ຈັດງານໂຮມຊຸມນຸມສະເຫຼີມສະຫຼອງໄຊຊະນະ ບັ້ນຮົບດຽນບຽນຟູ ວັນທີ7ພືດສະພາຄົບຮອບ 70 ປີ

ພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງໄຊຊະນະ ບັ້ນຮົບດຽນບຽນຟູ ວັນທີ7ພືດສະພາຄົບຮອບ 70 ປີຈັດຂື້ນໃນຕອນເຊົ້າມື້ນີ້ (7/5/ 1954 – 7/5/2024) ທີ່ຫໍປະຊຸມແຫ່ງຊາດຫຼັກ6ນະຄອນຫຼວງວຽງຈັນ, ມີທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກ ລັດຖະມົນຕີ, ທ່ານ ນາງປານີ ຢ່າທໍ່ຕູ່ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ, ທ່ານຄຳພັນເຜີຍຍະວົງ ຄະນະເລຂາທິການສູນກາງພັກ ປະທານທີດສະດີ ຂັ້ນສູນກາງ, ຫົວໜ້າໂຄສະນາອົບຮົມສູນກາງພັກ ທັງເປັນຫົວໜ້າ ຄະນະຮັບຜິດຊອບ ສະເຫຼີມສະຫຼອງໄຊຊະນະ ບັ້ນຮົບດຽນບຽນຟູ ວັນທີ7ພືດສະພາຄົບຮອບ70ປີ, ທ່ານ ຫງຽວນບາຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມປະຈຳລາວ ມີການນຳຂັ້ນສູງ ພັກ-ລັດ ບັນດາກະຊວງອົງການຈັດຕັ້ງມະຫາຊົນ ພະແນກການ ນາຍ ແລະ ພົນທະ ຫານ ນາຍແລະພົນຕຳຫຼວດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ທ່ານຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ປະທານທີດສະດີ ຂັ້ນສູນກາງ ຫົວໜ້າໂຄສະນາອົບຮົມສູນກາງພັກ ທັງເປັນຫົວໜ້າ ຄະນະຮັບຜິດຊອບ ສະເຫຼີມສະຫຼອງໄຊຊະນະ ບັ້ນຮົບ ດຽນບຽນຟູ ວັນທີ7ພືດສະພາຄົບຮອບ70ປີ ມີຄຳເຫັນວ່າ: ໄຊຊະນະດຽນບຽນຟູ ເປັນວັນທີ່ມີຄວາມເອກອ້າງທະນົງໃຈຂອງປະຊາຊົນຫວຽດນາມໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍ່ຄືພາລພກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ທັງເປັນກຳລັງແຮງປຸກລະດົມອັນຍິ່ງໃຫຍ່ຂອງປະຊາຊົນຫວຽດນາມໃນພາລະກິດປ່ຽນແປງໃໝ່, ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມ ແຕ່ຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມສຳພັນສູ້ຮົບ ຮ່ວມຂຸມຄອງຕ້ານສັດຕູໂຕດຽວກັນ ເພື່ອປົດປ່ອຍຕົນເອງ,
ດ້ວຍເຫດນັ້ນ ການຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງໃຫຍ່ ວັນໄຊຊະນະດຽນບຽນຟູຄົບຮອບ70ປີ ເປັນການຫວນຄືນມູນເຊື້ອ ວິລະກຳອັນລ້ຳເລີດ ຄວາມອົງອາດກ້າແກ່ນຂອງກອງທັບ ແລະປະ ຊາຊົນຫວຽດນາມໃນສະໜາມຮົບທີ່ດຸເດືອດຂ້ຽວຂາດທີ່ສຸດໃນພາລະກິດປະຕິວັດຊາດປະຊາ ທິປະໄຕ ເພື່ອບຸກໂຈມຕີເອົາໄຊຊະນະຈາກພວກລ່າເມືອງຂື້ນຝຣັ່ງຜູ້ຮຸກຮານ ແລະ ການແຊກແຊງຊ່ວຍເຫຼືອຂອງຈັກກະພັດ ອາເມລິກາ ແລະອື່ນໆ ທີ່ໃຊ້ເວລາ 56ວັນ/ຄືນ, ເປັນການທົບທວນຄືນປະຫວັດສາດການພົວພັນອັນຍາວນານຂອງສອງຊາດ ລາວ-ຫວຽດນາມໃນການຮ່ວມສຳພັນສູ້ຮົບຢ່າງໜຽວແໜ້ນຊຶ່ງເປັນການຢືນຢັນຢ່າງໜັກແໜ້ນເຖິງຄວາມຜູກພັນອັນໝັ້ນໜຽວດ້ວຍໄມຕີຈິດມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມທີ່ເປັນມູນເຊື້ອອັນດີງາມ ມາຕຕະຫຼອດ.
ໂອກາດດຽວກັນນີ້ ທ່ານ ນາງປານີ ຢ່າທໍ່ຕູ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ມີຄຳເຫັນກ່າວປາໄສໂດຍຫຍໍ້ ໃນພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນໄຊຊະນະ ບັ້ນຮົບດຽນບຽນຟູຄົບຮອບ70ປີເຊັ້່ນດຽວກັນ.