ຕີລາຄາຄືນວຽກງານຄຸ້ມຄອງໄພພິບັດ ຂັ້ນແຂວງ ປະຈຳປີ 2023

ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຄະນະຄຸ້ມຄອງໄພພິບັດຂັ້ນແຂວງບໍລິຄຳໄຊ ຈັດກອງປະຊຸມສະຫລຸບ ຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງໄພພິບັດ ປະຈຳປີ 2023 ແລະ ທິດທາງແຜນການກຽມພ້ອມຕອບໂຕ້ໄພພິບັດ ປະຈຳປີ 2024 ໂດຍການເປັນປະທານຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີບັນດາຄະນະຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ ແລະ ຮອງເຈົ້າເມືອງ 7 ຕົວເມືອງເຂົ້າຮ່ວມ.
ທ່ານ ອຸດອນ ຄຳພຽນ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ແຂວງບໍລິຄຳໄຊ ໄດ້ລາຍງານວ່າ: ໃນປີ 2023 ຜ່ານມາ ຢູ່ແຂວງບໍລິຄຳໄຊ ໄດ້ຖືກກະທົບ ແລະ ເສຍຫາຍ ຢ່າງໜັກໜ່ວງ ຈົນມາຮອດວັນທີ 13 ສິງຫາ 2023 ສະພາບຈຶ່ງກັບເຂົ້າສູ່ປົກກະຕິ, ແຕ່ຍັງມີສະພາບຝົນຕົກຕໍ່ເນື່ອງ ເຮັດໃຫ້ເສັ້ນທາງຫລາຍເສັ້ນ ໂດຍສະເພາະຢູ່ບັນດາເມືອງຍັງໄດ້ຮັບຜົນກະທົບ ແລະ ມີການສ້ອມແປງແກ້ໄຂສຸກເສີນ ເພື່ອລະບາຍການສັນຈອນ ຈົນມາຮອດເດືອນພະຈິກ 2023 ສະພາບການແກ້ໄຂຈຶ່ງສໍາເລັດ ລວມມູນຄ່າຄວາມເສຍຫາຍທຸກຂົງເຂດທັງໝົດ 156,8 ຕື້ກວ່າກີບ ໃນນີ້, ມີຜົນເສຍຫາຍດ້ານພື້ນຖານໂຄງລ່າງ ແລະ ທີ່ຢູ່ອາໄສ ປະຊາຊົນໄດ້ຮັບຜົນກະທົບ ຈາກໄພພິບັດນໍ້າຖ້ວມບ້ານເຮືອນຢູ່ໃນ 4 ເມືອງຄື: ເມືອງປາກກະດິງ, ຄໍາເກີດ, ວຽງທອງ ແລະ ໄຊຈຳພອນ, ຈໍານວນບ້ານທີ່ໄດ້ຮັບຜົນກະທົບທັງໝົດ 47 ບ້ານ; 917 ຄອບຄົວ; ຈໍານວນພົນ 7.288 ຄົນ ຍິງ 4.029 ຄົນ; ເສຍຊີວິດ 2 ຄົນ (ເພດຊາຍ ເນື່ອງຈາກອອກໄປຊອກຫາກິນຢູ່ເຂດພູ ແລະ ໄດ້ເກີດດິນເຈື່ອນທັບຜູ້ກ່ຽວເສຍຊີວິດ); ເຮືອນຊານປະຊາຊົນ ເສຍຫາຍ 3 ຫລັງ (ດິນເຈື່ອນທັບຈໍານວນ 1 ຫລັງ ແລະ ເສຍຫາຍຈາກນໍ້າຖ້ວມຊຸ 2 ຫລັງ); ເລົ້າເຂົ້າຂອງປະຊາຊົາເສຍຫາຍບາງສ່ວນ 12 ເລົ້າ, ມູນຄ່າເສຍຫາຍທັງໝົດ 101.400.000 ກີບ.
ສະເພາະເມືອງປາກກະດິງ ໄດ້ມີນໍ້າຖ້ວມບ້ານເຮືອນຂອງປະຊາຊົນ ຈໍານວນ 6 ບ້ານ, 305 ຄອບຄົວ, ຈໍານວນພົນລວມ 3.600 ຄົນ ຍິງ 1.850 ຄົນ; ເມືອງຄໍາເກີດ: ນໍ້າຖ້ວມບ້ານເຮືອນປະຊາຊົນ ຈໍານວນ 35 ບ້ານ; 556 ຄອບຄົວ, ຈໍານວນພົນລວມ 3.124 ຄົນ ຍິງ 1.898 ຄົນ, ບ້ານເຮືອນປະຊາຊົນຖືກດິນເຈື່ອນທັບ 1 ຫລັງ ແລະ ນໍ້າຖ້ວມຊຸ 2 ຫລັງ, ເລົ້າເຂົ້າ 12 ເລົ້າ ມູນຄ່າຄວາມເສຍຫາຍ 33.400.000 ກີບ; ເມືອງວຽງທອງ: ເຮືອນປະຊາຊົນຖືກນ້ຳຖ້ວມ 4 ບ້ານ, 12 ຄອບຄົວ, ຈໍານວນພົນລວມ 51 ຄົນ ຍິງ 19 ຄົນ ມູນຄ່າຄວາມເສຍຫາຍ 68.000.000 ກີບ; ເມືອງໄຊຈຳພອນ: ເຮືອນປະຊາຊົນ ຖືກນໍ້າຖ້ວມ 2 ບ້ານ, 44 ຄອບຄົວ.
ນອກຈາກນີ້, ຍັງມີຜົນເສຍຫາຍທາງດ້ານກະສິກຳ ລວມມູນຄ່າ 56,3 ຕື້ກວ່າກີບ ໃນນີ້, ມີເນື້ອທີ່ທໍາການຜະລິດຂອງປະຊາຊົນເປັນຕົ້ນ ນາເຂົ້າ, ສວນມັນຕົ້ນ ແລະ ສວນພືດປະເພດຕ່າງໆ ໄດ້ຮັບຜົນກະທົບທັງ 7 ຕົວເມືອງຂອງແຂວງ ເນື້ອທີ່ທັງໝົດຖືກເສຍຫາຍ 3.824 ເຮັກຕາ; ໜອງປາ 346 ໜອງ, ປາສູນຫາຍ 1.246.314 ໂຕ, ກົບສູນຫາຍ 13.200 ໂຕ; ສັດໃຫຍ່ເສຍຫາຍ 366 ໂຕ; ສັດປີກ 2.450 ໂຕ; ຊົນລະປະທານເສຍຫາຍ 20 ແຫ່ງ ຜົນເສຍຫາຍດ້ານໂຍທາທິການ ແລະ ຂົນສົ່ງເສັ້ນທາງພາຍໃນແຂວງຖືກກະທົບ ເສຍຫາຍລວມທັງໝົດ 45 ເສັ້ນ ລວມມູນຄ່າເສຍຫາຍທັງໝົດ ທັງທາງຫລວງແຫ່ງຊາດ ແລະ ທາງຫລວງທ້ອງຖິ່ນ 91,8 ຕື້ກວ່າກີບ ໃນນີ້, ເສັ້ນທາງຫລວງແຫ່ງຊາດ 4 ເສັ້ນ ລວມຄວາມຍາວຂອງການເສຍຫາຍ 15,37 ກິໂລແມັດ ມູນຄ່າເສຍຫາຍ 38,2 ຕື້ກວ່າກີບ, ເສັ້ນທາງຫລວງທ້ອງຖິ່ນ 41 ເສັ້ນ ລວມຄວາມຍາວຂອງການເສຍຫາຍ 214,9 ກິໂລແມັດ ມູນຄ່າຄວາມເສຍຫາຍເບື້ອງຕົ້ນທີ່ສາມາດປະເມີນໄດ້ 53,6 ຕື້ກວ່າກີບ. ສໍາລັບຜົນເສຍຫາຍດ້ານພະລັງງານ-ບໍ່ແຮ່ ຄວາມເສຍຫາຍເກີດຂຶ້ນ 3 ເມືອງຄື: ເມືອງບໍລິຄັນ, ຄໍາເກີດ, ວຽງທອງ ໃນນີ້, ເສົາໄຟຟ້າຫັກ ເສຍຫາຍ 21 ຕົ້ນ, ສາຍໄຟຟ້າ 10 ຈຸດ, ຄອນສາຍຫັກ 41 ຄອນ, ສາຍຈ່ອງເສົາໄຟ 4 ເສັ້ນ, ເຫລັກແປ 48 ເສັ້ນ ລວມມູນຄ່າເສຍຫາຍທັງໝົດ 157 ລ້ານກວ່າກີບ. ພ້ອມນີ້, ຍັງມີໂຮງຮຽນທີ່ໄດ້ຮັບຜົນກະທົບ ຢູ່ 3 ເມືອງຄື: ເມືອງປາກກະດິງ, ຄໍາເກີດ, ວຽງທອງ ທັງໝົດ 13 ແຫ່ງ ມູນຄ່າເສຍຫາຍລວມ 999 ລ້ານກວ່າກີບ. ຜົນເສຍຫາຍດ້ານລະບົບສາທາຖືກກະທົບຢູ່ໃນ 3 ເມືອງ ຄື: ປາກກະດິງ, ຄຳເກີດ, ວຽງທອງ ມູນຄ່າເສຍຫາຍລວມ 2,2 ຕື້ກວ່າກີບ; ຜົນເສຍຫາຍດ້ານຊັບສິນ, ພາຫະນະຂອງລັດ ແລະ ເອກະຊົນໃນໄລຍະທີ່ປະສົບເຫດໄພນໍ້າຖ້ວມ ໄດ້ສົ່ງຜົນເສຍຫາຍໃນ 3 ເມືອງຄື: ປາກກະດິງ, ຄຳເກີດ ແລະ ວຽງທອງ ລວມມູນຄ່າເສຍຫາຍ 5 ຕື້ກວ່າກີບ.