ລົມພັດແຮງເຂົ້າແຂວງບໍ່ແກ້ວ ເຮັດໃຫ້ເສົາໄຟຟ້າຫັກ, ໝໍ້ແປງ, ໝໍ້ນັບໄຟເປເພ່ ສ້າງຄວາມເສຍຫາຍ 200 ລ້ານກວ່າກີບ
ລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍ່ແກ້ວ ລາຍງານວ່າ: ຄືນວັນທີ 5 ພຶດສະພາ 2024 ເວລາປະມານ 20:00 ນາທີ, ໄດ້ເກີດມີພາຍຸເຂົ້າແຂວງບໍ່ແກ້ວ ຝົນຕົກ ແລະ ລົມພັດແຮງ ເຮັດໃຫ້ໄຟຟ້າດັບທົ່ວເມືອງຫ້ວຍຊາຍ ແລະ ເມືອງຕົ້ນເຜິ້ງ, ທາງຄະນະຮັບຜິດຊອບໄຟຟ້າລາວສາຂາ ແຂວງບໍ່ແກ້ວ ໄດ້ນໍາພາພະນັກງານວິຊາການ 20 ກວ່າຄົນ, ລົງມາກວດກາຢູ່ຈຸດເກີດເຫດພົບເຫັນຕາຂ່າຍ 22 ກິໂລໂວນ, ເສົາໄຟຟ້າ 12 ແມັດ ຫັກລົ້ມ 3 ຕົ້ນ, ໝໍ້ແປງເປເພ່ເສຍຫາຍ 1 ໜ່ວຍ, ຢູ່ເສັ້ນທາງ R3 ຂຶ້ນສະໜາມບິນເກົ່າ ບ້ານອຸດົມ ເມືອງຫ້ວຍຊາຍ ທີມງານໄດ້ຮີບຮ້ອນເລັ່ງແກ້ໄຂ ແຕ່ກໍໃຊ້ເວລາການສ້ອມແປງຫລາຍຊົ່ວໂມງ ຈຶ່ງສາມາດປ່ອຍກະແສໄຟຟ້າ ໃຫ້ປະຊາຊົນໄດ້ຊົມໃຊ້ໄຟເປັນປົກກະຕິ ເນື່ອງຈາກເປັນການສ້ອມແປງໃນຍາມກາງຄືນ.
ຜົນກະທົບທັງໝົດຈາກພາຍຸຄັ້ງນີ້: ມີເສົາໄຟຟ້າ 12 ແມັດ ຫັກ 3 ຕົ້ນ, ເສົາໄຟ 8 ແມັດ ຫັກ 6 ຕົ້ນ, ໝໍ້ນັບໄຟເປເພ່ 10 ໜ່ວຍ, ໝໍ້ແປງເປເພ່ 2 ໜ່ວຍ (ຂະໜາດ 160 ແລະ 100 ກິໂລໂວນແອັມ) ມີບ້ານທີ່ໄດ້ຮັບຜົນກະທົບ 52 ບ້ານ ແລະ ສາມາດແກ້ໄຂສໍາເລັດພາຍໃນກາງຄືນວັນທີ 5 ພຶດສະພາ ຈຳນວນ 46 ບ້ານ ແລະ ສືບຕໍ່ວັນທີ 6 ພຶດສະພາ ຈຳນວນ 6 ບ້ານ ສໍາເລັດ ແລະ ສາມາດປ່ອຍກະແສໄຟຟ້າໃຫ້ແກ່ຜູ້ຊົມໃຊ້ໄດ້ເປັນປົກກະຕິ. ລວມຄວາມເສຍຫາຍທັງໝົດປະມານ 240 ລ້ານກວ່າກີບ.