການອົບພະຍົບປະຊາຊົນອອກຈາກເມືອງຣາຟາ ເປັນສ່ວນໜຶ່ງຂອງແຜນປະຕິບັດ ເພື່ອກວາດລ້າງກຸ່ມຮາມັດ. ຂະນະທີ່ມີລາຍງານຈາກສື່ທ້ອງຖິ່ນວ່າ: ເຮືອບິນຮົບຂອງກອງທັບອິດສະລາແອນ ໂປຍໃບປິວຈໍານວນຫລາຍທົ່ວພື້ນທີ່ ເຊິ່ງມີການກໍານົດໃຫ້ເປັນເຂດອົບພະຍົບ.
ການເຄື່ອນໄຫວດັ່ງກ່າວຂອງກອງທັບອິດສະລາແອນ ຍິ່ງເປັນທ່າອ່ຽງທີ່ຊັດເຈນຂຶ້ນ ວ່າປະຕິບັດການທາງທະຫານພາກພື້ນດິນຢູ່ເມືອງຣາຟາ ຈະຕ້ອງເກີດຂຶ້ນ ເຖິງຈະຍັງບໍ່ຊັດເຈນວ່າເປັນເມື່ອໃດ. ສ່ວນນາຍົກລັດຖະມົນຕີ ເບັນຈາມິນ ເນທັນຢາຮູ ຜູ້ນໍາອິດສະລາແອນ ຢືນຢັນວ່າ: ທຸກຢ່າງຕ້ອງເດີນໜ້າຕາມແຜນ ເຖິງວ່າປະຊາຄົມສາກົນ ລວມທັງພັນທະມິດ ຄືອາເມລິກາ ບໍ່ເຫັນພ້ອມກໍຕາມ.
ເຂດກາຊາມີອານາເຂດຍາວປະມານ 40 ກິໂລແມັດ ແລະ ກວ້າງປະມານ 5-12 ກິໂລແມັດ, ແຕ່ມີປະຊາກອນອາໄສຢູ່ຫລາຍກວ່າ 2 ລ້ານຄົນ. ຕາມຂໍ້ມູນຢ່າງເປັນທາງການກ່ອນເກີດສົງຄາມ ຖືເປັນໜຶ່ງໃນພື້ນທີ່ມີປະຊາກອນໜາແໜ້ນທີ່ສຸດຂອງໂລກ.