ການສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກທາງທຳມະຊາດ ພວມລໍຖ້າຄະນະຊ່ຽວຊານມາກວດກາອົງປະກອບມໍລະດົກໂລກ

ວັນທີ 8 ພຶດສະພາ 2024, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໃນນາມປະທານຄະນະກຳມະການຄຸ້ມຄອງມໍລະດົກແຫ່ງຊາດ ພ້ອມດ້ວຍຄະນະກຳມະການໃນຄະນະກຳມະການຄຸ້ມຄອງມໍລະດົກແຫ່ງຊາດ ຮ່ວມກັບຄູ່ຮ່ວມງານໂຄງການຮ່ວມມືເຢຍລະມັນການປົກປັກຮັກສາ ແລະ ສົ່ງເສີມການນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ (PROFEB) ໄດ້ສະຫລຸບລາຍງານຜົນສຳເລັດເບື້ອງຕົ້ນຂະບວນການນໍາສົ່ງເອກະສານຄໍາຮ້ອງສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ແຂວງຄຳມ່ວນເຂົ້າເປັນມໍລະດົກໂລກທາງທຳມະຊາດ ຮ່ວມຊາຍແດນກັບອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ມໍລະດົກໂລກທາງທຳມະຊາດ ແຂວງກວາງບິ່ງ ສສ ຫວຽດນາມ.
ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ໃນນາມຜູ້ປະຈຳການ ຂອງຄະນະກຳມະການຄຸ້ມຄອງມໍລະດົກແຫ່ງຊາດ ລາຍງານວ່າ: ຜົນສຳເລັດເບື້ອງຕົ້ນຂອງຂະບວນການນຳສົ່ງເອກະສານຄຳຮ້ອງແມ່ນໄດ້ສຳເລັດສົມບູນ ແລະ ໄດ້ນຳສົ່ງເຖິງສູນມໍລະດົກໂລກອົງການອຸຍແນັສໂກ ພ້ອມດ້ວຍຈົດໝາຍສະໜັບສະໜູນເອກະສານຄຳຮ້ອງດັ່ງກ່າວຂອງ ສປປ ລາວ ຈາກອົງການກ່ຽວຂ້ອງຂອງລັດຖະ ບານ ສສ ຫວຽດນາມໃນວັນທີ 1 ກຸມພາ 2024 ນີ້ ແລະ ມາເຖິງວັນທີ 1 ມີນາ 2024 ສູນມໍລະດົກໂລກອົງການອຸຍແນັສໂກ ກໍໄດ້ສົ່ງໜັງສືທາງການຮັບຮອງເອົາຄວາມຄົບຖ້ວນຂອງເອກະສານຄຳຮ້ອງດັ່ງກ່າວ ແລະ ໄດ້ແຈ້ງໃຫ້ ສປປ ລາວ ຊາບວ່າ: ປັດຈຸບັນສູນມໍລະດົກໂລກກຳລັງຄົ້ນຄວ້າເພື່ອສົ່ງຄະນະຊ່ຽວຊານກ່ຽວຂ້ອງເດີນທາງມາເຮັດວຽກຢູ່ ສປປ ລາວ ເພື່ອກວດກາອົງປະກອບມໍລະດົກໂລກຢູ່ແຫລ່ງມໍລະດົກອຸທິຍານແຫ່ງຊາດຫີນໜາມໜໍ່ຕາມທີ່ໄດ້ກຳນົດໄວ້ໃນເອກະສານຄຳຮ້ອງ ຊຶ່ງຄະນະຊ່ຽວຊານອາດເດີນທາງມາ ສປປ ລາວ ໃນລະຫວ່າງ ເດືອນສິງຫາ ຫາ ເດືອນຕຸລາ ປີ 2024 ນີ້ ແລະ ຖ້າແຫລ່ງມໍລະດົກຜ່ານການກວດກາຂອງຄະນະກຳມະການທີ່ປຶກສາ ແລະ ບັນດາຄະນະກຳມະການມໍລະດົກໂລກໃນກອງປະຊຸມຄະນະກຳມະການມໍລະດົກໂລກຄັ້ງທີ 47 ທີ່ຈະຈັດຂຶ້ນໃນເດືອນມິຖຸນາ-ກໍລະກົດ 2025.
ອຸທິຍານແຫ່ງຊາດຫີນໜາມໜໍ່ຈະກາຍເປັນແຫລ່ງມໍລະດົກໂລກທາງທຳມະຊາດແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງມໍລະດົກໂລກທາງທຳມະຊາດຂອງ ສສ ຫວຽດນາມ ຊຶ່ງຜົນສຳເລັດດັ່ງກ່າວຈະກາຍເປັນໝາກຜົນທີ່ສຳຄັນຂອງການຮ່ວມມືກັນຂອງສອງປະເທດລາວ-ຫວຽດນາມ ແລະ ຄູ່ຮ່ວມມືສາກົນເພື່ອສະເຫລີມສະຫລອງການຮັບຮູ້ຄວາມໂດດເດັ່ນທາງດ້ານທຳມະຊາດ ແລະ ຊີວະນາໆພັນທີ່ສຳຄັນຂອງສອງອຸທິຍານ ແລະເປັນແຫລ່ງມໍລະດົກໂລກທາງທຳມະຊາດຮ່ວມຊາຍແດນແຫ່ງທຳອິດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ກາຍເປັນເປັນເຂດພູຫີນປູນທີ່ໃຫຍ່ທີ່ສຸດຂອງພາກພື້ນ.