ຮັກແຜ່ນດິນທີ່ສວຍງາມ ແລະ ຮັ່ງມີ
ໂດຍ: ທິດກໍ່າ
ກ່າວເຖິງປະເທດລາວສວຍງາມ ແລະ ຮັ່ງມີນັ້ນ ຈົນວ່າມີເອກະສານສະບັບໜຶ່ງທີ່ທິດກໍ່າໄດ້ຄົ້ນຄວ້າຮໍ່າຮຽນ ນັບແຕ່ມື້ເລີ່ມຕົ້ນເຂົ້າເຮັດການປະຕິວັດຈົນມາຮອດປັດຈຸບັນກໍໄດ້ 40 ກວ່າປີແລ້ວ ມັນກໍຍັງເປັນພາບແຫ່ງຄວາມຊົງຈຳໃນຊີວິດທີ່ໄດ້ເກີດມາເປັນຊາດລາວ ແລະ ຄົນລາວ. ຈຸດປະສົງໃນການຄົ້ນຄວ້າຮໍ່າຮຽນເອກະສານສະບັບນີ້ກໍເພື່ອໃຫ້ເຮົາຮູ້ເລື່ອງລາວປະຫວັດສາດຄວາມເປັນມາຂອງປະເທດເຮົາ ນັບແຕ່ມື້ກຳເນີດເກີດຂຶ້ນແຕ່ລະຍຸກແຕ່ລະສະໄໝຈົນມາຮອດຍຸກປັດຈຸບັນ. ເນື້ອໃນຂອງເອກະສານນີ້ຍັງໄດ້ເລົ່າເຖິງຄວາມກວ້າງໃຫຍ່ໄພສານ, ຄວາມສວຍສົດງົດງາມ ແລະ ຄວາມອຸດົມສົມບູນທີ່ບົ່ມຊ້ອນຂອງປະເທດ. ນອກຈາກນັ້ນ ຍັງໄດ້ພັນລະນາເຖິງຊາຕາກຳໃນບາງຊ່ວງ, ບາງໄລຍະ ແລະ ບາງຍຸກສະໄໝທີ່ເຄີຍເລື່ອງລືດ້ວຍອຳນາດ, ໂດດເດັ່ນໄປດ້ວຍຄວາມຈະເລີນຮຸ່ງເຮືອງສີວິໄລ ໂດຍສະເພາະແມ່ນໃນຍຸກຂອງພະເຈົ້າຟ້າງຸ່ມມະຫາລາດ, ເຈົ້າສຸລິຍະວົງສາ ທຳມະກະລາດ ແລະ ເຈົ້າໄຊເສດຖາທິລາດ. ນອກຈາກຄວາມເລື່ອງລືທີ່ກ່າວມາຂ້າງເທິງນີ້ແລ້ວ ປະເທດລາວລ້ານຊ້າງຂອງພວກເຮົາໃນສະໄໝກ່ອນຍັງໄດ້ຕົກຢູ່ໃນໄລຍະຊາຕາອາພັບ, ເຄີຍຖືກຮຸກຮານຈາກສັດຕູຕ່າງຊາດຈົນກາຍເປັນເມືອງຂຶ້ນ ແລະ ປະເທດຊາດຕ້ອງໄດ້ເສຍເອກະລາດ, ອະທິປະໄຕ, ດິນດອນຕອນຫຍ້າ, ເສຍຊັບໃນດິນ, ສິນໃນນ້ຳ ແລະ ເສຍພົນລະເມືອງໄປຫລາຍສິບລ້ານຄົນ.
ນີ້ຄືສິ່ງທີ່ພິສູດຂອງປະຫວັດສາດລາວ ກໍຄືຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄົງຕົວຂອງປະເທດລາວລ້ານຊ້າງອັນແສນຮັກ ແລະ ຫວງແຫນຂອງພວກເຮົາ, ແຕ່ພໍຕົກມາໃນໄລຍະສ້າງສາ ແລະ ພັດທະນາປະເທດຊາດໃນຜືນແຜ່ນດິນທີ່ຄົງເຫລືອຢູ່, ພັກ ແລະ ລັດຖະບານເຮົາກໍໄດ້ສຸມໃສ່ເຮັດທຸກສິ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນ ແລະ ເພື່ອຄວາມຈະເລີນຮຸ່ງເຮືອງຮັ່ງມີຂອງປະເທດຊາດ. ປັດຈຸບັນປະເທດລາວພວມໄດ້ຮັບການສ້າງສາພັດທະນາ ແລະ ກ້າວໄປຢ່າງບໍ່ຢຸດຢັ້ງ. ສິ່ງທີ່ໄດ້ຢັ້ງຢືນນັບແຕ່ປະເທດໄດ້ກ້າວເຂົ້າສູ່ໄລຍະໃໝ່ມານີ້ ເບິ່ງອັນໃດກໍມີການບູລະນະປັບປຸງ ແລະ ປ່ຽນແປງໄປຢ່າງຮອບດ້ານ ເປັນຕົ້ນໃນດ້ານການເມືອງກໍເຫັນວ່ານັບມື້ມີຄວາມສະຫງົບໝັ້ນຄົງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າກໍນັບມື້ໄດ້ຮັບການເຊີດຊູດີຂຶ້ນເທື່ອລະກ້າວ, ກຽດສັກສີ, ຊື່ສຽງຂອງປະເທດຊາດນັບມື້ກວ້າງໄກ ແລະ ໄດ້ຮັບການເຊື່ອໝັ້ນຈາກພາກພື້ນ ແລະ ສາກົນເປັນຢ່າງດີ. ສິ່ງທີ່ສະແດງໃຫ້ເຫັນຢ່າງປະຈັກຕານັ້ນໃນປັດຈຸບັນລາວເຮົາໄດ້ມີການພົວພັນການທູດກັບບັນດາປະເທດຕ່າງໆໃນທົ່ວໂລກ 100 ກວ່າປະເທດ, ດ້ານເສດຖະກິດກໍນັບມື້ມີການຂະຫຍາຍຕົວ ແລະ ເຕີບໃຫຍ່ຢ່າງຕໍ່ເນື່ອງໜັກແໜ້ນ, ອັດຕາສະເລ່ຍລວມຍອດຜະລິດຕະພັນສັງຄົມແຫ່ງຊາດກໍຢູ່ໃນລະດັບ 6-7% ຕໍ່ປີ, ດ້ານວັດທະນະທຳ-ສັງຄົມກໍນັບມື້ໄດ້ຮັບການເຊີດຊູ ແລະ ເສີມຂະຫຍາຍຂຶ້ນມາໃໝ່ບົນພື້ນຖານຮາກເຫງົ້າ ແລະ ຕົ້ນກຳເນີດແຫ່ງວັດທະນະທຳທີ່ມີເອກະລັກສະເພາະຂອງເຊື້ອຊາດ ແລະ ຮີດຄອງປະເພນີອັນຍອດຍິ່ງຂອງປະຊາຊົນບັນດາເຜົ່າ. ທຸກສິ່ງທຸກຢ່າງທີ່ທິດກໍ່າໄດ້ຍົກເອົາມາເວົ້າສູ່ກັນຟັງນີ້ ມັນເປັນບາດກ້າວແຫ່ງການປ່ຽນແປງໃໝ່ຂອງຊາດລາວ, ຄົນລາວເຊິ່ງບໍ່ທັນເຄີຍມີໃນຍຸກປະຫວັດສາດສອງສາມຮ້ອຍປີຜ່ານມາ.
ອີກສິ່ງໜຶ່ງທີ່ພວກເຮົາບໍ່ຄວນລືມນັ້ນ, ປະເທດລາວຂອງພວກເຮົາຍັງມີຊັບພະຍາກອນທຳມະຊາດທີ່ບົ່ມຊ້ອນໄວ້ຢ່າງຫລວງຫລາຍ, ຊັບພະຍາກອນເຫລົ່ານີ້ໄດ້ກາຍເປັນທຶນຮອນ ແລະ ເປັນທ່າແຮງໃຫ້ເສດຖະກິດ-ສັງຄົມແຫ່ງຊາດໄດ້ຢ່າງມະຫາສານເຊັ່ນ: ດິນດອນຕອນຫຍ້າ, ແມ່ນ້ຳລຳເຊ, ພູຜາປ່າໄມ້, ຮ່ອມຫ້ວຍພູເຂົາ ແລະ ທຳມະຊາດອັນສວຍສົດງົດງາມ. ນອນຢູ່ໃນສິ່ງທີ່ບົ່ມຊ້ອນເຫລົ່ານີ້ຍັງມີແຮ່ທາດຫລາຍຊະນິດ, ມີແກ້ງຕາດຫາດຊາຍ, ມີເຫວເລິກສູງຊັນ, ປ່າຕຶບດົງໜາ, ມີຖ້ຳມີຮູພູເຂົາທີ່ສວຍງາມລຶກລັບໜ້າງຶດງໍ້ອັດສະຈັນ.
ເພາະສະນັ້ນ, ຕາມທິດກໍ່າວ່າ ມາເຖິງໂອກາດນີ້ ພວກເຮົາເກີດມາເປັນຄົນລາວຊາດລາວກໍຕ້ອງໄດ້ພາກັນຖະໜຸຖະໜອມ ແລະ ປົກປັກຮັກສາແຫລ່ງທຳມະຊາດອັນສວຍງາມ ແລະ ຮັ່ງມີເຫລົ່ານີ້ໃຫ້ຢູ່ຄຽງຄູ່ກັບຄົນລາວຕະຫລອດໄປ. ສິ່ງທີ່ສະແດງອອກໃນຄຳວ່າ ຄົນຮັກຊາດ ຮັກແຜ່ນດິນນັ້ນ ກໍຍ່ອມສະແດງອອກໃນຫລາຍດ້ານ ເປັນຕົ້ນໃນໂອກາດປີທ່ອງທ່ຽວລາວ 2018 ທີ່ຈະມາເຖິງນີ້ ພວກເຮົາກໍຍາດເອົາໂອກາດ ແລະ ກ້າສະແດງອອກໃຫ້ແຂກຕ່າງດ້າວທ້າວຕ່າງແດນເຫັນຄວາມຮັກຊາດ, ຮັກບ້ານເກີດເມືອງນອນຂອງເຮົາ ຄືອັນທີໜຶ່ງເປັນເຈົ້າການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ອັນທີສອງຕ້ອງຮັກສາຄວາມສະອາດສະອາງ ແລະ ຄວາມຈົບຄວາມງາມຂອງບ້ານເມືອງ. ອັນສາມພ້ອມພາກັນມີອັດທະຍາໄສໄມຕີຕໍ່ແຂກບ້ານແຂກເມືອງ ຕະຫລອດການນຸ່ງການຖືກໍຕ້ອງສະແດງອອກໃນດ້ານວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ. ອັນທີສີ່ການກິນການຢູ່ກໍຕ້ອງໃຫ້ພໍເໝາະພໍດີ, ການບໍລິການດ້ານຕ່າງໆ ແລະ ການຈຳໜ່າຍສິນຄ້າກໍບໍ່ສວຍໂອກາດຂຶ້ນລາຄາ ເຮັດໃຫ້ແຂກບ້ານແຂກເມືອງເຂົາພາກັນຕິດໃຈຍ້ອງຍໍຊົມເຊີຍມາທ່ຽວເມືອງລາວມາແລ້ວກໍຢາກມາອີກ.