ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນທາງໃຫ້ລາວ ລວມມູນຄ່າ 800 ລ້ານເຢນ

ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນທາງໃຫ້ລາວ ລວມມູນຄ່າ 800 ລ້ານເຢນ - 913 - ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນທາງໃຫ້ລາວ ລວມມູນຄ່າ 800 ລ້ານເຢນ
ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນທາງໃຫ້ລາວ ລວມມູນຄ່າ 800 ລ້ານເຢນ - kitchen vibe - ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນທາງໃຫ້ລາວ ລວມມູນຄ່າ 800 ລ້ານເຢນ

ວັນທີ 9 ພຶດສະພາ 2024, ລັດຖະບານຍີ່ປຸ່ນ ໄດ້ມອບອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນທາງ ໃນ “ໂຄງການພັດທະນາເສດຖະກິດສັງຄົມ”, ພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນ, ລະຫວ່າງ ທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນປະຈຳລາວ ແລະ ທ່ານ ງາມປະສົງ ເມືອງມະນີ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.

ລັດຖະບານຍີ່ປຸ່ນຈະສະໜອງອຸປະກອນສ້ອມແປງທາງຈຳນວນ 24 ຊຸດເປັນຕົ້ນແມ່ນ ລົດປັບໜ້າດິນ ແລະ ລົດເຂ່ຍດິນ ລວມເປັນມູນຄ່າ 800 ລ້ານເຢນ (ປະມານ 5.3 ລ້ານໂດລາສະຫະລັດ), ໃຫ້ແກ່ລັດຖະບານລາວ ເຊິ່ງຈະຖືກນຳໃຊ້ໃນທົ່ວປະເທດ ແລະ ຍັງມີໂຄງການໄລຍະທີ 2 ທີ່ມີມູນຄ່າລວມເຖິງ 1.5 ຕື້ເຢນ (ປະມານ 10 ລ້ານໂດລາສະຫະລັດ) ທີ່ໄດ້ເຊັນສັນຍາໃຫ້ການຊ່ວຍເຫລືອໃນວັນທີ 26 ເມສາຜ່ານມານີ້. ປັດຈຸບັນ, ຖະໜົນຫົນທາງສ່ວນຫລາຍໃນປະເທດລາວ ຈຳເປັນຕ້ອງໄດ້ຮັບການສ້ອມແປງຢ່າງເໝາະສົມ.

ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນທາງໃຫ້ລາວ ລວມມູນຄ່າ 800 ລ້ານເຢນ - Visit Laos Visit SALANA BOUTIQUE HOTEL - ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນທາງໃຫ້ລາວ ລວມມູນຄ່າ 800 ລ້ານເຢນ
ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນທາງໃຫ້ລາວ ລວມມູນຄ່າ 800 ລ້ານເຢນ - Visit Laos Visit SALANA BOUTIQUE HOTEL - ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນທາງໃຫ້ລາວ ລວມມູນຄ່າ 800 ລ້ານເຢນ

ໂຄງການດັ່ງກ່າວ ເປັນການປະກອບສ່ວນ ເຂົ້າໃນການຢືດໄລຍະເວລາການນຳໃຊ້ເສັ້ນທາງ, ຫຍໍ້ເວລາ ແລະ ຫລຸດຜ່ອນຄ່າໃຊ້ຈ່າຍໃນການກໍ່ສ້າງ, ພ້ອມທັງເປັນການຮັກສາສິ່ງແວດລ້ອມ ໂດຍການຫລຸດຈຳນວນເສັ້ນທາງທີ່ບໍ່ຈຳເປັນລົງ ແລະ ເລັ່ງລັດການຟື້ນຟູຜົນເສຍຫາຍຈາກໄພພິບັດໃຫ້ວ່ອງໄວຍິ່ງຂຶ້ນ. ການສະໜັບສະໜູນໃນຄັ້ງນີ້ ບໍ່ພຽງແຕ່ເປັນການຮັບປະກັນການນຳໃຊ້ຖະໜົນທີ່ສະດວກສະບາຍ ແລະ ປອດໄພໃຫ້ແກ່ປະຊາຊົນຜູ້ຢູ່ອາໄສເທົ່ານັ້ນ ແຕ່ຍັງເປັນການຍົກລະດັບເສັ້ນທາງການ ລຳ່ລຽງຂົນສົ່ງສິນຄ້າ ເຊິ່ງປຽບເໝືອນເສັ້ນເລືອດໃຫຍ່ທີ່ສຳຄັນຂອງການພັດທະນາເສດຖະກິດ, ອຸດສາຫະກຳ ແລະ ການຄ້າຂອງປະເທດລາວ, ພ້ອມນັ້ນຍັງເປັນການຊຸກຍູ້ນະໂຍບາຍການຫັນປ່ຽນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດປະເທດອ້ອມຂ້າງ ຂອງລັດຖະບານລາວອີກດ້ວຍ.

ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນທາງໃຫ້ລາວ ລວມມູນຄ່າ 800 ລ້ານເຢນ - 5 - ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນທາງໃຫ້ລາວ ລວມມູນຄ່າ 800 ລ້ານເຢນ
ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນທາງໃຫ້ລາວ ລວມມູນຄ່າ 800 ລ້ານເຢນ - 4 - ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນທາງໃຫ້ລາວ ລວມມູນຄ່າ 800 ລ້ານເຢນ
ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນທາງໃຫ້ລາວ ລວມມູນຄ່າ 800 ລ້ານເຢນ - 3 - ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນທາງໃຫ້ລາວ ລວມມູນຄ່າ 800 ລ້ານເຢນ