ກະຊວງປ້ອງກັນຄວາມສະຫງົບ ປະກາດຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ

ກະຊວງປ້ອງກັນຄວາມສະຫງົບ ປະກາດຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ - 3381 - ກະຊວງປ້ອງກັນຄວາມສະຫງົບ ປະກາດຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ
ກະຊວງປ້ອງກັນຄວາມສະຫງົບ ປະກາດຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ - kitchen vibe - ກະຊວງປ້ອງກັນຄວາມສະຫງົບ ປະກາດຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ

ວັນທີ 6 ພຶດສະພາ 2024 ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດ ຍົກຍ້າຍ-ແຕ່ງຕັ້ງນາຍ ຕໍາຫຼວດຂັ້ນສູງ ໂດຍການເຂົ້າຮ່ວມຂອງ ພົອ ວິໄລ ຫຼ້າຄຳຟອງ ກຳມະການ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.
ພົຕ ປອ ສຸວັນນີ ສີສຸພາບມີໄຊ ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຜ່ານດຳ ລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍ-ແຕ່ງຕັ້ງນາຍຕໍາຫຼວດຂັ້ນສູງ ກະຊວງ ປກສຄື:

  1. ແຕ່ງຕັ້ງ ພົຈວ ໜູຈອນ ກ້ອນທອງດຳ ເປັນຫົວໜ້າກົມໃຫຍ່ພະລາທິການ ປກສ,
  2. ຍົກຍ້າຍ ພົຈວ ແອນ ອຸ່ນອານົງນຸດ ຈາກກົມໃຫຍ່ ການເມືອງ ໄປຢູ່ກົມໃຫຍ່ສັນຕິບານ ແລະ ແຕ່ງຕັ້ງເປັນຮອງຫົວໜ້າກົມໃຫຍ່ສັນຕິບານ,
  3. ຍົກຍ້າຍ ພົຈວ ນີລະວົງ ເຈືອງຕະວະລາດ ຈາກກົມໃຫຍ່ຕໍາຫຼວດ ໄປຢູ່ກົມໃຫຍ່ສັນຕິບານ ແລະ ແຕ່ງຕັ້ງເປັນຮອງຫົວໜ້າກົມໃຫຍ່ສັນຕິບານ,
  4. ຍົກຍ້າຍ ພົຈວ ກອງສະຫວັດ ບຸນລ້ຽງ ຈາກກົມໃຫຍ່ສັນຕິບານ ໄປຢູ່ກົມໃຫຍ່ຕໍາຫຼວດ ແລະ ແຕ່ງ ຕັ້ງເປັນຮອງຫົວໜ້າກົມໃຫຍ່ຕໍາຫຼວດ,
  5. ຍົກຍ້າຍ ພົຈວ ໜູໃບ ອິນທິສານ ຈາກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານໄປ ຢູ່ກົມໃຫຍ່ການເມືອງ ແລະ ແຕ່ງຕັ້ງເປັນຮອງຫົວໜ້າກົມໃຫຍ່ການເມືອງ,
  6. ຍົກຍ້າຍ ພົຈວ ແກ່ນຈັນ ພົມມະຈັກ ຈາກກົມໃຫຍ່ຕໍາຫຼວດ ໄປຢູ່ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ແຕ່ງຕັ້ງເປັນຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ,
  7. ແຕ່ງຕັ້ງ ພັອ ສູນທອນ ລາດຊະສົມບັດ ເປັນ ຮອງຫົວໜ້າກົມໃຫຍ່ພະລາທິການ,
  8. ແຕ່ງຕັ້ງ ພັອ ປອ ສີສົມໄຊ ແກ້ວບຸນພັນ ເປັນຫົວໜ້າກົມ 504,
  9. ແຕ່ງຕັ້ງ ພັອ ຈັນທອນ ແກ້ວມະນີວົງ ເປັນຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ,
  10. ແຕ່ງຕັ້ງ ພັອ ປອ ຄໍາແຝງ ວັນດີໄຊ ເປັນຫົວໜ້າກົມຄົ້ນຄວ້າ ວິທະຍາດສາດ ແລະ ປະຫວັດ ສາດ
  11. ແຕ່ງຕັ້ງ ພັອ ຊາຍຄອງ ເພັດຊະວົງ ເປັນຫົວໜ້າອໍານວຍການ ວິທະຍາຄານການເມືອງ ປກສ,
  12. ແຕ່ງຕັ້ງ ພັອ ປອ ບຸນຊະນະ ສິມມາລາວົງ ເປັນຫົວໜ້າອໍານວຍການວິທະຍາຄານສັນຕິບານປະຊາຊົນ,
  13. ແຕ່ງຕັ້ງ ພັອ ປອ ໂອໄດ ທິລັນດາ ເປັນຫົວໜ້າອໍານວຍການ ວິທະຍາຄານຕໍາຫຼວດປະຊາຊົນ.

ພົອ ວິໄລ ຫຼ້າຄໍາຟອງ ໄດ້ເນັ້ນໃຫ້ນາຍຕຳຫຼວດທີ່ໄດ້ຮັບການ ຍົກຍ້າຍ-ແຕ່ງຕັ້ງໃນຄັ້ງນີ້, ສຸມໃສ່ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບໃຫ້ເລິກເຊິ່ງເຖິ່ງຖອງ, ເພີ່ມທະວີຄວາມຮັບ ຜິດຊອບໃນການ ນຳພາບັນຊາ, ກໍ່ສ້າງພັກ, ກໍ່ສ້າງກຳລັງໃຫ້ໜັກແໜ້ນເຂັ້ມແຂງ, ເສີມຂະຫຍາຍຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ສືບຕໍ່ນຳພາ-ຊີ້ນຳ ກຳລັງ ປກສ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງຂຶ້ນເລື້ອຍໆ.

ກະຊວງປ້ອງກັນຄວາມສະຫງົບ ປະກາດຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ - Visit Laos Visit SALANA BOUTIQUE HOTEL - ກະຊວງປ້ອງກັນຄວາມສະຫງົບ ປະກາດຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ
ກະຊວງປ້ອງກັນຄວາມສະຫງົບ ປະກາດຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ - Visit Laos Visit SALANA BOUTIQUE HOTEL - ກະຊວງປ້ອງກັນຄວາມສະຫງົບ ປະກາດຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ
ກະຊວງປ້ອງກັນຄວາມສະຫງົບ ປະກາດຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ - 2955 1024x682 - ກະຊວງປ້ອງກັນຄວາມສະຫງົບ ປະກາດຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ
ກະຊວງປ້ອງກັນຄວາມສະຫງົບ ປະກາດຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ - 5 - ກະຊວງປ້ອງກັນຄວາມສະຫງົບ ປະກາດຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ
ກະຊວງປ້ອງກັນຄວາມສະຫງົບ ປະກາດຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ - 3 - ກະຊວງປ້ອງກັນຄວາມສະຫງົບ ປະກາດຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ
ກະຊວງປ້ອງກັນຄວາມສະຫງົບ ປະກາດຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ - 4 - ກະຊວງປ້ອງກັນຄວາມສະຫງົບ ປະກາດຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ