8 ບັນຫາທ້າທາຍຂອງຂະແໜງການບໍ່ແຮ່ ຕໍ່ແຜນ ຍຸດທະສາດການພັດທະນາແຮ່ທາດ
ວັນທີ 3 ພຶດສະພາ 2024ນີ້ ສະພາແຫ່ງຊາດ ຮ່ວມກັບ ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມສຳມະນາ ວິທະຍາສາດ ກ່ຽວກັບ ການຈັດຕັ້ງປະຕິບັດ ວິໄສທັດ ແລະ ແຜນຍຸດທະສາດການພັດທະນາແຮ່ທາດ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມມາດ ພົນເສນາຮອງປະທານສະພາແຫ່ງຊາດ; ທ່ານ ນາງ ປິ່ງຄຳ ລາຊະສີມາ, ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ ແລະ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນກ່ຽວຂ້ອງແຂວງເຂົ້າຮ່ວມ.
ນີ້ເປັນກອງປະຊຸມຄັ້ງທໍາອິດ ທີ່ມີການປຶກສາຫາລືແລກປ່ຽນບົດຮຽນທີ່ຕິດພັນກັບ ການຈັດຕັ້ງຜັນຂະຫຍາຍ ເນື້ອໃນວິໄສທັດ ແລະ ແຜນຍຸດທະສາດການພັດທະນາແຮ່ທາດດັ່ງກ່າວ ທັງເປັນໂອກາດອັນດີ ທີ່ຂະແໜງການຂອງພວກເຮົາຈະໄດ້ເຜີຍແຜ່ບັນດາເນື້ອໃນແຜນຍຸດທະສາດດັ່ງກ່າວ ກໍຄືວຽກງານການຄຸ້ມຄອງການພັດທະນາແຮ່ທາດ ໃຫ້ສັງຄົມໄດ້ຮັບຮູ້ ແລະ ມີຄວາມເຂົ້າໃຈທີ່ຖືກຕ້ອງ.
ກອງປະຊຸມໄດ້ສະຫລຸບການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງໃນໄລຍະຜ່ານມາ ເຫັນວ່າ ຍັງມີຫຼາຍດ້ານທີ່ເປັນສິ່ງທ້າທາຍຕໍ່ຂະແໜງການບໍ່ແຮ່ ມັນໄດ້ຕິດພັນໂດຍກົງກັບການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດການພັດທະນາແຮ່ທາດ ທີ່ໄດ້ຖືກຮັບຮອງ ເປັນຕົ້ນ:
1. ການກໍານົດສິດ, ພາລະບົດບາດ, ການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ຂະແໜງການກ່ຽວຂ້ອງ ໂດຍສະເພາະ ຂະ
ແໜງອຸດສາຫະກໍາ ແລະ ການຄ້າ, ສິ່ງແວດລ້ອມ, ການເງິນ, ໂຍທາທິການ ແລະ ຂົນສົ່ງ ບາງອັນຍັງບໍ່ທັນຊັດເຈນລະອຽດຈະແຈ້ງ ເປັນຕົ້ນ: ການຄຸ້ມຄອງ ໂຮງງານປຸງແຕ່ງແຮ່ທາດທີ່ບໍ່ມີເຂດສຳປະທານ, ສິ່ງແວດລ້ອມດ້ານບໍ່ແຮ່ ແລະ ການຄຸ້ມຄອງ ຫີນແຮ່-ຊາຍ ແລະ ດິນດໍາ-ດິນແດງ.
2. ການບັງຄັບໃຊ້ກົດໝາຍ, ສັນຍາ ແລະ ນິຕິກຳໃຕ້ກົດໝາຍ ຍັງບໍ່ທັນເຂັ້ມງວດ, ເດັດຂາດ ແລະ ບໍ່ທັນເປັນເອກະພາບ ຊຶ່ງສະແດງອອກ ຄື: ບາງໂຄງການມີຂໍ້ບົກຜ່ອງໃນການປະຕິບັດກົດໝາຍ, ສັນຍາ ແລະ ແຜນການທີ່ກຳນົດໄວ້ ແຕ່ກໍ່ຍັງບໍ່ສາມາດປະຕິບັດມາດຕະການ ແລະ ຍົກເລີກສັນຍາໄດ້.
3. ການຈັດຕັ້ງປະຕິບັດ ກົນໄກການເກັບພັນທະ ຍັງບໍ່ທັນເປັນລະບົບ, ບໍ່ມີຄວາມເປັນເອກະພາບ ແລະ ບໍ່ສາມາດເກັບພັນທະໄດ້ຕາມສັນຍາ ແລະ ແຜນການ ກໍານົດໄວ້ ເປັນຕົ້ນ: ຄ່າສໍາປະທານ, ທຶນຕາມສັນຍາ, ອາກອນກໍາໄລ, ອາກອນມູນຄ່າເພີ່ມ, ຄ່າຊັກພິເສດ ແລະ ອື່ນໆ.
4. ການສະໜອງງົບປະມານຂອງພາກລັດ ເຂົ້າໃນວຽກງານການສຶກສາຂໍ້ມູນທາງດ້ານທໍລະນີສາດ ແລະ ແຮ່ທາດ, ການປະເມີນຊັບພະຍາກອນແຮ່ທາດ ມີຈຳກັດ, ສ່ວນຫຼາຍ ແມ່ນອີງໃສ່ການໃຫ້ທຶນການຊ່ວຍເຫຼືອຂອງປະເທດໃກ້ຄຽງ ເປັນຕົ້ນ: ສປ ຈີນ, ສສ ຫວຽດນາມ, ຍີ່ປຸ່ນ ແລະ ໄທ.
5. ວຽກງານການຄຸ້ມຄອງການດໍາເນີນກິດຈະການກ່ຽວກັບແຮ່ທາດ ຍັງບໍ່ລວມສູນ, ມີຫຼາຍຂອດປະສານງານ ເປັນສາເຫດເຮັດໃຫ້ເກີດບັນຫາເນື້ອທີ່ທັບຊ້ອນກັນ.
6. ຂັ້ນຕອນການຄັດເລືອກຜູ້ລົງທຶນ ມີລັກສະນະຟ້າວຟັ່ງ ແລະ ບໍ່ທັນມີເປົ້າໝາຍຊັດເຈນ ເປັນຕົ້ນ: ຄວາມສາມາດ ທາງດ້ານເຕັກນິກ, ປະສົບການ ແລະ ທຶນຮອນ.
7. ການພັດທະນາຊຸມຊົນ ໂດຍການນໍາໃຊ້ເງິນທຶນພັດທະນາສັງຄົມ ແລະ ພັດທະນາທ້ອງຖິ່ນ ຕາມສັນຍາສໍາປະທານຂອງບາງທ້ອງຖິ່ນ ຍັງບໍ່ທັນໄດ້ຖືກຈັດຕັ້ງປະຕິບັດຕາມຈຸດປະສົງ ແລະ ເປົ້າໝາຍ ໂດຍສະເພາະຍັງບໍ່ທັນໄດ້ພັດທະນາເຂດທີ່ຊຸມຊົນໂຄງການຕັ້ງຢູ່.
8. ການຈັດຕັ້ງປະຕິບັດມາດຕະການຮັກສາສິ່ງແວດລ້ອມ, ສຸຂະພາບ ແລະ ຄວາມປອດໄພ ຍັງບໍ່ທັນເຂັ້ມງວດ ແລະ ສອດຄ່ອງກັບລະບຽບການ, ມາດຕະຖານທາງດ້ານເຕັກນິກ ແລະ ຫຼັກການປະຕິບັດທີ່ດີຂອງສາກົນ.